Members Login
Username 
 
Password 
    Remember Me  
Post Info TOPIC: LUANG PRABANG TO BUILD THE AGRICULTURE AND FOREST UNIVERSITY


Guru

Status: Offline
Posts: 2386
Date:
LUANG PRABANG TO BUILD THE AGRICULTURE AND FOREST UNIVERSITY
Permalink   


ຫລວງ ​ພະບາງ: ວາງສີລາລືກໂຄງການ​ກໍ່ສ້າງ

ມະຫາວິທະຍາໄລກະສິກຳແລະປ່າໄມ້​ພາກເຫນືອ

ໃນອາທິດຜ່ານມາຢູ່ໂຮງຮຽນກະເສດປາກເຊືອງແຂວງຫລວງພະບາງໄດ້ມີພິທີວາງສີລາລືກໂຄງການສະຫນັບສະຫນູນແຜນການປັບປຸງວິທະຍາໄລກະສິກຳແລະປ່າໄມ້ພາກເຫນືອໂດຍການເຂົ້າຮ່ວມຂອງທ່ານສີຕາເຮັ່ງຣາຊະພົນລັດຖະມົນຕີກະຊວງກະສິກຳແລະປ່າໄມ້, ທ່ານສາຍສະຫມອນຄົມທະວົງຮອງເຈົ້າແຂວງໆຫລວງພະບາງ, ມີຜູ້ຕາງຫນ້າໂຄງການສຸຣາບໂກ (SURAFCO), ບັນດາພະແນກການທີ່ກ່ຽວ ຂ້ອງ, ຄູ - ອາຈານແລະນັກສຶກສາພາຍໃນໂຮງຮຽນດັ່ງກ່າວເຂົ້າຮ່ວມ.

ໃນພິທີອາຈານທອງສະຫມຸດພູມມະສອນອຳນວຍການວິທະຍາໄລກະສິກຳແລະປ່າໄມ້ພາກເຫນືອກໍ່ໄດ້ລາຍງານສະພາບການຈັດຕັ້ງປະຕິບັດໂຄງການເບື້ອງຕົ້ນວ່າ: ໂຄງການກໍ່ສ້າງພື້ນຖານໂຄງລ່າງຂອງວິທະຍາໄລລວມມີແຜນທີ່ການນຳໃຊ້ທີ່ດິນຊຶ່ງແຍກເປັນເຂດທີ່ດິນທຳການຜະລິດ (ຟາມ), ເຂດທີ່ຕັ້ງອາຄານຮຽນສຳລັບນັກສຶກສາ, ເຂດທີ່ຕັ້ງອາຄານບໍລິຫານ, ເຂດທີ່ຢູ່ອາໄສຂອງນັກຮຽນ, ຄູ - ອາຈານແລະເຂດສະຫນາມກິລາ. ການກໍ່ສ້າງຄັ້ງນີ້ລວມມີອາຄານຮຽນ 8 ຫ້ອງ. ຫ້ອງທົດລອງ 2 ຫ້ອງ, ຫໍພັກນັກຮຽນ 2 ຫລັງສາມາດບັນຈຸນັກຮຽນໄດ້ທັງຫມົດ 128 ຄົນ, ເຮືອນຄູ - ອາຈານທີ່ດູແລໃກ້ຊິດນັກຮຽນ 2 ຫລັງ, ຫໍອາຫານ 1 ຫລັງສາມາດຮັບຮອງນັກຮຽນໄດ້ 200 ຄົນ. ນອກນັ້ນຍັງໄດ້ປັບປຸງລະບົບນ້ຳກິນ, ນ້ຳໃຊ້ໃນການກະເສດຕື່ມອີກໂດຍໄດ້ຮັບທຶນສະຫນັບສະຫນູນຈາກໂຄງການ SURAFCO ຈຳນວນ5 ລ້ານ7 ແສນກວ່າສະວິດຝຣັງ (CHF) (ສະກຸນເງິນຂອງປະເທດສະວິດ). ນອກນັ້ນຍັງມີງົບປະມານສຳລັບການພັດທະນາພື້ນຖານໂຄງລ່າງຟາມຂອງວິທະຍາໄລເພື່ອຮອງຮັບການເຮັດພາກປະຕິບັດຕົວຈິງຂອງນັກຮຽນຈຳນວນ 4 ແສນກວ່າສະວິດຝຣັງອາຄານດັ່ງກ່າວຄາດ ວ່າຈະໄດ້ເປີດນຳໃຊ້ໃນທ້າຍເດືອນກຸມພາ 2011 ທີ່ຈະມາເຖິງນີ້.

ທ່ານກ່າວຕື່ມວ່າ: ໂຄງການສຸຣາບໂກ (SURAFCO) ແມ່ນໂຄງການສະຫນັບສະຫນູນການປັບປຸງຄຸນນະພາບຂອງວິທະຍາໄລກະສິກຳແລະປ່າໄມ້ພາກເຫນືອຊຶ່ງໂຄງ ການດັ່ງກ່າວຖືກສ້າງຕັ້ງຂຶ້ນເພື່ອຊ່ວຍເຫລືອກະຊວງກະສິກຳແລະປ່າໄມ້ໃນການປະຕິບັດຍຸດທະສາດສຳລັບການປັບປຸງລະບົບການສຶກສາຮອດປີ 2020 ຂອງບັນດາໂຮງຮຽນກະສິກຳແລະ ປ່າໄມ້ທີ່ຂຶ້ນກັບກະຊວງກະສິກຳ - ປ່າໄມ້ໃນ ສປປ ລາວ, ຊຶ່ງຍຸດທະສາດດັ່ງກ່າວໄດ້ຖືກຮັບຮອງແລະນຳໃຊ້ມາແຕ່ເດືອນມັງກອນ 2008 ເປັນຕົ້ນມາ. ໂຄງການນີ້ໄດ້ຮັບການສະຫນັບສະຫນູນທາງດ້ານທຶນຮອນໂດຍຜ່ານອົງການເພື່ອການພັດທະນາແລະການຮ່ວມມືຂອງປະເທດສະວິດເຊີແລນ (SDC), ສຳລັບໂຄງການກໍ່ສ້າງວິທະຍາໄລກະສິກຳແລະປ່າໄມ້ພາກເຫນືອນີ້ໄດ້ເລີ່ມຕົ້ນຈັດຕັ້ງປະຕິບັດມາແຕ່ເດືອນກັນຍາ 2009 ແລະຈະດຳເນີນໄປເຖິງເດືອນສິງຫາ 2012, ໂດຍມີ 6 ຈຸດປະສົງໃຫຍ່ຄື: ປັບປຸງການຄັດເລືອກແລະຄວາມຫ້າວຫັນຂອງນັກສຶກສາ, ຍົກລະດັບຄວາມຮູ້ຄວາມສາມາດຂອງຄູ - ອາຈານ, ພັດທະນາຫລັກສູດທີ່ເນັ້ນຄວາມຊຳນານງານ, ສ້າງເຄືອຄ່າຍຄູ່ຮ່ວມງານ, ປັບປຸງພື້ນຖານໂຄງລ່າງແລະການປັບປຸງລະບົບການຄຸ້ມຄອງບໍລິຫານ. ຊຶ່ງຈຸດປະສົງດັ່ງກ່າວຈະຊ່ວຍໃຫ້ວິທະຍາໄລບັນລຸເປົ້າຫມາຍໃນການກາຍເປັນສະຖາບັນການສຶກສາທີ່ນຳຫນ້າ, ເພື່ອການພັດທະນາຄວາມສາມາດແລະຄວາມຊຳນິຊຳນານດ້ານກະສິກຳເຂດເນີນສູງໃນ ສປປ ລາວ ແນໃສ່ການກໍ່ສ້າງພື້ນຖານໂຄງລ່າງທີ່ກ່ຽວຂ້ອງກັບການຮຽນພາກທິດສະດີຕິດພັນກັບການປະຕິບັດຕົວຈິງຊຶ່ງອົງປະກອບການພັດທະນາພື້ນຖານໂຄງລ່າງດັ່ງກ່າວແມ່ນແນໃສ່ສ້າງສະພາບເງື່ອນໄຂທີ່ສາມາດດຳເນີນການຈັດການສຶກສາສະພາບແວດລ້ອມໃນການເຮັດວຽກທີ່ດີແລະເປັນທີ່ດຶງດູດຈິດໃຈສຳລັບນັກສຶກສາແລະຄູອາຈານ, ສາມາດດຳເນີນການຮຽນ - ການສອນພາກທິດສະດີແລະພາກປະຕິບັດຕົວຈິງໄດ້ຢ່າງເຫມາະສົມ, ຕອບສະຫນອງໃນການເຂົ້າເຖິງຂໍ້ມູນຂ່າວສານທີ່ກວ້າງຂວາງແລະທັນສະໄຫມກະທັດຮັດແລະສາມາດຄຸ້ມຄອງໄດ້.(ໂດຍ: ດາວອນມະນີວັນ)

__________________


animated-graphics247.gif



Anonymous

Date:
Permalink   

Good news for Lao country. Lao should have more university.



__________________
Anonymous

Date:
Permalink   

Thats what we are waiting for.
Thank you for sharing aww

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard