Members Login
Username 
 
Password 
    Remember Me  
Post Info TOPIC: Lao proverbs
Anonymous

Date:
Lao proverbs
Permalink   


when to use this proverb:

ໄມ້ແກ່ກາຍເບັດ ເຫັດແກ່ກາຍແກງ

ໄມ້ອ່ອນ... ສອນງ່າຍ:


__________________
Anonymous

Date:
Permalink   

ການທີ່ຍົກເອົາຄຳສຸພາສິດບົດນີ້ ຂຶ້ນມາເປັນຫົວຂໍ້ ກໍເພື່ອຢາກແລກປ່ຽນບາງບັນຫາ ທີ່ພໍ່ແມ່ ຜູ້ປົກຄອງຫຼາຍທ່ານ ກຳລັງເບິ່ງຂ້າມ ຂຶ້ນມາສົນທະນາກັນ ຕາມພາສາແມ່ຍິງເຮົາ ທີ່ມີຄວາມຫ່ວງໃຍໃກ້ຊິດ ແລະ ຜູກພັນກັບຄອບຄົວ ເພາະຫຼາຍອາທິດຜ່ານມາ ມີຄົນແນະນຳແລ້ວແນະນຳອີກວ່າ: ເບິ່ງຊ້າງໃຫ້ເບິ່ງຫາງ ເບິ່ງນາງໃຫ້ເບິ່ງແມ່ ວ່າຊັ້ນ ! ມີບາງຄົນເພິ່ນຍັງເສີມເຂົ້າໄປອີກວ່າ: ເບິ່ງແມ່ຍັງບໍ່ພໍ ຄວນເບິ່ງແມ່ຕູ້ນຳອີກ ຈຶ່ງຈະບໍ່ຜິດຫວັງ ໝາຍວ່າຕ້ອງຜ່ານການຄັດ ການເລືອກເຝັ້ນຫຼາຍຂັ້ນຕອນອີ່ຫຼີ ຖ້າຈະວ່າໄປແລ້ວກໍຫາກດີ ທີ່ເຮັດໃຫ້ແມ່ຍິງເຮົາ ມີສະຕິໃນການປະພຶດຕົວເອງ ໃຫ້ຢູ່ໃນຮີດຄອງອັນດີງາມ ເພື່ອເປັນແບບຢ່າງໃຫ້ແກ່ລູກຫຼານ ໂດຍສະເພາະກໍແມ່ນ ລູກສາວ-ຫຼານສາວ ນັ້ນເອງ.

ແຕ່ມາຄິດແນວໜຶ່ງ ຄືວ່າບໍ່ເວົ້າເຖິງຜູ້ຊາຍແດ່ ວ່າຄວນປະພຶດຕົນແນວໃດ ເພື່ອໃຫ້ແມ່ຍິງນີ້ ໄດ້ມີສິດເລືອກຜູ້ຊາຍນຳແດ່ ຈະຂໍຍົກຕົວຢ່າງໜຶ່ງ ໃຫ້ມາສົມທຽບຂອງຄວາມບໍ່ຍຸຕິທຳ ຫຼື ບໍ່ສົມດູນທາງວິຖີຊີວິດ ແລະ ຮີດຄອງປະເພນີ ຄວາມເຊື່ອສຳລັບແມ່ຍິງເຮົາ ກັບຜູ້ຊາຍ ເຊັ່ນ: ຖ້າຜູ້ຊາຍໄປກິນເຫຼົ້າເດິກມາແຈ້ງ 3-5 ມື້ບໍ່ກັບເຮືອນ ກໍຖືເປັນເລື່ອງທຳມະດາ ແຕ່ຖ້າແມ່ຍິງໄປກິນເຫຼົ້າເຂົ້າຮ້ານເບຍ ຫຼື ກໍລະນີຄ້າງຄືນ ກໍຖືວ່າເປັນການບໍ່ສົມຄວນ ບໍ່ງາມໃນສາຍຕາ ຫຼື ເສຍຫາຍດ່າງດຳ ບໍ່ສົມເອົາມາເປັນເມຍ-ແມ່ຂອງລູກ... ຖືວ່າແມ່ຍິງເຮົາ ຖືກກ່າວປະນາມ ໃນທາງທີ່ເສື່ອມເສຍ ແຕ່ການຍົກຂຶ້ນມານີ້ ບໍ່ໄດ້ໝາຍຄວາມວ່າ ການທີ່ແມ່ຍິງໄປແຊະໆຊຳໆ ເຂົ້າຮ້ານນັ້ນ ອອກຮ້ານນີ້ ຄວງຄູ່ບໍ່ເລືອກໜ້າ ນັ້ນເປັນສິ່ງທີ່ດີ ອັນນັ້ນກໍບໍ່ແມ່ນດອກ ເພາະມັນບໍ່ເໝາະສົມ ກັບການເປັນແມ່ຍິງຢູ່ແລ້ວ ສະນັ້ນ ໃນການແກ້ໄຂບັນຫາຂອງເຮົາ ເພື່ອອະນາຄົດຈະດີຂຶ້ນທັງຍິງ-ຊາຍ ເຮົາຄວນມາລອງສັ່ງສອນລູກເຕົ້າ ຕັ້ງແຕ່ຍາມຍັງນ້ອຍດີບໍ່ ? ເພາະວ່າເດັກນ້ອຍ ບໍ່ສາມາດແກ້ໄຂບັນຫາໃດໄດ້ດ້ວຍຕົນເອງ ນັບທັງບັນຫາງ່າຍໆ ຈະເຮັດໃຫ້ເດັກນ້ອຍມັກເອື່ອຍອີງ ບໍ່ເປັນຄົນອົດທົນ ເພາະມີແຕ່ຜູ້ໃຫຍ່ຄອຍໃຫ້ການຊ່ວຍເຫຼືອ ແລ້ວຈະຕິດເປັນນິໄສ ຈະພາໃຫ້ເດັກນ້ອຍ ບໍ່ສາມາດຄິດຫຍັງໄດ້ດ້ວຍຕົນເອງ ກາຍເປັນຄົນຮັບຜິດຊອບບໍ່ສູງ ແລະ ກ້າວໄປເຖິງ ການບໍ່ພໍໃຈຂອງພໍ່ແມ່ ຜູ້ປົກຄອງ ຜູ້ໃຫຍ່ ແລະ ກາຍເປັນບັນຫາຂອງສັງຄົມ ເມື່ອເຂົາເຈົ້າໃຫຍ່ຂຶ້ນມາ.

ລວມຄວາມແລ້ວ ການທີ່ຢາກໃຫ້ລູກດີ ມີຄຸນນະພາບ ບໍ່ແມ່ນແຕ່ຈະເບິ່ງຫາງ ຫຼື ເບິ່ງແມ່ພຽງແຕ່ດ້ານດຽວ ຕ້ອງເລີ່ມມາຈາກຕອນຍັງນ້ອຍ ຊ່ວຍກັນທັງພໍ່ແມ່ ແລະ ຜູ້ປົກຄອງ ດັ່ງຄຳສຸພາສິດທີ່ວ່າ: ໄມ້ແກ່ກາຍເບັດ ເຫັດແກ່ກາຍແກງ ຈັ່ງໃດລະ ! ສະນັ້ນ ໃນການສອນລູກ ຄວນເລີ່ມມາຈາກຕອນຍັງນ້ອຍ ນັ້ນແມ່ນຍາມໃດ ?.

1. ເດັກນ້ອຍໄວຢາກຮູ້ຢາກເຫັນ ມັກຖາມນັ້ນຖາມນີ້ (ຍາດຕີນຍາດມື) ເຊິ່ງພໍ່ແມ່ເອງບໍ່ຄວນລຳຄານ ຫຼື ຮັກລູກຫຼາຍເກີນໄປ ເຮົາສາມາດໃຫ້ເຂົາເຈົ້າ ຊ່ວຍຕົນເອງ.

2. ຄວນເຝິກຫັດໃຫ້ລູກ ຊ່ວຍວຽກໃນເຮືອນ ສົມກັບຄວາມສາມາດ ແລະ ໃຫ້ມີຄວາມມ່ວນຊື່ນ.

3. ຢ່າຄິດວ່າລູກຍັງເຮັດຫຍັງບໍ່ໄດ້ເທື່ອ ຄວນຫາວຽກງ່າຍໆໃຫ້ລູກເຮັດ ຮ່ວມກັບພໍ່ແມ່ ອ້າຍເອື້ອຍ.

4. ຢ່າໃຫ້ເຂົາເຈົ້າເຮັດວຽກໜັກເກີນຕົວ ເພາະຈະສົ່ງຜົນກະທົບຕໍ່ກັບສຸຂະພາບ.

5. ເມື່ອເຮັດວຽກແລ້ວ ພໍ່ແມ່ຕ້ອງຮູ້ຍ້ອງຍໍຊົມເຊີຍລູກ.

6. ສິ່ງທີ່ພໍ່ແມ່ບໍ່ຄວນເຮັດຄື: ເຮັດວຽກແທນລູກໝົດທຸກຢ່າງ ແລະ ລົບລ້າງການຈຳແນກວຽກແມ່ຍິງ-ຜູ້ຊາຍ.

7. ພໍ່ແມ່ຕ້ອງສອນໃຫ້ລູກ ຮູ້ຮັກສິລະທຳ ຮັກນວນສະຫງວນຕົນ ເວົ້າຈາສຸພາບ ອ່ອນຫວານ ຮູ້ຈັກເອື້ອເຟື້ອເພື່ອແຜ່  ແລະ ໂອບເອື້ອອາລີ ຕໍ່ມະນຸດ ສັດ ຕົ້ນໄມ້... ພິເສດ ພໍ່ກັບແມ່ຕ້ອງເປັນແບບຢ່າງ.

ສະນັ້ນ ຖ້າພວກເຮົາສາມາດເບັດລູກໆໄດ້ ຕັ້ງແຕ່ຍັງນ້ອຍ ເມື່ອເຂົາເຈົ້າໃຫຍ່ຂຶ້ນມາ ກໍສາມາດຊ່ວຍເຫຼືອຕົນເອງໄດ້ ບໍ່ກໍໃຫ້ເກີດບັນຫາ ທີ່ບໍ່ເພິ່ງປາຖະໜາຕາມມາ ໃຫ້ພໍ່ແມ່ຕ້ອງນຳແກ້.

ລ້ຽງລູກນັ້ນ ມັນແມ່ນພອນສະຫວັນ ທີ່ປະສົມປະສານກັບຄວາມຮັກ ແລະ ຄວາມເຂົ້າໃຈ ສິ່ງສຳຄັນ ຕ້ອງໄດ້ໃກ້ຊິດ ສະໜິດສະໜົມ ແລະ ເບິ່ງແຍງຢູ່ຕະຫຼອດ ເພາະລູກຄືແກ້ວຕາ ແລະ ດວງໃຈ.

ໂດຍ: ໃບປໍ



__________________
Anonymous

Date:
Permalink   


ໃຫຍ່ຈົນເປັນຜູ້ເຖົ້າແລ້ວມາສອນລອຍນໍ້າໃຫ້ ຖືວ່າມັນຊ້າເກີນໄປ
ການສອນຕ້ອງສອນຕັ້ງແຕ່ນ້ອຍຂຶ້ນໄປ ເພາະກະດູກຍັງອ່ອນ ແລະເບັດໄດ້ງ່າຍ
ເຖົ້າແລ້ວກະດູກແຂງ ເບັດຍາກ ດີບໍ່ດີ ກະດູກຫັກຊໍ້າ aww

__________________
Anonymous

Date:
Permalink   

ໄປລາ ມາໄຫວ້ ຍ່າງຜ່ານກາຍຜຸ້ໃຫຽ່ ໃຫ້ກົ້ມໃຫ້ໝອບ ເປັນແມ່ຍິງ ນັ່ງໃຫ້ໜີບຂາ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard