Members Login
Username 
 
Password 
    Remember Me  
Post Info TOPIC: ໂທລະພາບໃຫມ່ Lao star channel ຈັດປະກວດນາງງາມ !
Anonymous

Date:
ໂທລະພາບໃຫມ່ Lao star channel ຈັດປະກວດນາງງາມ !
Permalink   






ໂທລະພາບ ລາວສະຕາ ແຊນແນວ ເປັນຊ່ອງໃຫມ່, ສຳລັບຜູ້ທີ່ຕິດຕັ້ງດາວທຽມ ຄົງຈະໄດ້ເຫັນການອອກອາກາດໄປແລ້ວ ເມື່ອອາທິດຜ່ານມາ...ໃນສັບປະດາດຽວກັນນັ້ນ ສະໂມສອນສົ່ງເສີມສິລະປະວັດທະນະທຳລາວບັນດາເຜົ່າ ພ້ອມດ້ວຍໂທລະພາບ ລາວສະຕາ ແຊນແນວ ກໍ່ໄດ້ຈັດງານຖະແຫລງຂ່າວ ຊອກຫານາງສາວໂທລະພາບ ລາວສະຕາ ແຊນແນວ ໃນຂອບເຂດທົ່ວປະເທດ ເພື່ອເປັນທູດວັດທະນະທຳການທ່ອງທ່ຽວ ສປປ ລາວ, ພິທີກອນ, ນັກສະແດງ, ເປັນປະຊາສຳພັນ ພ້ອມສົ່ງເສີມ ແລະ ອະນຸລັກ ຮັກສາວັດທະນະທຳແຫ່ງຊາດລາວ ອອກສູ່ສາຍຕາປະຊາຊົນໃນຂອບເຂດພາຍໃນ ແລະ ຕ່າງປະເທດ, ພາຍໃຕ້ຫົວຂໍ້ທີ່ວ່າ “ເວທີແຫ່ງ ຄວາມງາມ ແຫລ່ງອະລິຍະທຳແຄມນ້ຳຂອງແຫ່ງ ສປປ ລາວ”.

ການປະກວດນີ້ ເປັນເທື່ອທຳອິດ ປະຈຳປີ 2007, ສຳລັບເງື່ອນໄຂຂອງຜູ້ທີ່ຈະສະຫມັກ ຕ້ອງໂສດມີອາຍຸ 18-25 ປີ, ດ້ວຍລວງສູງແຕ່ 1,60 ແມັດ ຂຶ້ນໄປ, ລະດັບການສຶກສາ ຂັ້ນມັດທະຍົມປາຍຂຶ້ນໄປ. ຖ້າທ່ານໃດມີບຸກຄະລິກທີ່ສະຫງ່າ ມີຄວາມສາມາດໂດດເດັ່ນບໍ່ເປັນຮອງໃຜ ກໍ່ເຊີນເຂົ້າຮ່ວມຊີງມຸງກຸດ ແລະ ໂອກາດເປ່ງປະກາຍ ດັ່ງດາວທາງໂທລະພາບໄດ້ ເຊິ່ງກຳນົດເວລາຍື່ນໃບສະຫມັກ ເລີ່ມແຕ່ວັນທີ 3-20 ເມສາ 2007, ການປະກວດຮອບຄັດເລືອກທົ່ວປະເທດ ເລີ່ມແຕ່ວັນທີ 28 ເມສາ - 19 ພຶດສະພາ, ສ່ວນຮອບຄັດເລືອກຂວັນໃຈມວນຊົນ ແລະ ຊ່າງພາບ ຈະຈັດຂຶ້ນໃນວັນທີ 8 ມິຖຸນາ ແລະ ຮອບຊີງຊະນະເລີດ ວັນທີ 9 ມິຖຸນາ ທີ່ນະຄອນຫລວງວຽງຈັນ.

ສາມາດຕິດຕໍ່ພົວພັນໄດ້ຕາມ 4 ຈຸດຄື: ພາກເຫນືອ ແຂວງຫລວງພະບາງ ພະແນກ ຖ-ວ ຫລວງພະບາງໂທລະສັບ: 071 212044. ພາກກາງ 2 ຈຸດຄື: ນະຄອນຫລວງວຽງຈັນ ໂທລະສັບ: 021 480451, 480452, 020 5511216. ແຂວງຄຳມ່ວນ: 051 213 022. ພາກໃຕ້: ພະແນກ ຖ-ວ ແຂວງຈຳປາສັກ 031 212 069.
ເງິນລາງວັນລວມມູນຄ່າ 200 ກວ່າລ້ານກີບ, ຮີບເຂົ້າຮ່ວມຍາດໂອກາດ ໃນການເປັ່ງລັດສະຫມີຄວາມເປັນເລີດໃນຕົວທ່ານ, ເວທີນີ້ ເປີດໂອກາດແລ້ວ ສຳລັບຄົນເກັ່ງ ແລະ ກ້າ.


Source: kpl

__________________
Anonymous

Date:
Permalink   

Thank you for posting the news, but I hate it when the photo is so small, and couldn't see clearly any face of the constestants.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard