Members Login
Username 
 
Password 
    Remember Me  
Post Info TOPIC: Do you agree?
Anonymous

Date:
Do you agree?
Permalink   


ບ.ກ ຮູ້ສຶກເປັນກຽດສູງສົ່ງທີ່ພະນັກງານການນຳບຳບານຂອງກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ທີ່ມີ
ຄວາມເປັນຫ່ວງເລື່ອງການໃຊ້ສັບພາສາທີ່ບໍ່ແມ່ນຂອງລາວ.
††††††††††††††††ຈ.ມ ເພິ່ນມີບາງຈຸດສຳຄັນດັ່ງນີ້:
††††††††††††††††ຮຽນ: ບັນດາທ່ານ ບັນດາສະຫາຍ ທີ່ເປັນຄົນລາວບັນດາເຜົ່າ ທີ່ເຄົາລົບ ແລະ ຮັກແພງທັງຫຼາຍ.
††††††††††††††††ຂ້າພະເຈົ້າ ສົມນິດ ວັນຄຳ ພະນັກງານບຳນານສັງກັດກະຊວງຖະແຫຼງຂ່າວ ແລະ ວັດທະນະທຳແຫ່ງ ສປປ
ລາວ ຂໍຮຽນສະເໜີດ້ວຍຄວາມເປັນຫ່ວງ ແລະ ຈິງໃຈ ບົນພື້ນຖານທັດສະນະປະຕິວັດມາຍັງບັນດາທ່ານ ບັນດາສະຫາຍ
ເຊິ່ງລ້ວນແຕ່ມີຖານະໜ້າທີ່ຮັບຜິດຊອບຕໍ່ຊາຕາອະນາຄົດຂອງປະເທດຊາດລາວລະບອບໃໝ່ນັ້ນ ຈົ່ງພ້ອມກັນຮູ້ສຶກສະດຸ້ງ
ຕື່ນ ແລະ ຕັດສິນໃຈເຂົ້າຮ່ວມຂະບວນການຕໍ່ສູ້ ແລະ ປົກປັກຮັກສາສັບພາສາຂອງຊາດລາວໃຫ້ຢູ່ຄູ່ກັບຜືນແຜ່ນດິນລ້ານ
ຊ້າງຕະຫຼອດໄປ.
††††††††††††††††ບາງສັບດັ່ງຕໍ່ໄປນີ້ ຕ້ອງຢຸດເຊົາ ການໃຊ້ເພາະພາສາຂອງຊາດລາວເຮົາກໍມີຢູ່ແລ້ວ ບໍ່ຈຳເປັນຈະໃຊ້ຕໍ່ໄປອີກ.
††††††††††††††††ຕົວຢ່າງ: 1.ພາສາລາວເອີ້ນວ່າ: ເຮືອນ ພາສາໄທເອີ້ນວ່າ ບ້ານ ກົງກັນຂ້າມ ຄົນລາວພັດພາກັນກ່າຍເອົາພາ
ສາໄທ ມາໃຊ້ປ່ຽນແທນພາສາຂອງຊາດລາວຢ່າງບໍ່ຮູ້ສຶກຕົວ ເຊັ່ນ: ປ່ຽນຄຳ ວ່າຕົກແຕ່ງເຮືອນ ເປັນຄຳວ່າຕົກແຕ່ງບ້ານ
ປ່ຽນຄຳວ່າຕິດຕັ້ງແອໃສ່ເຮືອນ ເປັນຄຳວ່າ ຕິດຕັ້ງແອໃສ່ບ້ານ ປ່ຽນຄຳວ່າ: ໜ້າເຮືອນ ເປັນຄຳວ່າ ໜ້າບ້ານ ປ່ຽນຄຳວ່າ: ຫຼັງ
ເຮືອນ ເປັນຄຳວ່າ ຫຼັງບ້ານ ປ່ຽນຄຳວ່າ: ແມ່ເຮືອນ ເປັນຄຳວ່າ ແມ່ບ້ານ ປ່ຽນວ່າ ເຮືອນພັກ ເປັນຄຳວ່າ ບ້ານພັກ ແລະ
ອື່ນໆ ດັ່ງນັ້ນ ຕ້ອງເຂົ້າໃຈໃຫ້ແຈ້ງ ຄຳວ່າ ບ້ານ ຕາມພາສາລາວ ຕ້ອງມີຫຼາຍຫຼັງເຮືອນ ມີນາຍບ້ານ ມີການຈັດຕັ້ງຄົບຊຸດ
ຢູ່ຮາກຖານ.
††††††††††††††††2.ພາສາລາວເອີ້ນວ່າ: ບ້ານ ພາສາໄທ ເອີ້ນວ່າ ໝູ່ບ້ານ ແຕ່ກົງກັນຂ້າມ ຄົນລາວພັດພາກັນເຂົ້າໄປຕາມພາ
ສາໄທ ເຊັ່ນ: 1 ໝູ່ບ້ານ 2 ໝູ່ບ້ານ 3 ໝູ່ບ້ານ ແລະ ຕໍ່ໆໄປ ດັ່ງນັ້ນ ຕ້ອງເຂົ້າໃຈໃຫ້ແຈ້ງ ຄຳວ່າ ໝູ່ບ້ານ ຕາມພາສາໄທ
ຍ້ອນວ່າ ເຮືອນແຕ່ລະຫຼັງນັ້ນ ໄທເອີ້ນວ່າ: ບ້ານຫຼາຍບ້ານນ້ອຍໂຮມເຂົ້າກັນ ໄທຈຶ່ງເອີ້ນວ່າ: ໝູ່ບ້ານ ເມື່ອເປັນແນວນັ້ນ ລາວ
ເອີ້ນວ່າ ໝູ່ບ້ານແມ່ນຜິດ.
††††††††††††††††3.ພາສາລາວເອີ້ນວ່າ: ຖົງ ພາສາໄທເອີ້ນວ່າ: ກະເປົາ ແຕ່ກົງກັນຂ້າມ ຄົນລາວພັດພາກັນເວົ້າໄປຕາມພາສາ
ໄທ ເຊັ່ນ: ປ່ຽນຄຳວ່າ ຖົງພາຍ ຖົງຫີ້ວ ຖົງເປ້ ຖົງຊີມັງ ແລະ ຖົງອື່ນໆ ເປັນຄຳວ່າ: ກະເປົາພາຍ ກະເປົາຫີ້ວ ກະເປົາຊີມັງ
ກະເປົາເປ້ ແລະ ກະເປົາອື່ນໆ.
††††††††††††††††4.ພາສາລາວເອີ້ນວ່າ: ເອົາມາຕ້ອນ ພາສາໄທເອີ້ນວ່າ: ເອົາຝາກ ແຕ່ຄົນລາວພັດພາກັນນິຍົມເວົ້າຕາມພາສາ
ໄທ ດັ່ງນັ້ນ ຕ້ອງເຂົ້າໃຈໃຫ້ແຈ້ງ ຄຳວ່າ ເອົາມາຝາກຕາມພາສາລາວ ແມ່ນຝາກໄປບ່ອນອື່ນ ແລະ ເອົາມາຝາກໄວ້.
††††††††††††††††5.ພາສາລາວເອີ້ນວ່າ: ພົບກັນ ພໍ້ກັນ ພາສາໄທເອີ້ນວ່າ: ເຈີກັນ ແຕ່ຄົນລາວພັດພາກັນເວົ້າຕາມພາສາໄທ ປະ
ຖິ້ມພາສາລາວຢ່າງບໍ່ມີສະຕິ.
††††††††††††††††6.ພາສາລາວເອີ້ນວ່າ: ເຄື່ອງຈັກ ຫຸ່ນຈັກ ເຮືອບິນ ພາສາໄທເອີ້ນວ່າ: ເຄື່ອງຍົນ ຫຸ່ນຍົນ ຍົນ... ແຕ່ຄົນລາວພັດ
ພາກັນເວົ້າໄປຕາມພາສາໄທ.
††††††††††††††††7.ພາສາລາວເອີ້ນວ່າ: ຜູ້ຊາຍເຈົ້າຊູ້ ຜູ້ຊາຍງາມ ພາສາໄທເອີ້ນວ່່າ: ໜຸ່ມຫຼໍ່ ແຕ່ຄົນລາວພັດພາກັນນິຍົມເວົ້າ
ຕາມພາສາໄທ ຢ່າງລືມຕົວໄປເລີຍ.
††††††††††††††††8.ພາສາລາວເອີ້ນວ່າ: ແກ້ວແວ່ນ ພາສາໄທເອີ້ນວ່່າ: ກະຈົກ ແຕ່ຄົນລາວສ່ວນໜຶ່ງພາກັນເວົ້າພາສາໄທ ແທນ
ພາສາລາວໄປເລີຍ.
††††††††††††††††9.ພາສາລາວເອີ້ນວ່າ: ແຜ່ນແພຝ້າຍ ແຜ່ນແພໄໝ ພາສາໄທເອີ້ນວ່າ: ຜ້າຝ້າຍ ຜ້າໄໝ ແຕ່ຄົນລາວພາກັນຫຼົງ
ເວົ້າໄປຕາມພາສາໄທ ດັ່ງນັ້ນ ຕ້ອງເຂົ້າໃຈໃຫ້ແຈ້ງ ຄຳວ່າ: ຜ້າຕາມພາສາລາວ ແມ່ນໝາຍເຖິງ ຜ້າສະໂຫຼ້ງ ຜ້າຫາງ ຜ້າ
ສະບົງ ແລະ ຜ້າທີ່ແກ້ຫຍິບສຳເລັດຮູບປະເພດອື່ນໆ.
††††††††††††††††10.ພາສາລາວເອີ້ນວ່າ: ສະແດງ ເອ້ຢ້ອງ ຫຼື ສະແດງເຄື່ອງຂອງ ແລະ ກະໂຕຄົນ ພາສາໄທເອີ້ນວ່າ: ໂຊ ແຕ່
ຄົນລາວສ່ວນໜຶ່ງພາກັນເວົ້າຕາມພາສາໄທ ຕ້ອງເຂົ້າໃຈຄຳວ່າ: ໂຊ ຕາມພາສາລາວ ແມ່ນການເຈັບປ່ວຍ.
††††††††††††††††11.ພາສາລາວເອີ້ນວ່າ: ນ້ຳເປື້ອນ ພາສາໄທເອີ້ນວ່າ: ນ້ຳເສຍ ແຕ່ຄົນລາວພັດພາກັນເວົ້າຕາມພາສາໄທແບບ
ຫັນຫຼັງໃສ່ພາສາລາວຂອງຕົນ ຕ້ອງເຂົ້າໃຈ ຄຳວ່າ: ເສຍ ຕາມພາສາລາວ ແມ່ນຊອກບໍ່ເຫັນ.
††††††††††††††††12.ພາສາລາວເອີ້ນວ່າ: ຮູບເງົາ ແລະ ໂທລະພາບ ພາສາໄທເອີ້ນວ່າ: ໜັງພາບພະຍົນ ແລະ ໂທລະທັດ ແຕ່
ໜ້າເສຍດາຍ ຄົນລາວພັດພາກັນເວົ້າພາສາໄທ ແທນພາສາລາວໄປເລີຍ.
††††††††††††††††13.ພາສາລາວເອີ້ນວ່າ: ຂົ້ວ ພາສາໄທເອີ້ນວ່າ ຜັດ ແຕ່ຄົນລາວສ່ວນຫຼາຍໄດ້ເວົ້າພາສາໄທ ໂດຍບໍ່ຫ່ວງໄຍນຳ
ພາສາຂອງຊາດຕົນ ເຊັ່ນ: ປ່ຽນຄຳວ່າ: ເຂົ້າຂົ້ວ ເປັນຄຳວ່າ ເຂົ້າພັດ ປ່ຽນຄຳວ່າ: ຂົ້ວຜັກ ຂົ້ວຊີ້ນ ແລະ ຂົ້ວອື່ນໆ ເປັນຄຳ
ວ່າ: ຜັດຜັກ ຜັດຊີ້ນ ແລະ ຜັດອື່ນໆ.
††††††††††††††††14.ພາສາລາວເອີ້ນວ່າ: ຢ່າຟ້າວ ໆ ຈັກໜ້ອຍກ່ອນ ພາສາໄທເອີ້ນວ່າ: ດຽວໆ ແຕ່ຄົນລາວສ່ວນຫຼາຍພາກັນ
ເວົ້າພາສາໄທໄປເລີຍ.

__________________
Anonymous

Date:
Permalink   

it is very easy to solve this problem.

Include Lao language to the high school level and university level, and make it interesting. Do a test regularly, so that students can learn what is right and what is wrong. Now we are very lose to Lao language learning, that's why we don't know who is right and who is wrong, even the people working in the Ministry of culture, and television, they also use wrong lao language.

My suggestion:
- Include Lao language to all school level cirriculum
- Produce Lao language program on Lao television
- Produce more of Lao websites
- Produce a place to refer to, in case people got confuse about the use of Lao
- Inject more money on Lao language reserch
- Organize Lao language competition nationwide
- Organize Lao lanugae day
- Organize Lao language fanclub
- Denouce those who use thai mix with Lao
etc...



__________________
Anonymous

Date:
Permalink   

Anonymous wrote:

 

it is very easy to solve this problem.

Include Lao language to the high school level and university level, and make it interesting. Do a test regularly, so that students can learn what is right and what is wrong. Now we are very lose to Lao language learning, that's why we don't know who is right and who is wrong, even the people working in the Ministry of culture, and television, they also use wrong lao language.

My suggestion:
- Include Lao language to all school level cirriculum
- Produce Lao language program on Lao television
- Produce more of Lao websites
- Produce a place to refer to, in case people got confuse about the use of Lao
- Inject more money on Lao language reserch
- Organize Lao language competition nationwide
- Organize Lao lanugae day
- Organize Lao language fanclub
- Denouce those who use thai mix with Lao
etc...

 




it is easy for you to say , but it''s hard man, unless you stop watching and listen to Thai's



__________________
Anonymous

Date:
Permalink   

Well, that even harder.
Lao can not live without Thai

__________________
Anonymous

Date:
Permalink   

and another problem needed to solve urgently...is that

In the sign board, the size of foreign language sometimes is bigger than lao language...that should not be happened... foreign language need to make smaller than lao it is written in sign board, and lao should be upper position...





__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard