Members Login
Username 
 
Password 
    Remember Me  
Post Info TOPIC: ສະຖານີວິທະຍຸ CRI FM 93MHz ເປີດໂຕແລ້ວ


Guru

Status: Offline
Posts: 1451
Date:
ສະຖານີວິທະຍຸ CRI FM 93MHz ເປີດໂຕແລ້ວ
Permalink   







ຕາມ​ຂ່າວ CRI: ຕອນ​ຄ່ຳ​ວັນ​ທີ 19 ພະຈິກ​ນີ້ ຢູ່​ວຽງ​ຈັນ ທ່ານ​ຫູ​ຈິນ​ທາວ ປະ​ທານ​ປະ​ເທດ​ຈີນ​ທີ່​ໄປ​ຢ້ຽມ​ຢາມ​ລາວ​ທາງ​ລັດ​ຖະ​ກິດ​ກັບ​ທ່ານ​ຈູມ​ມະ​ລີ​ໄຊ​ຍະ​ສອນ ປະ​ທານ​ປະ​ເທດ​ລາວ​ໄດ້​ພ້ອມ​ກັນ​ໄຂ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ CRI FM 93MHzທີ່​ວຽງ​ຈັນ.




ທ່ານ​​ວາງ​ເກິ່ງ​ຫນຽນ ຫົວ​ຫນ້າ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ CRI ​ໄດ້​ເປັນ​ພິ​ທີ​ກອນ​ຂອງ​ພິ​ທີ​ໄຂ​ວິ​ທະ​ຍຸ​ດັ່ງກ່າວ​.​ໃນ​ພິ​ທີ​ໄຂ,​ທ່ານ​ຫູ​ຈີນ​ທາວ​ເວົ້າວ່າ, ການ​ໄຂ​ວິ​ທະ​ຍຸ CRI FM 93MHz ຈະ​ກ່າຍ​ຂົວ​ໃຫມ່​ໃນ​ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ມິດ​ຕະ​ພາບ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ,​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ຮ່ວມມື​ຮອບ​ດ້ານ​ລະ​ຫວ່າງ​ຈີນ​ລາວ​ທີ່​ຫມັ້ນ​ຄົງ​ຍາວ​ນານ ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ.




ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ CRI FM 93MHz​ ​ແມ່ນ​ວິ​ທະ​ຍຸ​ລະ​ບົບ FM ​ແຫ່ງ​ທີ່​ສອງ​ທີ່​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ສ້າງ​ຂຶ້ນ​ຢູ່​ຕ່າງ​ປະ​ເທດ​ຫຼັງ​ຈາກ​ໄດ້​ສ້າງ​ຢ່​ໄນ​ໂລ​ບີ​ຂອງ​ປະ​ເທດ​ເຄັນ​ຢາ.ວິ​ທະ​ຍຸ​ແຫ່ງ​ນີ້​ຈະ​ກະ​ຈາຍ​ສຽງ​ດ້ວຍ​ພາ​ສາ​ລາວ ພາ​ສາ​ຈີນ​ກາງ​ແລະ​ພາ​ສາ​ອັງ​ກິດ​ມື້​ລະ 12 ຊົ່ວ​ໂມງ​ເຄິ່ງ,​ເນື້ອ​ໃນ​ລາຍ​ການ​ລວມ​ມີ​ການ​ສ້າງ​ສາ​ເສດ​ຖະ​ກິດ​ ການ​ພັດ​ທະ​ນາ​ຂອງ​ສັງ​ຄົມ​ຈີນ​ແລະ​ວັດ​ທະ​ນະ​ທຳ​ຈີນ, ການ​ແລກ​ປ່ຽນ​ ການ​ຮ່ວມ​ມື​ແລະ​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ວຍ​ໄມຕີ​ຈິດ​ລະ​ຫວ່າງ​ຈີນ​ລາວ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ວັດ​ທະ​ນະ​ທຳ​ເປັນ​ຕົ້ນ.


ທ່ານ​ທອງ​ລຸນ.ສີ​ສຸ​ລິດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ, ທ່ານ​ບໍ່​ແສງ​ຄຳ.ວົງ​ດາ​ລາ ລັດ​ຖະ​ມົນ​ຕີ​ຊ່ອຍ​ວ່າ​ການ​ກະ​ຊວງ​ຖະ​ແຫລ​ງ​ຂ່າວ​ແລະ​ວັດ​ທະ​ນະ​ທຳ​ລາວ​ພ້ອມ​ກັບ​ຜູ່​ນຳ​ພັກ​ແລະ​ລັດ​ຖະ​ບານ​ລາວ​ທ່ານ​ອື່ນ​ໆກໍ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ.

http://laos.cri.cn



__________________
samakomlaoiconsz6.gif Make yourself visible, signup at samakomlao webboard. HERE
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard