Members Login
|
Login
|
Register
x
Would you like to associate this Facebook account with an existing user?
We found an existing account using your email address, please enter the password to verify ownership.
No, create new
 
Yes, associate
Username
Username
Password
Login With Facebook
Username
Password
Remember Me   
Lost Account Info?
Don't have an account?
Register
Main Page
List All Users
Search
 
 
Search
Advanced Search
User Details
Calendar
Samakomlao
->
Samakomlao Main
->
Lao Update
-> ໂທລະພາບໃຫມ່ Lao star channel ຈັດປະກວດນາງງາມ !
Start A New Topic
Reply
Post Info
TOPIC: ໂທລະພາບໃຫມ່ Lao star channel ຈັດປະກວດນາງງາມ !
Anonymous
Date:
Apr 26, 2007
ໂທລະພາບໃຫມ່ Lao star channel ຈັດປະກວດນາງງາມ !
Reply
Quote
ໂທລະພາບ ລາວສະຕາ ແຊນແນວ ເປັນຊ່ອງໃຫມ່, ສຳລັບຜູ້ທີ່ຕິດຕັ້ງດາວທຽມ ຄົງຈະໄດ້ເຫັນການອອກອາກາດໄປແລ້ວ ເມື່ອອາທິດຜ່ານມາ...ໃນສັບປະດາດຽວກັນນັ້ນ ສະໂມສອນສົ່ງເສີມສິລະປະວັດທະນະທຳລາວບັນດາເຜົ່າ ພ້ອມດ້ວຍໂທລະພາບ ລາວສະຕາ ແຊນແນວ ກໍ່ໄດ້ຈັດງານຖະແຫລງຂ່າວ
ຊອກຫານາງສາວໂທລະພາບ ລາວສະຕາ ແຊນແນວ ໃນຂອບເຂດທົ່ວປະເທດ ເພື່ອເປັນທູດວັດທະນະທຳການທ່ອງທ່ຽວ ສປປ ລາວ, ພິທີກອນ, ນັກສະແດງ, ເປັນປະຊາສຳພັນ ພ້ອມສົ່ງເສີມ ແລະ ອະນຸລັກ ຮັກສາວັດທະນະທຳແຫ່ງຊາດລາວ ອອກສູ່ສາຍຕາປະຊາຊົນໃນຂອບເຂດພາຍໃນ ແລະ ຕ່າງປະເທດ, ພາຍໃຕ້ຫົວຂໍ້ທີ່ວ່າ “ເວທີແຫ່ງ ຄວາມງາມ ແຫລ່ງອະລິຍະທຳແຄມນ້ຳຂອງແຫ່ງ ສປປ ລາວ”.
ການປະກວດນີ້ ເປັນເທື່ອທຳອິດ ປະຈຳປີ 2007, ສຳລັບເງື່ອນໄຂຂອງຜູ້ທີ່ຈະສະຫມັກ ຕ້ອງໂສດມີອາຍຸ 18-25 ປີ, ດ້ວຍລວງສູງແຕ່ 1,60 ແມັດ ຂຶ້ນໄປ, ລະດັບການສຶກສາ ຂັ້ນມັດທະຍົມປາຍຂຶ້ນໄປ. ຖ້າທ່ານໃດມີບຸກຄະລິກທີ່ສະຫງ່າ ມີຄວາມສາມາດໂດດເດັ່ນບໍ່ເປັນຮອງໃຜ ກໍ່ເຊີນເຂົ້າຮ່ວມຊີງມຸງກຸດ ແລະ ໂອກາດເປ່ງປະກາຍ ດັ່ງດາວທາງໂທລະພາບໄດ້ ເຊິ່ງກຳນົດເວລາຍື່ນໃບສະຫມັກ ເລີ່ມແຕ່ວັນທີ 3-20 ເມສາ 2007, ການປະກວດຮອບຄັດເລືອກທົ່ວປະເທດ ເລີ່ມແຕ່ວັນທີ 28 ເມສາ - 19 ພຶດສະພາ, ສ່ວນຮອບຄັດເລືອກຂວັນໃຈມວນຊົນ ແລະ ຊ່າງພາບ ຈະຈັດຂຶ້ນໃນວັນທີ 8 ມິຖຸນາ ແລະ ຮອບຊີງຊະນະເລີດ ວັນທີ 9 ມິຖຸນາ ທີ່ນະຄອນຫລວງວຽງຈັນ.
ສາມາດຕິດຕໍ່ພົວພັນໄດ້ຕາມ 4 ຈຸດຄື: ພາກເຫນືອ ແຂວງຫລວງພະບາງ ພະແນກ ຖ-ວ ຫລວງພະບາງໂທລະສັບ: 071 212044. ພາກກາງ 2 ຈຸດຄື: ນະຄອນຫລວງວຽງຈັນ ໂທລະສັບ: 021 480451, 480452, 020 5511216. ແຂວງຄຳມ່ວນ: 051 213 022. ພາກໃຕ້: ພະແນກ ຖ-ວ ແຂວງຈຳປາສັກ 031 212 069.
ເງິນລາງວັນລວມມູນຄ່າ 200 ກວ່າລ້ານກີບ, ຮີບເຂົ້າຮ່ວມຍາດໂອກາດ ໃນການເປັ່ງລັດສະຫມີຄວາມເປັນເລີດໃນຕົວທ່ານ, ເວທີນີ້ ເປີດໂອກາດແລ້ວ ສຳລັບຄົນເກັ່ງ ແລະ ກ້າ.
Source: kpl
__________________
Anonymous
Date:
Apr 26, 2007
Reply
Quote
Thank you for posting the news, but I hate it when the photo is so small, and couldn't see clearly any face of the constestants.
__________________
Quick Reply
Please log in to post quick replies.
Samakomlao
->
Samakomlao Main
->
Lao Update
-> ໂທລະພາບໃຫມ່ Lao star channel ຈັດປະກວດນາງງາມ !
Subscribe
Create a free blog
Create a free forum
Report Abuse