Members Login
Username 
 
Password 
    Remember Me  
Post Info TOPIC: Gov hold on to lend a land for investors
Anonymous

Date:
Gov hold on to lend a land for investors
Permalink   


my web browser IE8 can't read Lao. at the forum ,if you guys can't read  lao on IE7 and IE8
I suggest that download MOZILLA FIREFOX WEB BROWSER, but dont forget to install Lao fonts first.
where to download and how to install, please google it.





ຕໍ່ກັບບັນຫາທີ່ປະຊາຊົນ ກໍຄືຫຼາຍທ່ານ ໂດຍສະເພາະກໍແມ່ນນັກທຸລະກິດ ກໍໄດ້ມີຄວາມສົນໃຈ ແລະ ໄດ້ຖາມມາ
ວ່າ: ເປັນຫຍັງລັດຖະບານ ຈຶ່ງໃຫ້ຢຸດຕິການເຊົ່າ ຫຼື ສຳປະທານທີ່ດິນຊົ່ວຄາວ ນັ້ນກໍແມ່ນປະຕິບັດຕາມແຈ້ງການຂອງຄະ
ນະເລຂາລັດຖະບານ ສະບັບເລກທີ 743/ຄລບ ລົງວັນທີ 8 ພຶດສະພາ 2007 ໃນຂໍ້ 3 ວ່າ ໃຫ້ໂຈະການພິຈາລະນາອະນຸມັດ
ໃຫ້ເຊົ່າ ຫຼື ສຳປະທານທີ່ດິນ ໃນຮູບແບບເປັນຈຳນວນຫຼາຍ ແລະ ໃນໄລຍະຍາວໃຫ້ນັກລົງທຶນ ສຳລັບການສະເໜີລົງທຶນ
ປູກໄມ້ອຸດສາຫະກຳ ແລະ ໄມ້ລົ້ມລຸກອື່ນໆໃນຮູບແບບ 2+3 ລັດຖະບານຈະພິຈາລະນາເປັນແຕ່ລະກໍລະນີຕໍ່ບັນຫານີ້ ຍ້ອນ
ໃນໄລຍະຜ່ານມາ ການອະນຸມັດເນື້ອທີ່ດິນສຳລັບປູກໄມ້ ບໍ່ໄປຕາມຂັ້ນຕອນທາງດ້ານລະບຽບກົດໝາຍ ເປັນຕົ້ນ:
- ການອະນຸມັດເນື້ອທີ່ດິນໂດຍບໍ່ໄດ້ຜ່ານການສຳຫຼວດ ຈັດສັນແບ່ງເຂດ ແລະ ຈັດແບ່ງປະເພດການນຳໃຊ້ຢ່າງ
ລະອຽດ ຈຶ່ງພາໃຫ້ເກີດບັນຫາສວຍໂອກາດ ຫັນປ່ຽນພື້ນທີ່ປ່າໄມ້ຕຶບໜາ (ປ່າດົງດິບ) ຫຼື ປ່າທຳມະຊາດດັ້ງເດີມໄປປູກໄມ້ ຫຼື
ປູກພືດອຸດສາຫະກຳອື່ນໆ ເຮັດໃຫ້ເນື້ອທີ່ປ່າໄມ້ຖືກທຳລາຍ ມີຜົນສະທ້ອນເຖິງລະບົບນິເວດວິທະຍາ ແລະ ສິ່ງແວດລ້ອມ.
- ບໍ່ມີການເລືອກເຟັ້ນຊະນິດພັນໄມ້ປູກໃຫ້ຖືກຕ້ອງຕາມຈຸດພິເສດ ແລະ ຄຸນນະພາບຂອງດິນ ເກີດມີການຫັນ
ປ່ຽນພື້ນທີ່ປູກພືດລົ້ມລຸກທີ່ໄດ້ຜົນຜະລິດໄວ ໄປປູກໄມ້ອຸດສາຫະກຳທີ່ໄດ້ຜົນຜະລິດຊ້າ ພາໃຫ້ເກີດບັນຫາການນຳໃຊ້ທີ່ດິນບໍ່
ກຸ້ມຄ່າ.
- ການໃຫ້ເຊົ່າ ຫຼື ສຳປະທານທີ່ດິນສຳລັບປູກໄມ້ເປັນບໍລິເວນກວ້າງໃຫຍ່ ແລະ ໄລຍະເວລາຍາວນານເກີນໄປ
ພາໃຫ້ເກີດບັນຫາດ້ານສັງຄົມ ແລະ ສິ່ງແວດລ້ອມ.
- ການຍົກຍ້າຍປະຊາຊົນອອກຈາກທີ່ດິນເຂດສຳປະທານ ມີຄວາມຫຍຸ້ງຍາກ ແລະ ສັບສົນ ການເວນຄືນທີ່ດິນ
ໃຫ້ປະຊາຊົນບໍ່ເໝາະສົມ ແລະ ມີມູນຄ່າຕ່ຳ ເຮັດໃຫ້ມີຂໍ້ຂັດແຍ່ງເກີດຂຶ້ນ ປະຊາຊົນສູນເສຍພື້ນທີ່ທຳການຜະລິດປະຈຳວັນ
ແລະ ເສຍສິດນຳໃຊ້ຍາວນານ ແລະ ເຮັດໃຫ້ມີຄວາມທຸກຍາກເກີດຂຶ້ນຫຼາຍກ່ວາເກົ່າ ການກຳນົດຄ່າເຊົ່າ ຫຼື ຄ່າສຳປະທານ
ທີ່ດິນຂອງລັດບໍ່ເໝາະສົມກັບມູນຄ່າຂອງທີ່ດິນຕົວຈິງ ຊຶ່ງຜ່ານມາ ຄ່າເຊົ່າ ຫຼື ຄ່າສຳປະທານທີ່ດິນເພື່ອການປູກໄມ້ຕ່ຳຫຼາຍ
ພາໃຫ້ລັດຖະບານເສຍຜົນປະໂຫຍດຢ່າງຫຼວງຫຼາຍ.

__________________
Anonymous

Date:
Permalink   

ອັນນີ້ແລ້ວເພິ່ນວ່າຂາດຄວາມສາມາດ ແລະປະສົບປະການໃນການທໍາງານ. ການບໍ່ຮອບ
ຄອບໃນການເຮັດສັນຍາສໍາປະທານ ສ່ວນຜູ່ທີ່ມີໜ້າທີ່ເຊັນອະນຸມັດແທນທີ່ຈະລຽບລຽງໃຫ້
ລະອຽດຫຼືນໍາໄປວິຈານຢູ່ໃນລັດທະສະພາຊໍ້າພັດບໍ່ເຮັດ ເພາະຄິດໃສ່ແຕ່ຜົນປະໂຫຽດຂອງ
ຕົນເອງທີ່ຈະໃດ້ຮັບ ສຸດກໍເລີຍນໍາໄປສູ່ບັນຫາອັນຕາມມາຢ່າງຫຼວງຫຼາຍຈົນນໍາມາເຖິງການ
ຢຸດຕິການສໍາປະທານຊົ່ວຄາວ. ນີ້ຄືບັນຫາຕາມມາ
1- ການເສັຍປຽບທາງດ້ານກົດໝາຍ
2- ກໍ່ໃຫ້ເກີດຄວາມຂັດແຍ້ງໃນສັງຄົມລະວ່າງຜູ່ທີ່ໃດ້ຮັບຜົນປະໂຫຽດ ແລະຜູ່ເສັຍຜົນປະໂຫຽດ
3- ອັດຕາໃນການສໍາປະທານ ລາຄາຕໍ່າເກີນໄປ
4- ປະຊົນຜູ່ທີ່ໃດ້ຮັບຜົນສະທ້ອນບໍ່ໃດ້ຮັບຄ່າຕອບແທນຢ່າງເປັນທໍາ
5- ສະພາບແວດລ້ອມໃນເຂດສໍາປະທານຖືກທໍາລາຍຫຼາຍກວ່າ ທີ່ຈະຟື້ນຟູ
ນີ້ຄືບາງບັນຫາທີ່ເກີດຈາກການຂາດຫຼັກວິຊາການ ແລະປະສົບປະການໃນການທໍາງານ.


__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard