Members Login
Username 
 
Password 
    Remember Me  
Post Info TOPIC: When in Laos, eat Lao apple ! see how it looks like !


Guru

Status: Offline
Posts: 1451
Date:
When in Laos, eat Lao apple ! see how it looks like !
Permalink   




ຖ້າເວົ້າເຖິງຫມາກແອບເປິ້ນ ໃຜໆຕ່າງກໍຮູ້ດີ ແລະ ເປັນຫມາກໄມ້ ທີ່ຄົນນິຍົມກິນຫລາຍໃນ ລາວ ແຕ່ໄລຍະຜ່ານມາລາວບໍ່ສາມາດຜະລິດຫມາກໄມ້ຊະນິດນີ້ໄດ້ ສ່ວນຫລວງ ຫລາຍແມ່ນ ນຳເຂົ້າຈາກຕ່າງປະເທດ ໂດຍສະເພາະແມ່ນຈີນທີ່ນຳເຂົ້າຜ່ານຊາຍແດນທາງພາກເຫນືອຂອງ ລາວປີລະຫລາຍໂຕນ ແລະ ໄທທີ່ມີເຂດຊາຍແດນການຄ້ານຳກັນ. ເຊິ່ງໃນແຕ່ລະປີລາວຕ້ອງ ໄດ້ໃຊ້ເງິນຈຳນວນບໍ່ຫນ້ອຍຊື້ຫມາກໄມ້ ຊະນິດນີ້ເຂົ້າມາຂາຍພາຍໃນປະເທດເພື່ອບໍລິໂພກ.

   ມາຮອດປະຈຸບັນ ລາວກຳລັງຈະຜະລິດຫມາກແອບເປິ້ນເປັນຂອງຕົນເອງເພື່ອຮັບໃຊ້ພາຍ ໃນ ແລະ ຜະລິດເປັນສິນຄ້າເພື່ອສົ່ງອອກຕ່າງປະເທດ ໂດຍຈະເນັ້ນໃສ່ຕະຫລາດສ.ເກົາຫລີ, ຍີ່ປຸ່ນ ແລະ ບັນດາປະເທດກຸ່ມອາຊຽນດ້ວຍກັນ.

   ຫວ່າງບໍ່ດົນມານີ້ ໄດ້ມີບໍລິສັດຈາກ ສ.ເກົາຫລີ ໄດ້ລົງນາມເຊັນສັນຍາຮ່ວມທຶນ ເພື່ອເຮັດ ສວນຫມາກແອບເປິ້ນຂຶ້ນ ໃນເດືອນກໍລະກົດຜ່ານມາ ລະຫວ່າງບໍລິສັດອະໂກ ຈຳກັດ (Agro company) ຝ່າຍລາວ ແລະບໍລິສັດເຊສເຕີລາຍ ຈຳກັດ (Chester line company) ຈາກ ສ.ເກົາຫລີ.

   ບໍລິສັດຮ່ວມທຶນໃຊ້ເງິນປະມານ 5.000.000 ໂດລາສະຫະລັດ ໃນເບື້ອງຕົ້ນ ໂດຍຝ່າຍ ລາວ ຖືຫຸ້ນ 60% ແລະ ບໍລິສັດດັ່ງກ່າວຈະເລີ່ມທົດລອງປູກຫມາກແອບເປິ້ນໃນເນື້ອທີ່ 265 ເຮັກຕາຈຳນວນ 12 ບ້ານ ຢູ່ເຂດເມືອງຊຳເຫນືອເຊິ່ງເປັນເມືອງເອກຂອງແຂວງຫົວພັນກ່ອນ ຈະຂະຫຍາຍໄປເມືອງວຽງໄຊ ທີ່ເປັນເມືອງອຸດົມສົມບູນດ້ວຍທຳມະຊາດ.

   ສວນຫມາກແອບເປິ້ນ ແຫ່ງທຳອິດຈະໃຊ້ເບ້ຍຈາກປະເທດຈີນ ໂດຍຕັ້ງເປົ້າຈະປູກໃຫ້ໄດ້ 50.000 ຕົ້ນ ນັບແຕ່ປີນີ້ເປັນຕົ້ນໄປຮອດອີກ 5 ປີຂ້າງຫນ້າ, ແຜນການລົງທຶນຂັ້ນຕໍ່ໄປຄື: ການສ້າງໂຮງງານຜະລິດນ້ຳຫມາກແອບເປິ້ນ ເພື່ອປ້ອນຕະຫລາດ ສ.ເກົາຫລີ, ຍີ່ປຸ່ນ ແລະ ກຸ່ມປະເທດອາຊຽນ ໂດຍຈະສຳຫລວດພື້ນທີ່ການກໍ່ສ້າງ ໃນເດືອນຕຸລານີ້ ແລະ ແຜນການ ສູງສຸດກໍຄືຜະລິດ ນ້ຳຫມາກແອບເປິ້ນອອກໄປຍັງ ສ.ເກົາຫລີ ແລະ ປະເທດຍີ່ປຸ່ນ.

   ທ່ານ ຄຳສະຫວ່າງ ມິ່ງບຸບຜາ, ຫົວຫນ້າບໍລິສັດທີ່ປຶກສາ ເພື່ອການລົງທຶນ ຂອງ ສປປ ລາວ ເປີດເຜີຍວ່າ: ນອກຈາກຈະສົ່ງອອກໄປຍັງ ສ.ເກົາຫລີ ແລະຍີ່ປຸ່ນ ແລ້ວຕະຫລາດຮອງ ລົງມາແມ່ນກຸ່ມປະເທດອາຊຽນ ເຊິ່ງນຳເຂົ້າຈາກປະເທດຈີນ ປີລະຫລາຍໂຕນຖ້າຫາກວ່າປູກ ຫມາກແອບເປິ້ນໃນລາວໄດ້ຮັບຜົນດີຈະເປັນຂໍ້ໄດ້ປຽບ ເນື່ອງຈາກປະເທດລາວຕັ້ງຢູ່ກາງກຸ່ມ ປະເທດອາຊຽນດ້ວຍກັນ.

source: ecom


__________________
samakomlaoiconsz6.gif Make yourself visible, signup at samakomlao webboard. HERE
Anonymous

Date:
Permalink   

Sabaidee everybody der

Good to hear Lao will have apples, it says if we wanted to be healthy 'Eat apple everyday' so Kin lai lai lod der pee nong.biggrinbiggrinbiggrin



__________________
Anonymous

Date:
Permalink   

I have never seen apple tress in Laos before...It would be nice to see the blossoms in spring. Cool!



__________________
Anonymous

Date:
Permalink   

Anonymous wrote:

 

I have never seen apple tress in Laos before...It would be nice to see the blossoms in spring. Cool!

 




I belive they grow them in Pakxong even back before Communist took over. So nothing new. If it was gone, then I am happy is comming back.



__________________
Anonymous

Date:
Permalink   

it's a lao kind of apple = mark jong.  it 's from northern provinces.


__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard