Members Login
Username 
 
Password 
    Remember Me  
Post Info TOPIC: Top secret from Lao grade A students (ນັກຮຽນເກ່ງ) !
Anonymous

Date:
Top secret from Lao grade A students (ນັກຮຽນເກ່ງ) !
Permalink   


ເຄັດລັບການຮຽນ ເປັນນັກຮຽນເກ່ງ



   ທ້າວ ສຸກມະນີ ມະນີວົງ, ອາຍຸ 15 ປີຮຽນຢູ່ຫ້ອງ ມ.6/15 ເປັນນັກຮຽນເກ່ງຂອງໂຮງຮຽນ ມສ. ວຽງຈັນ ທີ່ຜ່ານການຄັດເລືອກຈາກນັກຮຽນຈຳນວນ 100 ກວ່າຄົນສອບເສັງ ເພື່ອໄປ ແລກປ່ຽນວັດທະນະທຳທີ່ປະເທດ ຍີ່ປຸ່ນ ເປັນເວລາ 1 ເດືອນ ເມື່ອເດືອນ ທັນວາ ປີ 2006 ທີ່ຜ່ານມາ. ນັກຮຽນເກ່ງຖືກຄັດ ເລືອກໄດ້ທັງຫມົດ 8 ຄົນ ໃນນັ້ນ, ທ້າວສຸກມະນີ ແມ່ນຫນຶ່ງ ໃນຈຳນວນ 4 ຄົນ ທີ່ຖືກຄັດເລືອກໄດ້ຈາກໂຮງຮຽນ ມ.ສ ວຽງຈັນ ໂດຍການຂຽນບົດຄວາມ ກ່ຽວກັບ “ການອະນຸລັກຮັກສາສິ່ງແວດ ລ້ອມຂອງລາວ” ກິດຈະກຳທີ່ ຮ່ວມກັນເຮັດຢູ່ປະເທດ ຍີ່ປຸ່ນ ທຳອິດແມ່ນໃຫ້ແຍກກັນອອກໄປຕາມແຕ່ລະແຂວງແລ້ວໄດ້ມີກອງ ປະຊຸມປຶກສາຫາລື ແຕ່ລະປະເທດທີ່ມີຫົວຂໍ້ຕ່າງກັນສຳລັບປະເທດລາວແມ່ນໄດ້ຍົກກ່ຽວກັບ “ບັນຫາການສຶກສາ” ແລະ ໄດ້ປຶກສາຫາລື ແລະສິ້ນສຸດລົງຢ່າງຈົບງາມ. ສຸກມະນີ ຫລື ອາເລັກ ປະຈຸບັນ ແມ່ນຢູ່ ບ້ານໄຊສະຫວ່າງເມືອງໄຊທານີ ນະຄອນຫລວງວຽງຈັນໄດ້ກ່າວວ່າ: ແຕ່ກ່ອນຮຽນຢູ່ໂຮງຮຽນ ສິນໄຊ ຫລັງຈາກຮຽນຈົບກໍຍ້າຍມາຮຽນຢູ່ ມ.4 ທີ່ໂຮງຮຽນມ.ສ ວຽງຈັນ, ລາວເປັນຄົນຮຽນ ເກ່ງມາແຕ່ຍັງນ້ອຍ ປ.1 ສາມາດອ່ານປຶ້ມ, ຫນັງສືພິມຫລືວາລະສານອື່ນໆໄດ້ຍ້ອນລາວເປັນ ຄົນມັກອ່ານ ມັກຊອກຮູ້ຊອກເຫັນມັກຖາມ ຫລັງຈາກຮຽນຢູ່ໂຮງຮຽນແລ້ວ ກັບບ້ານກໍຖາມ ພໍ່ ແລະ ແມ່ ຈົນບາງເທື່ອເພິ່ນກໍລຳຄານ ດັ່ງນັ້ນ ຈິ່ງສາມາດອ່ານໄດ້ຢ່າງຄ່ອງແຄ້ວ ສ່ວນເຄັດ ລັບກໍບໍ່ຍາກ ແລະ ບໍ່ງ່າຍພຽງແຕ່ມີຄວາມຕັ້ງໃຈດຸຫມັ່ນ ແກ້ບົດຝຶກຫັດທີ່ຄູ-ອາຈານມອບໃຫ້, ແບ່ງເວລາໃຫ້ເປັນ, ຫມັ່ນອ່ານ, ຂຽນ ເພື່ອຝຶກສະຫມອງ ແລະ ຄວາມຈື່ຈຳນອກນັ້ນ ກິດຈະ ກຳຍາມວ່າງກໍພະຍາຍາມຫາຫລິ້ນດົນຕີ, ຮ້ອງເພງ, ແກ້ບົດຝຶກຫັດ, ຫລິ້ນບານເຕະ,ບານສົ່ງ ຫລື ຫລິ້ນກິລາທົ່ວໄປກໍໄດ້ດີກວ່າຈະໃຊ້ເວລາທີ່ມີໄປມົ້ວສຸມສິ່ງເສບຕິດ ຫລື ເຮັດສິ່ງທີ່ບໍ່ດີອື່ນ ໆ ແລະສິ່ງສຳຄັນກໍຄວນຮັກສາສຸຂະພາບຮ່າງກາຍໃຫ້ ກຽມພ້ອມສະເຫມີ ດັ່ງນັ້ນ ອາເລັກຈິ່ງ ຂໍແນະນຳໃຫ້ຫມູ່ເພື່ອນກິນອາຫານທີ່ມີປະໂຫຍດຫລາຍໆເຊັ່ນ: ຈຳພວກຜັກ ແລະ ຫມາກໄມ້ ເຊິ່ງສ່ວນຕົວແລ້ວຕົນເອງແມ່ນມັກກິນອາຫານລາວໆ ຍ້ອນເຫັນໄດ້ຜົນດີຄືແນວນັ້ນຈິ່ງຢາກຂໍ ແນະນຳໃຫ້ຫມູ່ເພື່ອນບໍ່ວ່າຫມູ່ເພື່ອນຮ່ວມຫ້ອງ, ຕ່າງຫ້ອງ ຫລືຕ່າງໂຮງຮຽນຫັນມາໃຫ້ຄວາມ ສຳຄັນຂອງການສຶກສາໄລຍະນີ້ກໍພວມເປີດສົກຮຽນໃຫມ່ ຍັງບໍ່ສາຍເກີນໄປຫາກທຸກຄົນ ຍິນດີ ແລະພ້ອມທີ່ຈະຮັບຟັງຄຳແນະນຳຈາກເຂົາ. ອາເລັກເອງກໍບໍ່ເຄີຍຄິດວ່າເປັນນັກຮຽນທີ່ເກ່ງແຕ່ ຢ່າງໃດ ກໍເປັນນັກຮຽນທຳມະດາພຽງແຕ່ ເປັນຄົນທີ່ມີຄວາມຕັ້ງໃຈອົດທົນ ແລະ ຢາກປະສົບ ຜົນສຳເລັດໃນອະນາຄົດ ສ່ວນວິຊາທີ່ມັກແມ່ນວິຊາຟີຊິກສາດ ແລະພາສາອັງກິດ ເຊິ່ງພໍ່ແລະ ແມ່ ກໍມີສ່ວນຮ່ວມຫລາຍບໍ່ວ່າຈະເປັນການສົ່ງເສີມໃຫ້ທຶນສະຫນັບ ສະຫນູນຊື້ອຸປະກອນການ ສຶກສາ, ສຶກສາອົບຮົມຕັກເຕືອນຈິດໃຈວ່າສິ່ງໃດດີ ຫລື ບໍ່ດີ, ຊຸກຍູ້ໃຫ້ຮຽນເພີ່ມເຖິງຢ່າງໃດກໍ ຕາມ ໃນເວລາຢູ່ເຮືອນອາເລັກກໍໄດ້ຊ່ວຍວຽກພໍ່ ແລະ ແມ່ ເຮັດທຸກສິ່ງທີ່ເພິ່ນບອກ, ຊ່ວຍປົວ ແປງເຮືອນຊານບ້ານຊ່ອງ,ໃນອະນາຄົດອາເລັກຝັນຢາກເຮັດວຽກກ່ຽວກັບການທູດພົວພັນຕ່າງ ປະເທດ, ເປັນນັກທຸລະກິດ, ເປັນຜູ້ນຳທ່ຽວເພາະເປັນຄົນມັກທ່ອງທ່ຽວ ນອກນັ້ນ ຍັງຝັນຢາກ ເປັນນັກການເມືອງນຳອີກ.

   ສຸດທ້າຍກໍຢາກຝາກໃຫ້ຫມູ່ເພື່ອນ ໃຫ້ມີຄວາມພະຍາຍາມບໍ່ຫຍໍ້ທໍ້ຕໍ່ອຸປະສັກ ດັ່ງສຸພາສິດ ທີ່ວ່າ: “ ຄວາມ ພະຍາຍາມຢູ່ໃສຄວາມສຳເລັດ ຢູ່ບ່ອນນັ້ນ”, ຮັກຫມູ່ເພື່ອນຮ່ວມຫ້ອງ, ຊ່ວຍ ເຫລືອເຊິ່ງກັນ ແລະ ກັນ.

Source: ecom



__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard