Members Login
Username 
 
Password 
    Remember Me  
Post Info TOPIC: Establish a physical education school in Laos


Guru

Status: Offline
Posts: 2386
Date:
Establish a physical education school in Laos
Permalink   


ນັບແຕ່ສົກຮຽນ 2007-2008 ໂຮງຮຽນສ້າງຄູພະລະສຶກສາ ໄດ້ມີການປັບປຸງລະບົບການບໍລິຫານຮອບດ້ານ
ແລະ ວາງແຜນພັດທະນາ 5 ປີ ຄັ້ງທີ 1 (2007-2012) ໃນນັ້ນແມ່ນການປັບປຸງຫຼັກສູດ ລະບົບ 11+3 ມາເປັນ 11+2 ແລະ
ສ້າງພື້ນຖານເງື່ອນໄຂ ເພື່ອຍົກໂຮງຮຽນໃຫ້ເປັນວິທະຍາໄລໃນປີ 2012.
ການຍົກຖານະເປັນວິທະຍາໄລພະລະສຶກສາ ຈະເຮັດໃຫ້ວຽກງານດັ່ງກ່າວມີການຂະຫຍາຍຕົວບຸກຄະລາກອນ
ທາງດ້ານພະລະສຶກສາ ມີໂອກາດຍົກລະດັັບຄວາມຮູ້ຄວາມສາມາດ ແລະ ພັດທະນາຕົນເອງ ຕາມການຂະຫຍາຍຕົວຂອງ
ເສດຖະກິດສັງຄົມໃນປັດຈຸບັນ ມີຄວາມຮຽກຮ້ອງຕ້ອງການ ຄູ ນັກວິຊາການພະລະສຶກສາ ເຂົ້າສັງກັດໃນບັນດາຂະແໜງ
ການຕ່າງໆ ທັງພາກລັດ ແລະ ເອກະຊົນ ອີກປະການໜຶ່ງ ຄູ ນັກວິຊາການພະລະສຶກສານີ້ ແມ່ນມີສ່ວນສຳຄັນເປັນເຈົ້າ
ການໃນການສ້າງຂະບວນການກິດຈະກຳການເຄື່ອນໄຫວຕ່າງໆ.
ການກ້າວເຂົ້າສູ່ການເປັນວິທະຍາໄລ ແມ່ນຄວາມພະຍາຍາມຂອງການຈັດຕັ້ງກະຊວງສຶກສາ ກໍຄືການປະຕິ
ບັດ 4 ໂຄງການບູລິມະສິດ ໃນແຜນຍຸດທະສາດການປະຕິຮູບ ລະບົບການສຶກສາແຫ່ງຊາດ ໂດຍສະເພາະແຜນພັດທະນາ
ການສຶກສາສົກຮຽນ 2008-2009 ແລະ ມະຕິກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ ປະຈຳປີ 2008 ແລະ ທັງແມ່ນ
ການຕັດສິນໃຈອັນເດັດດ່ຽວຂອງຄະນະພັກ ຄະນະນຳ ພະນັກງານ ຄູ-ອາຈານ ແລະ ນັກຮຽນໃນໂຮງຮຽນສ້າງຄູພະລະສຶກ
ສາ ຈຶ່ງສາມາດປະສົບຜົນສຳເລັດໄດ້.
ພິທີປະກາດເປັນວິທະຍາໄລພະລະສຶກສາ ໄດ້ຈັດຂຶ້ນໃນວັນທີ 29 ພຶດສະພາ 2009 ທີ່ໂຮງຮຽນສ້າງຄູພະລະສຶກ
ສາ (ທົ່ງປົ່ງ) ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມງານໃນຄັ້ງນີ້ ມີທ່ານ ສຈ. ດຣ. ສົມກົດ ມັງໜໍ່ເມກ ລັດຖະມົນຕີວ່າ
ການກະຊວງສຶກສາທິການ ພ້ອມດ້ວຍບັນດາທ່ານຈາກສຳນັກງານ ອົງການ ພະແນກການທີ່ກ່ຽວຂ້ອງ ແຂກຖືກເຊີນ ພະ
ນັກງານ ຄູ-ອາຈານ ພາຍໃນວິທະຍາໄລພະລະສຶກສາ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.



-- Edited by khonthakek on Monday 1st of June 2009 03:56:15 AM


-- Edited by khonthakek on Monday 1st of June 2009 04:01:43 AM

__________________


animated-graphics247.gif



Anonymous

Date:
Permalink   

if you post this topic in Lao language board would be more appropriate and get more attention from readers.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard