Members Login
Username 
 
Password 
    Remember Me  
Post Info TOPIC: Important event in Vientiane on Lao new year
Anonymous

Date:
Important event in Vientiane on Lao new year
Permalink   


ໃນໂອກາດບຸນປີໃໝ່ລາວ ປະຈຳປີ 2009 ເຊິ່ງຈະມີຂຶ້ນລະຫວ່າງວັນທີ 13-16 ເມສາ 2009 ສະເພາະຢູ່ນະຄອນ
ຫຼວງວຽງຈັນ ນັບວ່າແມ່ນໄດ້ຫ້າງຫາກະກຽມເປັນຢ່າງດີ ໂດຍສະເພາະແມ່ນການຮັກສາຄວາມສະຫງົບ ຄວາມເປັນລະບຽບ
ຮຽບຮ້ອຍທາງສັງຄົມ ຂະນະດຽວກັນ ກໍຈະໄດ້ສົ່ງເສີມວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ເຊິ່ງຈະ
ໄດ້ຈັດ 5 ກິດຈະກຳ.
1. ວັນທີ 13/4/09 ໂຮງແຮມລ້ານຊ້າງ ນັບແຕ່ເວລາ 14-16 ໂມງ ແມ່ນຈະຈັດບາສີສູ່ຂວັນອວຍພອນປີໃໝ່ໃຫ້ແກ່
ການນຳຂັ້ນສູງ ແລະ ການນຳນະຄອນຫຼວງວຽງຈັນ ເຊິ່ງຈະມີບັນດາທູຕານຸທູດ ອົງການຈັດຕັ້ງສາກົນເຂົ້າຮ່ວມ ທັງຈະມີ
ການຖະແຫຼງຂ່າວກ່ຽວກັບງານສະເຫຼີມສະຫຼອງວຽງຈັນ 450 ປີ ແລະ ຈະມີການລະດົມທຶນ ເພື່ອບູລະນາປະຕິສັງຂອນວັດ
ຖິ່ນງ້ອຍຢູ່ເມືອງປາກງື່ມ.
2. ວັນທີ 14/4/09 ນັບແຕ່ເວລາ 10:00-17:00 ໂມງ ຈະມີງານເທດສະການຊີມອາຫານລາວດັ້ງເດີມ ໂດຍຈະ
ຈັດຢູ່ບໍລິເວນແຄມຂອງທ່າວັດຈັນ ເມືອງຈັນທະບູລີ ແລະ ນັບແຕ່ເວລາ 17:00-22:00 ໂມງຂອງວັນດຽວກັນ ແມ່ນຈະມີ
ງານປະກວດນາງສາວປີໃໝ່ລາວບັນດາເຜົ່າ ນະຄອນຫຼວງວຽງຈັນ.
3. 15/4/09 ນັບແຕ່ເວລາ 10:00 ໂມງເປັນຕົ້ນໄປ ການນຳນະຄອນຫຼວງວຽງຈັນ ຈະໄດ້ນຳພາປະຊາຊົນ ແລະ
ພະສົງຈາກ 9 ວັດ ສົງພຣະພຸດທະຮູບ ວັດສີເມືອງ ຫາ ອົງຕື້ ແລະ ອິນແປງ ພ້ອມທັງຈະຕົບພຣະທາດຊາຍຢູ່ຫາດດອນຈັນ.
4. ໃນວັນທີ 16/4/09 ເວລາ 10:00 ໂມງ ຈະມີບາສີເມືອງຢູ່ວັດອົງຕື້ ເພື່ອເປັນການໃຫ້ບ້ານເມືອງມີຄວາມຈະ
ເລີນຮຸ່ງເຮືອງ ແລະ ປະຊາຊົນຜາສຸກ.
- ເວລາ 14:00 ໂມງ ມີຕົບພຣະຊາຍຢູ່ຫາດດອນຈັນ.
- ເວລາ 15:00 ໂມງ ມອບລາງວັນໃຫ້ແກ່ນັກກີລາຫາດຊາຍ.
- ເວລາ 17:00 ປິດງານຫຼິ້ນບຸນປີໃໝ່ລາວຂອງນະຄອນຫຼວງວຽງຈັນ ປະຈຳປີ 2009.
5. ຕະຫຼອດໄລຍະງານບຸນປີໃໝ່ລາວ ຢູ່ບໍລິເວນຫາດດອນຈັນ ຈະມີການແຂ່ງຂັນກີລາຫາດຊາຍ 6 ປະເພດ.
ສະນັ້ນ ຫາກຊາວນະຄອນຫຼວງວຽງຈັນ ຜູ້ໃດຂຶ້ນເໜືອລົງໃຕ້ ຂໍເຊີນເຂົ້າຮ່ວມການທຳບຸນຕັກບາດ ແລະ ມ່ວນ
ຊື່ນກັບກິດຈະກຳດັ່ງກ່າວດ້ວຍ.

__________________
Anonymous

Date:
Permalink   

it was good programme related our tradition, and no drink too much

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard