Members Login
Username 
 
Password 
    Remember Me  
Post Info TOPIC: ອັກສອນ " ຣ "


Newbie

Status: Offline
Posts: 3
Date:
ອັກສອນ " ຣ "
Permalink   


ເປັນຫຍັງເມືອງລາວ ປັຈຸບັນຈື່ງບໍ່ຄ່ອຍໃຊ້ ອັກສອນ " "  ກັນ ?cry

__________________
໑໒໓

Date:
Permalink   

ມັນຫັນລີ້ນຍາກນະທ່ານ

__________________
Anonymous

Date:
Permalink   

ມັນບໍ່ມີຫຍັງຍາກ ການຫັນລິ້ນກໍບໍ່ຍາກບໍ່ຊາຫຍັງ ເບຶ່ງແຕ່ຄົນຂ້າ ຄົນຂະມູ ແຕ່ເຫນືອຮອດໃຕ້ ເຂົາເຈົ້າ
ກໍຫັນລິ້ນໄດ້ຢ່າງສະບາຍ ຍິ່ງປາກພາສາຕ່າງປະເທດແຮງໄດ້ມີໂອກາດຫັນລິ້ນຫລາຍທີ່ສູດ ລຶ້ງແລ້ວກໍສະ
ບາຍ ຕົວ ຣ​ ຈຳເປັນທີ່ສູດໃນການປາກເວົ້າພາສາຕ່າງປະເທດ

__________________
au8ust

Date:
Permalink   

ສ່ວນຕົວແລ້ວຄິດວ່າ ມັນເປັນຍ້ອນຖືກຖອດຖອນຈາກສານລະບົບພາສາລາວເປັນເວລາດົນ ຈົນເຮັດໃຫ້ຄົນລຸ້ນໃຫມ່ ບໍ່ສາມາດໃຊ້ຄຳນີ້ໄດ້ຢ່າງຖືກຕ້ອງ ຈົນຕອນຫລັງ ໆ ໄວລຸ້ນບາງຄົນຄິດວ່າ “ຣ” ເປັນພະຍັນຊະນະໃນພາສາໄທກໍ່ມີ

ການຕັດສິນໃຈທີ່ຜິດພາດ ນຳມາສູ່ຄວາມຫາຍຍະນະໂດຍແທ້

__________________
Anonymous

Date:
Permalink   

Hi,

I'm not Lao, & I can only decipher a few words of written Lao. But I'm interested to know what happened to the alphabet 'R' in the Lao language. When exactly did it 'disappear'? & why?

Seems like younger generation Lao never knew that it existed, except for a monk or two who said they studied a bit of 'old Lao' for translating Pali. Some (older generation of educated Lao) said that it was 'removed' from 1975 onwards, some are not sure exactly when.

Some say that 'R' was used by people from the north, 'H' or 'L' by people further south?

Can anyone explain in English? Thank you!

- four paws

__________________
Anonymous

Date:
Permalink   

the letter''ror''=r, that was removing since 1975. that time lao gov just want lao poeple to learn and can read lao, the majority of lao poeple can not pronounce letter"ror" and the old poeple can not read. that time lao gov forces every body go to school. even old poeple. they will teach you in the night time. after your workday. that time is tharn Phoumy Vongvichit was the head of ministry of education.

__________________
TEA

Date:
Permalink   

ຫລັງຈາກປົດປ່ອຍເພິ່ນໄດ້ຕັດຕົວຣໍ, ຕົວ xຼ , ໄມ້x໌  ແລະພະຍັນຊະນະປະສົມສອງຕົວຄືຕົວໜໍແລະຕົວໝໍອອກຈາກຫລັກໄວຍະກອນເກົ່າແລະນຳເອົາຫລັກໄວຍະກອນທີ່ເພິ່ນໃຊ້ໃນເຂດປົດປ່ອຍເກົ່າອອກມາໃຊ.
ເຫດຜົນກໍ່ຍ້ອນວ່າພາສາລາວເປັນພາສາທີ່ສົມບູນແລະຕີຫລົບທົບໄດ້.
ຫລັງຈາກຕັດຕົວຣໍ ຕົວxຼ ໄມ້ x໌ ອອກແລ້ວເຮັດໃຫ້ພາສາລາວບໍ່ສາມາດທຽບເທົ່າກັບພາສາສາກົນໄດ້ ເຊັ່ນ: brake = bake = ເບກ
ກ່ອນປີ 1975, brake = ເບຼກ ຫລື ເບຣ໌ກ

__________________


Newbie

Status: Offline
Posts: 3
Date:
Permalink   

ຂໍຂອບໃຈ ທຸກໆທ່ານທີ່ພາກັນມາອອກຄວາມເຫັນຫລືມາໃຫ້ຄວາມກະຈ່າງແຈ້ງ
ຕໍ່ການເປັນມາຂອງການຍ່ອນຜ່ອນການໃຊ້ ອັກສອນ ຣ .

ແຕ່ຕາມຄວາມເຫັນຂອງຜູ່ຂ້າແລ້ວແມ່ນເປັນ ອັກສອນທີ່ສຳຄັນຕົວນື່ງທີ່ພາສາຂອງ
ລາວເຮົາຂາດບໍ່ໄດ້. 

ນອກຈາກຈະບໍ່ເປັນພາສາທີ່ບໍ່ສົມບູນແບ່ບແລ້ວ, ຍັງສໍໃຫ້ເຫັນເຖີງຄວາມຮູ້ ຄວາມສາມາດ ແລະຄວາມກ້າວໜ້າທາງດ້ານການສຶກສາຂອງ 
ປະເທດລາວເຮົາດ້ວຍ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard