Members Login
Username 
 
Password 
    Remember Me  
Post Info TOPIC: Sabaidee everyone

Newbie

Status: Offline
Posts: 4
Date:
Sabaidee everyone
Permalink   

ນອນບໍ່ລັບກໍ່ເລີຍມານັ່ງຫຼິ້ນຄອມພິວເຕີ້, ກົດໄປກົດມາກໍ່ມາຮອດສະມາຄົມລາວ, ກໍ່ເລີຍແວະເຂົ້າມາເບິ່ງ.  ຕາມທີ່ໄດ້ສັງເກດໃນເວລາປະມານເຄິ່ງຊົ່ວໂມງ, ກໍ່ຖືວ່າອອກແບໄດ້ດີແຕ່ແລ້ງສະມາຊິກທີ່ຈະມາສົນທະນາປຶກສາຫາລື ແບບເປັນປະຈຳ.

ຢາກຮູ້ວ່າແວັບນີ້ຈັດຕັ້ງຂຶ້ນໃນປະເທດໃດ?

ອີກຢ່າງຄົນທີ່ຂຽນໃນນາມ ;ອາໂນນີມັສ໌; ນັ້ນແມ່ນຄົນດຽວບໍ່ຫລືວ່າແຂກຕ່າງໆທີ່ໄດ້ມາອອກຄວາມຄິດຄວາມເຫັນ?

ພໍກ່ອນເທົ່ານີ້ເນາະມື້ນີ້, ມື້ຫນ້າຈະແວະມາຢ້ຽມໃຫມ່ເດີ້!

__________________
ເຮັດແລ້ວບໍ່ຢ້ານ, ຢ້ານແລ້ວບໍ່ເຮັດ!

Senior Member

Status: Offline
Posts: 288
Date:
RE: ສະບາຍດີທູກໆທ່ານ
Permalink   

joe fukawe wrote:

No human hunting in here ok Joe?

I hope Admin answer all your questions.  I assume the Admin is Lao (not sure) and he/she is based in Aussie (I think).
I think this is a 1 man operation. Anyone can post and news and we can discuss over the topic.

__________________
"Because I criticized Laos government and it policies, it does not mean I want Laos to remain poor nor do I think Lao people are lazy or uneducated."

Member

Status: Offline
Posts: 10
Date:
Permalink   

ສະບາຍດີ ທ່ານຜູ້ອາວຸໂສ Joe,
ຂພຈ ມີຄວາມດີໃຈທີ່ ທ່ານຈອມຍູດ ໄດ້ສລະເວລາເຂົ້າມາແວະຫລີ້ນໃນທ້ອງຖິ່ນແຫ່ງນີ້
ຂພຈ ກໍເຄີຍໄດ້ຍິນຊື່ສຽງຂອງທ່ານຢູ່ໃນວົງການຍຸດທະຈັກນີ້ມານານພໍສົມຄວນ ແຕ່ກໍບໍ່ເຄີຍໄດ້
ໂອ້ລົມກັບທ່ານໂດຍຕົງຈັກເທື່ອເລີຍ. ໃນເມື່ອທ່ານໄດ້ເຂົ້າມາເປັນສະມາຊິກຢູ່ທີ່ນີ້ແລ້ວ ກໍຂໍເຊີນໃຫ້
ທ່ານ ອອກໂຊວ໌ຂະບວນເພັງດາບຂອງທ່ານໃຫ້ຊາວຍຸດທັງນ້ອຍແລະໃຫຍ່ ໃນຂົງເຂດນີ້ໄດ້ເຫັນເປັນຂວັນຕາ
ກັນໄດ້ເລີຍ...
ຍິນດີຕ້ອນຣັບ  aww

Big_foot

__________________

I do belong to the Human race.

Guru

Status: Offline
Posts: 1451
Date:
Permalink   

ສະບາຍດີ ບັນດາອ້າຍເອື້ອຍນ້ອງ ທີ່ຮັກແພງຫມົດທຸກຄົນ
ຍິນດີຕ້ອນຮັບເຂົ້າສູ່ເວັບສະມາຄົມລາວ
ເວັບນີ້ ສ້າງຂຶ້ນເພື່ອອັບເດດທ໌ຂໍ້ມູນຂ່າວສານກ່ຽວກັບແວດວົງຄົນລາວ ທັງໃນແລະຕ່າງປະເທດ
ຜູ້ຄວບຄຸມດູແລເວັບແມ່ນກຸ່ມນັກສຶກສາ ທັງໃນປະເທດ ແລະ ນອກປະເທດ ດັ່ງຊື່ເວັບວ່າ
ສະມາຄົມລາວ ຫັ້ນແຫຼະ

ອີກເທື່ອຫນື່ງ ຍິນດີຕ້ອນຮັບທຸກທ່ານ

__________________
samakomlaoiconsz6.gif Make yourself visible, signup at samakomlao webboard. HERE

Newbie

Status: Offline
Posts: 4
Date:
Permalink   

ປາດທິໂທ້ປາດທິທາຍ, ອັນນັ້ນແມ່ນາຍອອກຫນວດ.  ບໍ່ຮູ້ເລີຍວ່າຊື່ສຽງຊິໂດ່ງດັງທົ່ວຍູດທະຈັກຂະຫນາດນີ້.

ເອີ້ນກັນເປັນອາວຸໂສນີ້ມັນແບບດຶກດັມບັນກັນໄປຫນ້ອຍຫນຶ່ງ, ຕາມສະບາຍຂ້ອຍແລະເຈົ້າກັນນີ້ລະຈຶ່ງຊິເປັນກັນເອງຫລາຍກວ່າເນາະ.

ຂ້ອຍກໍ່ບໍ່ມີຫຍັງຫລາຍດອກ, ມີແຕ່ມັກການທ່ອງຖ່ຽວຍຸດທະພົບ ເພື່ອເຜີຍແຜ່ຄວາມເປັນລາວຂອງພວກເຮົານີ້ລະ. ດີໃຈທີ່ໄດ້ເຫັນເວັບໄຊຕ໌ ຂອງລາວເຮົາເພີ່ມທະວີຄູນຂຶ້ນທຸມມື້ ແລະແນ່ນອນຢູ່ແລ້ວຕ້ອງໃຫ້ຄວາມສະນັບ ສະຫນູນກັນແລະກັນແບບ ສຸດເດດສຸດຂີດ.

ທ່ານ Big_foot ນີ້ອາດຈະເປັນຄົນທີ່ຮູ້ຈັກກັນມາກ່ອນຫລືບໍ່ນໍ້?  ສົງໃສວ່າ ບໍ່ມແມ່ນພວກເຮົາເຄີຍໄດ້ທົດສອບ ສອງຫລືສາມເພງດາບ ກັນມາແລ້ວບໍ່ນໍ່?  ຈັ່ງໃດກໍ່ຕາມ, ຂໍຂອບອົກຂອບໃຈນຳທຸກທ່ານທີ່ໄດ້ໃຫ້ການຕ້ອນຮັບແບບອົບອຸ່ນ.

ໃນວາຣະປີໃຫມ່ນີ້, ຂໍອວຍພອນໃຫ້ບັນດາສະມາຊິກ ສະມາຄົມລາວ ທຸກໆທ່ານປະສົບແຕ່ຄວາມສຳເຣັດ, ປາຖນາສິ່ງໃດກໍ່ຂໍໃຫ້ໄດ້ດັ່ງໃຈຫວັງ, ແລະໃຫ້ມີສຸຂະພາບ ເຂັ້ມແຂງ ອາຍຸຫມັ້ນຂວັນຍືນເດີ້!

ຂໍໃຫ້ເຈົ້າພາບຈົ່ງຈະເຣີນ!

http://www.youtube.com/watch?v=cWcoSRmAYDs

[How come I can not embed youtube?]

-- Edited by joe fukawe at 15:15, 2007-12-18

__________________
ເຮັດແລ້ວບໍ່ຢ້ານ, ຢ້ານແລ້ວບໍ່ເຮັດ!
Anonymous

Date:
Permalink   

ໂອຍ ​ນອນບໍ່ຫລັບ​​​​​​​​

ບໍ່ແມ່ນ ນອນບໍ່ລັບເດີ້

__________________

Guru

Status: Offline
Posts: 1451
Date:
Permalink   

ເນື່ອງຈາກວ່າມີການປ່ຽນແປງເລັກນ້ອຍຂຶ້ນຢູ່ທີ່ youtube ດ່ັງນັ້ນຖ້າທ່ານຢາກຈະ Embed youtube ໃນເວັບບອດນີ້ ໃຫ້ປະຕິບັດດັ່ງຕໍ່ໄປນີ້

1. ໄປທີ່ youtube ເວັບໄຊ
2. ຊອກຫາວິດີໂອທີ່ທ່ານມັກ ແລະຕ້ອງການນໍາມາໂພດທີ່ບອດນີ້ ຍົກຕົວຢ່າງທ່ານຢາກເອັມເບດ ວິດີໂອຄລີບນີ້
http://www.youtube.com/watch?v=4uE_qo1gmso
3. ຢູ່ທີ່ຫນ້າເວັບ youtube ທ່ານຈະເຫັນ code ດ້ານລຸ່ມຂອງ ບ່ອນທີ່ຂຽນວ່າ Embed
4. ໃຫ້ທ່ານກ໋ອບປີ້ເອົາ code ມາໄວ້
5.
5. ກັບມາທີ່ເວັບບອດນີ້ ແລ້ວກົດທີ່ New Topic (ໃນກໍລະນີທີ່ທ່ານບໍ່ໄດ້ລ໋ອກອິນກ່ອນ)
6. ກົດເອົາເຄື່ອງຫມາຍທີ່ Use Advanced Editor ອອກ
7. paste the code of youtube to the webboard
( something like this:
8. ໃຫ້ເລືອກເອົາ URL ໃນ codeນີ້ບ່ອນທີ່ມີ http://www.youtube.com/v/4uE_qo1gmso&rel=1
9. Insert this URL and put into a youtube code, something like this [video=URL]
10. delete all the code in number 7.
11. Click to show preview or just click to submit the post
12. Finished.

biggrin.gif

__________________
samakomlaoiconsz6.gif Make yourself visible, signup at samakomlao webboard. HERE

Senior Member

Status: Offline
Posts: 288
Date:
Permalink   

Hey, Joe...Happy New Year to you too. I like you better when I read you in Lao. You seems sincere and just having fun. When you write in English you sounded like you are crazy.

__________________
"Because I criticized Laos government and it policies, it does not mean I want Laos to remain poor nor do I think Lao people are lazy or uneducated."

Guru

Status: Offline
Posts: 1451
Date:
Permalink   

ອີກວິທີ່ຫນ່ືງ ງ່າຍທີ່ສຸດທີ່ຈະໂພດ youtube ແມ່່ນໃຫ້ທ່ານ ກົດທີ່ໄອຄອນ youtube ທີ່ມີໃນເວັບບອດນີ້
ແລ້ວໂພດ URL ຫຼືທີ່ຢູ່ຂອງຫນ້າວິດີໂອລຣິບ ເປັນອັນວ່າຈົບຂັ້ນຕອນ

ວິທີ່ນີ້ ງ່າຍທີ່ສຸດດດດດbiggrin

-- Edited by samakomlao at 04:34, 2007-12-19

__________________
samakomlaoiconsz6.gif Make yourself visible, signup at samakomlao webboard. HERE

Member

Status: Offline
Posts: 10
Date:
Permalink   

ກ່ອນອື່ນຂ້າຜູ້ນ້ອຍກໍຕ້ອງຂໍກາບອະໄພນຳທ່ານຈອມຍຸດ ໂຈ ທີ່ເຮັດໃຫ້ທ່ານມີຄວາມຣູ້ສຶກຫນຸ່ມນ້ອຍລົງໄປໂດຍ
ບໍ່ເຈດຕະນາ. ອາວຸໂສ ຄວາມຫມາຍໃນທີ່ນີ້ແມ່ນ ຫມາຍເຖິງ ວໍຣະຍຸດ ຕ່າງຫາກ ບໍ່ໄດ້ກ່ຽວຫຍັງກັບເລື້ອງອາຍຸຈັກຫນ້ອຍ. ຊາບແລ້ວປ່ຽນ ...
ບໍ່ດອກ ເຈົ້າແລະຂ້ອຍ ບໍ່ເຄີຍໄດ້ປະລອງເພງດາບກັນມາກ່ອນ ແຕ່ຕາມທີ່ຂ້ອຍໄດ້ເຫັນມານັ້ນ ເພງດາບເຮົາທັງສອງ ອາດຄ້າຍໆຄືໆ ກັນ ໂດຍບັງເອີນ. ມັນກະທໍ່ນັ້ນເອັງ. "ໄມ້ມີອະໄຣໃນກໍ່ໄຜ່..."
ແລະຂໍໃຫ້ພອນເຫລົ່ານັ້ນຈົ່ງກັບຄືນໄປຫາເຈົ້າຄືກັນ.

ໂຊກດີປີໃຫມ່ທຸກຄົນ

Big_foot

__________________

I do belong to the Human race.

Anonymous

Date:
Permalink   

ມັນເປັນຄວາມລັບຫລາຍບໍ ທີ່ທ່ານນອນບໍ່ຫລັບ ແຕ່ຢ່າເກັບເປັນຄວາມລັບເດີ້ທີ່ທ່ານນອນບໍ່ຫລັບ

__________________
Anonymous

Date:
Permalink   

****, I am pure of Laotian. But I don't understand Laos language.What happend to my parents? Please speak English!!!!.

__________________
Anonymous

Date:
Permalink   

ລັບມີດ ຄວາມລັບ ລຶກລັບ ສຳລັບ ລັບລີ້ ຂອງລັບ ລັບຫູລັບຕາ  ລັບລົມຄົມໃນ

ນອນຫລັບ ຢາກຫລັບ ຫລັບໄຫລ ຫລັບດີ ຫລັບໆຕື່ນໆ ນອນບໍ່ຫລັບ ຫລັບຍາກ

__________________
Anonymous

Date:
Permalink   

samakomlao wrote:

ສະບາຍດີ ບັນດາອ້າຍເອື້ອຍນ້ອງ ທີ່ຮັກແພງຫມົດທຸກຄົນ
ຍິນດີຕ້ອນຮັບເຂົ້າສູ່ເວັບສະມາຄົມລາວ
ເວັບນີ້ ສ້າງຂຶ້ນເພື່ອອັບເດດທ໌ຂໍ້ມູນຂ່າວສານກ່ຽວກັບແວດວົງຄົນລາວ ທັງໃນແລະຕ່າງປະເທດ
ຜູ້ຄວບຄຸມດູແລເວັບແມ່ນກຸ່ມນັກສຶກສາ ທັງໃນປະເທດ ແລະ ນອກປະເທດ ດັ່ງຊື່ເວັບວ່າ
ສະມາຄົມລາວ ຫັ້ນແຫຼະ

ອີກເທື່ອຫນື່ງ ຍິນດີຕ້ອນຮັບທຸກທ່ານ

ຄືມາລຶກຫຼັບແທ້ນໍ້ຈົນໃຫ້ເຫັນແຕ່ເສື້ອຄໍມົນ?biggrin

__________________

Guru

Status: Offline
Posts: 596
Date:
Permalink   

Did someone noticed in the 20th vientiane times that mentioned the terrible car accident occured yesterday at about ten near the Customs Department killing three people and wounding six others ??? the most frightful nightmare I have ever heard in my life ...

__________________
Anonymous

Date:
RE: Sabaidee everyone
Permalink   

chiip wrote:

Did someone noticed in the 20th vientiane times that mentioned the terrible car accident occured yesterday at about ten near the Customs Department killing three people and wounding six others ??? the most frightful nightmare I have ever heard in my life ...

i haven't heard yet, there should have a news about that..right?

__________________
Anonymous

Date:
Permalink   

samakomlao wrote:
ຂອບໃຈຫລາຍ ໆ  ທີແບ່ງປັນຄວາມຮູ້ ໃຫ້ສະມາຊີກ ສະມາຄົມລາວ

ຂະນ້ອຍ ຢາກໃຫ້ມີແບບນີ້ ອີກ

ສັງກະລີ ວັດໄຕນ້ອຍ ວຽງຈັນ

Thank you so much to share knowled for samakomlao membership

===============================================

ເນື່ອງຈາກວ່າມີການປ່ຽນແປງເລັກນ້ອຍຂຶ້ນຢູ່ທີ່ youtube ດ່ັງນັ້ນຖ້າທ່ານຢາກຈະ Embed youtube ໃນເວັບບອດນີ້ ໃຫ້ປະຕິບັດດັ່ງຕໍ່ໄປນີ້

1. ໄປທີ່ youtube ເວັບໄຊ
2. ຊອກຫາວິດີໂອທີ່ທ່ານມັກ ແລະຕ້ອງການນໍາມາໂພດທີ່ບອດນີ້ ຍົກຕົວຢ່າງທ່ານຢາກເອັມເບດ ວິດີໂອຄລີບນີ້
http://www.youtube.com/watch?v=4uE_qo1gmso
3. ຢູ່ທີ່ຫນ້າເວັບ youtube ທ່ານຈະເຫັນ code ດ້ານລຸ່ມຂອງ ບ່ອນທີ່ຂຽນວ່າ Embed
4. ໃຫ້ທ່ານກ໋ອບປີ້ເອົາ code ມາໄວ້
5.
5. ກັບມາທີ່ເວັບບອດນີ້ ແລ້ວກົດທີ່ New Topic (ໃນກໍລະນີທີ່ທ່ານບໍ່ໄດ້ລ໋ອກອິນກ່ອນ)
6. ກົດເອົາເຄື່ອງຫມາຍທີ່ Use Advanced Editor ອອກ
7. paste the code of youtube to the webboard
( something like this:
8. ໃຫ້ເລືອກເອົາ URL ໃນ codeນີ້ບ່ອນທີ່ມີ http://www.youtube.com/v/4uE_qo1gmso&rel=1
9. Insert this URL and put into a youtube code, something like this [video=URL]
10. delete all the code in number 7.
11. Click to show preview or just click to submit the post
12. Finished.

biggrin.gif

__________________
Anonymous

Date:
Permalink   

As for Isan. They are lost people, with lost soul. They will never be return, but wander the earth without a race.

__________________
Anonymous

Date:
Permalink   

Jek should crack down more on the Buffalo. They should speak central Thai. They should accept the CHinese American as their King. Or face the guns.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us

Create your own FREE Forum
Report Abuse
Powered by ActiveBoard