Members Login
Username 
 
Password 
    Remember Me  
Post Info TOPIC: China helps laos to build Broadcasting for Satellite Communication System ..
Anonymous

Date:
China helps laos to build Broadcasting for Satellite Communication System ..
Permalink   


http://tv.people.com.cn/GB/166419/11034150.html

China and Laos have signed the contract in vientiane about the protect, this will give the Laos communication system a new face and change to high tehnology .



__________________
Anonymous

Date:
Permalink   

ການເຊັນສັນຍາໂຄງການກໍ່ສ້າງດາວທຽມ ລະບົບວິທະຍຸໂທລະພາບ ແລະ ໂທລະຄົມລາວ ລະຫວ່າງອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ແລະ ກຸ່ມບໍລິສັດ ວິທະຍາສາດ ແລະ ເຕັກໂນໂລຊີ ການບິນອະວະກາດ ຂອງ ສປ ຈີນ (CASC) ຕາງໜ້າບໍລິສັດ ດາວທຽມໂທລະຄົມນາສຄົມ ອາຊີ-ປາຊີຟິກ ຈີນ ຈຳກັດ ແລະ ບໍລິສັດ ອຸດສາຫະກຳ ກຳແພງເມືອງຈີນ.

ໂຄງການດາວທຽມລາວ ຮ່ວມມືກັບ ສປ ຈີນ ກໍເປັນໂຄງການຍຸດທະສາດໜື່ງທີ່ມີຄວາມໝາຍສຳຄັນຕໍ່ກັບການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະກັນ ລະຫວ່າງສອງປະເທດອ້າຍ ນ້ອງບ້ານໃກ້ເຮືອນຄຽງ ສປປ ລາວ ແລະ ສປ ຈີນ ເພື່ອສືບຕໍ່ປະຕິບັດຕາມເນື້ອໃນຈິດໃຈຂອງບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືພັດທະນາໂຄງການກໍ່ສ້າງ ແລະ ດຳເນີນທຸລະກິດ ດາວທຽມ ລະບົບວິທະຍຸ ໂທລະພາບ ແລະ ໂທລະຄົມນາຄົມລາວ ທີ່ສອງຝ່າຍ ລາວ-ຈີນ ໄດ້ເຊັນກັນທີ່ນະຄອນຫຼວງວຽງຈັນ ໃນວັນທີ 25 ກັນຍາ 2009 ທີ່ຜ່ານມາ ນັ້ນ ສອງຝ່າຍກໍໄດ້ສືບຕໍ່ປຶກສາຫາລືກັນ ໃນສອງໜ້າວຽກຕົ້ນຕໍຂອງໂຄງການ ເປັນຕົ້ນ ໄດ້ຮ່ວມກັນປັບປຸງບົດວິພາກ ເສດຖະກິດ-ເຕັກນິກຂອງໂຄງການ ເຊິ່ງມາເຖິງປັດຈຸບັນ ກໍຖືວ່າໄດ້ສຳເລັດຢ່າງສົມບູນ ແລະ ໄປພ້ອມໆກັນນັ້ນ ສອງຝ່າຍກໍໄດ້ສຸມໃສ່ສ້າງ ແລະ ປັບປຸງຮ່າງສັນຍາ ໂຄງການກໍ່ສ້າງດາວທຽມ ລະບົບວິທະຍຸໂທລະພາບ ແລະ ໂທລະຄົມ ນາຄົມລາວ ແລະ ຜ່ານການເຈລະຈາປຶກສາຫາລືນຳກັນມາຮອດປັດຈຸບັນ ທັງສອງຝ່າຍກໍໄດ້ເຫັນດີເປັນເອກະພາບ ກັນຕໍ່ຮ່າງສັນຍາດັ່ງກ່າວນີ້ ຈຶ່ງຕົກລົງຈັດໃຫ້ມີພິທີເຊັນສັນຍານີ້ຮ່ວມກັນ.

ສັນຍາໂຄງການກໍ່ສ້າງດາວທຽມ ລະບົບວິທະຍຸໂທລະພາບ ແລະ ໂທລະຄົມນາຄົມລາວ ມີ 3 ພາກ ສ່ວນລົງນາມຮ່ວມກັນ ຄື: ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ໃນນາມຕາງໜ້າລັດຖະບານ ສປປ ລາວ ບໍລິສັດດາວທຽມ ໂທລະຄົມນາຄົມ ອາຊີ-ປາຊີຟິກ ຈີນ ຈຳກັດ ແລະ ບໍລິສັດອຸດສາຫະກຳ ກຳແພງເມືອງຈີນ ພິທີເຊັນສັນຍາໄດ້ຈັດຂຶ້ນຢູ່ທີ່ ໂຮງແຮມດອນຈັນພາເລດ ໃນວັນທີ 25 ກຸມພາ 2010 ທີ່ນະຄອນຫຼວງວຽງຈັນ ເຊິ່ງຜູ້ລົງນາມໃນສັນຍາສະບັບນີ້ ທາງຝ່າຍ ສປປ ລາວ ແມ່ນທ່ານ ສາດສະດາຈານ ດຣ. ບຸນຕຽມ ພິດສະໄໝ ລັດຖະມົນຕີປະຈຳສຳນັກງານນາຍົກ ລັດຖະມົນຕີ ຫົວໜ້າອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ໃນນາມບໍລິສັດດາວທຽມໂທລະຄົມນາຄົມ ອາຊີ-ປາຊີຟິກ ຈີນ ຈຳກັດ ແມ່ນທ່ານ ຫຼຽງ ສຽວຫົງ ເລຂາຄະນະພັກສະຖາບັນເຕັກໂນໂລຊີຍານສົ່ງດາວທຽມ ທັງເປັນປະທານ ສະພາບໍລິຫານຂອງບໍລິສັດດາວທຽມໂທລະຄົມນາຄົມ ອາຊີ-ປາຊີຟິກ ຈີນ ຈຳກັດ "China-Asia Pacific Mobile Telecommunication Satellite Company Limited (China-APMT)" ແລະ ໃນນາມບໍລິສັດອຸດສາຫະກຳ ກຳແພງ ເມືອງຈີນ ແມ່ນທ່ານ ອິນ ຫຼີມິງ (Yin Liming) ປະທານບໍລິສັດອຸດສາຫະກຳ ກຳແພງເມືອງຈີນ ໂດຍການໃຫ້ກຽດເຂົ້າ ຮ່ວມເປັນສັກຂີພິຍານຂອງພະນະທ່ານ ດວງໃຈ ພິຈິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການ ກະຊວງປ້ອງກັນ ປະເທດພ້ອມບັນດາພະນັກງານຂັ້ນສູງທີ່ກ່ຽວທັງສອງຝ່າຍ.



__________________
Anonymous

Date:
Permalink   

about the project, not about the protect...

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard