Members Login
Username 
 
Password 
    Remember Me  
Post Info TOPIC: Latsathany University from Thailand will open undergraduate course in Laos !


Guru

Status: Offline
Posts: 1451
Date:
Latsathany University from Thailand will open undergraduate course in Laos !
Permalink   




ເປີດສອນປະລິນຍາຕີ ພະຍາບານສາດ ແລະ ຄອມພິວເຕີທຸລະກິດ

   ສະຖາບັນນະວັດຕະກຳ ເຕັກໂນໂລຊີ ແມ່ນຫນຶ່ງໃນສາຂາຫນຶ່ງຂອງມະຫາວິທະຍາໄລ ລາ ຊະທານີ (ປະເທດໄທ) ໄດ້ເປີດສອນລະດັບປະລິນຍາຕີສາຂາວິຊາພະຍາບານສາດ ແລະສາ ຂາວິຊາຄອມພິວເຕີທຸລະກິດຂຶ້ນເປັນແຫ່ງທຳອິດຢູ່ລາວ ໃນລະບົບຫລັກສູດ 5 ປີ, ດ້ວຍການ ສິດສອນຂອງ ຄູ-ອາຈານ ລາວ-ໄທ ຮ່ວມກັນ, ຕາມຕົ້ນສະບັບຫລັກສູດ ຈາກກະຊວງສຶກສາ ທິການຂອງໄທ. ການສິດສອນມີພາກເຊົ້າແລະພາກຄ່ຳເຊິ່ງຈະເລີ່ມແຕ່ວັນທີ 24 ຕຸລາ 2007 ເປັນຕົ້ນໄປ.

   ອີງຕາມການລາຍງານຂອງທ່ານດຣ. ນາງ ວິລາວັນ ຕັນວັດທະນະພົງ, ອະທິການບໍດີມະ ຫາວິທະຍາໄລລາຊະທານີ (ປະເທດໄທ) ໄດ້ລາຍງານໃຫ້ຮູ້ວ່າ: ສະຖາບັນນະວັດຕະກຳເຕັກ ໂນໂລຊີ ກໍແມ່ນສາຂາຂອງມະຫາວິທະຍາໄລລາຊະທານີ(ປະເທດໄທ) ເປັນວິທະຍາໄລເອກະ ຊົນ 100% ທີ່ໄດ້ຮັບອະນຸຍາດຈາກກະຊວງສຶກສາທິການແຫ່ງ ສປປ ລາວ ໃຫ້ສ້າງຕັ້ງຂຶ້ນ ເພື່ອເປີດສອນດ້ານສາຂາວິຊາພະຍາບານສາດ ແລະ ສາຂາວິຊາຄອມພິວເຕີທຸລະກິດລະບົບ ປະລິນຍາຕີ ແຫ່ງທຳອິດ ຢູ່ ສປປ ລາວ ເຊິ່ງມີຈຸດປະສົງເພື່ອຍົກລະດັບລາຍໄດ້ ແລະ ສ້າງ ໂອກາດໃນການເລືອກສະຖາບັນສຶກສາ ທີ່ມີມາດຕະຖານສູງ ເຊິ່ງສະຖາບັນດັ່ງກ່າວ ເລັ່ງໃສ່ ການສ້າງບຸກຄະລາກອນດ້ານພະຍາບານ ແລະຄອມພິວເຕີມືອາຊີບເພື່ອນຳຄວາມຮູ້ໃຫມ່ແລະ ເຕັກໂນໂລຊີທີ່ທັນສະໄຫມມາໃຊ້ໃນການພັດທະນາສັງຄົມ ແລະ ເສດຖະກິດຂອງລາວ.

   ນອກຈາກນັ້ນ ທ່ານຍັງໄດ້ກ່າວ ຕື່ມອີກວ່າ: ສຳລັບນັກສຶກສາທີ່ຮຽນຈົບ ຈາກສະຖາບັນນີ້ ແມ່ນບໍ່ນ້ອຍຫນ້າຈາກນັກສຶກສາທີ່ຈົບຢູ່ປະເທດໄທ ນັກສຶກສາທີ່ຮຽນຈົບແມ່ນມີຄຸນນະພາບສູງ ສາມາດນຳໃຊ້ເຂົ້າໃນການປະຕິບັດຕົວຈິງໄດ້ຢ່າງສະດວກສະບາຍ. ພິເສດນັກສຶກສາໃຫມ່ທຸກ ຄົນຈະໄດ້ຮັບທຶນການສຶກສາຕະຫລອດຫລັກສູດ.

Source: ecom



__________________
samakomlaoiconsz6.gif Make yourself visible, signup at samakomlao webboard. HERE
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard