Members Login
Username 
 
Password 
    Remember Me  
Post Info TOPIC: ຂົວມິດຕະພາບແຫ່ງທີ 2 ບໍ່ແມ່ນຮັບໃຊ້ໂສເພນີ


Guru

Status: Offline
Posts: 1451
Date:
ຂົວມິດຕະພາບແຫ່ງທີ 2 ບໍ່ແມ່ນຮັບໃຊ້ໂສເພນີ
Permalink   



ແຫລ່ງຂ່າວຈາກກົມການຂ່າວຕ່າງປະເທດ ກະຊວງການຕ່າງປະເທດໃຫ້ຮູ້ວ່າ: ໂດຍທົ່ວໄປແລ້ວ ຄົນເຮົາອາດເບິ່ງບັນຫາໃນມູມມອງແຕກຕ່າງກັນ ຍ້ອນລະດັບການສຶກສາ,ຈິດສຳນຶກ ແລະ ອຸດົມຄະຕິແຕກຕ່າງກັນ ແຕ່ກໍ່ຍັງມີຄົນຈຳນວນໜຶ່ງທີ່ຂາດຄວາມຈະເລີນທາງດ້ານການສຶກສາ, ຂາດອະລິຍະທຳທາງດ້ານຈິດໃຈ ແລະ ມີອະຄະຕິຕໍ່ຄົນອື່ນ ມັກເບິ່ງບັນຫາ ແລະ ເຂົ້າໃຈບັນຫາໄປໃນທາງທີ່ເຊື່ອມເສຍໃຫ້ແກ່ຜູ້ອື່ນ. ຕົວຢ່າງຫນັງສືພິມບາງ ກອກພົດ (BangKok Post) ສະບັບວັນທີ 25  ທັນວາ 2006 ຂອງປະເທດໄທ ໄດ້ເຂົ້າໃຈຜົນປະໂຫຍດ ຂອງການນຳໃຊ້ຂົວຂ້າມແມ່ນຳ້ຂອງລະຫວ່າງສະຫວັນນະເຂດ ແລະ ມຸກດາຫານ ນັ້ນໄປໃນແງ່ລົບ ທີ່ຕຳ່ຕ້ອຍ, ຊຶ່ງບາງກອກພົດ ໄດ້ກ່າວວ່າ: ໂດຍອີງຕາມການລາຍງານ(ຈາກໃຜກໍ່ບໍ່ຮູ້) ວ່າກຸ່ມຍິງຂາຍບໍລິການແຂວງສະຫວັນນະເຂດຕ່າງກໍ່ຫວັງວ່າ ຈະມີແຂກມາໃຊ້ບໍລິການຫລາຍ ຂຶ້ນ, ຫລັງຂົວມິດຕະພາບ ລາວໄທ ແຫ່ງທີ 2 ເຊື່ອມຕໍ່ລະຫວ່າງແຂວງສະຫວັນນະເຂດມຸກດາຫານ ທີ່ຈະໄດ້ຮັບການເປີດໃຫ້ປະຊາຊົນທົ່ວໄປນຳໃຊ້ໃນເດືອນມັງກອນ 2007 (ພິທີເປີດໄດ້ຈັດ ວັນທີ 20 ທັນວາ 2006  ແລະ ຈະນຳໃຊ້ໃນເດືອນມັງກອນ 2007) ແລະ ກ່າວວ່າຍິງບໍລິການເຫລົ່ານັ້ນ ໄດ້ສະແດງຄວາມເຊື່ອຫມັ້ນວ່າ ຂົວແຫ່ງນີ້ຈະດຶງດູດນັກທ່ອງທ່ຽວຈາກທົ່ວໂລກ ເຂົ້າມາແຂວງ ທີ່ມີລາຕີສະໂມສອນຫລາຍເຖິງ 84 ແຫ່ງເປັນຕົ້ນ.ອັນນີ້ເຫັນວ່າ ຄວາມເຂົ້າໃຈໃນຜົນກະທົບ ຂອງຫນັງສືພິມບາງກອກພົດ ແມ່ນເຂົ້າໃຈແບບບໍ່ສ້າງສັນ ແບບຂາດຄວາມຮອບຄອບໃນການຕີລາຄາ ແລະ ເບິ່ງບັນຫາແບບລາມົກ ແບບຢຽບຢຳ່ກຽດສັກສີ ຂອງແມ່ຍິງ ທີ່ແຂວງ ສະຫວັນນະເຂດ ທີ່ສຸດ, ເປັນຫຍັງຫນັງສືພິມດັ່ງກ່າວບໍ່ຊອກຂໍ້ມູນນຳເຈົ້າຫນ້າທີ່ຝ່າຍລາວ ຫລື ຝ່າຍໄທ ທີ່ຮູ້ເລື່ອງຜົນປະໂຫຍດ ຂອງການນຳໃຊ້ຂົວດັ່ງກ່າວ, ບາງກອກພົດ ຮູ້ບໍ່ວ່າ ຜົນກະທົບອັນດີຄືວ່າຂົວດັ່ງກ່າວແມ່ນຂົວຍຸດທະສາດ ໃນການເຊື່ອມໂຍງການຄົມມະນາຄົມຂົນສົ່ງ, ເຊື່ອມໂຍງທາງດ້ານເສດຖະກິດຕາເວັນອອກ ແລະ ຕາເວັນຕົກ, ນຳເອົາຜົນປະໂຫຍດມະຫາສານມາໃຫ້ແກ່ ລາວໄທຫວຽດນາມ ແລະ ບັນດາປະເທດໃນພາກພື້ນ ແລະ ໃນໂລກ ນຳອີກ.


ຄັດຈາກຫນັງສືພິມປະຊາຊົນ



__________________
samakomlaoiconsz6.gif Make yourself visible, signup at samakomlao webboard. HERE
Anonymous

Date:
Permalink   

Yes, I've read about this too, and I am still upset at Bangkok Post...But then why Samakomlao posted this kind of comments (when it first came out)?... Not only that, you kept and achived it on the lelft side as: "Lao girls place hopes on bridge..."

__________________


Guru

Status: Offline
Posts: 1451
Date:
RE:
Permalink   


That's why i posted this topic to motivate Lao people to come out and share their idea against bangkokpost

__________________
samakomlaoiconsz6.gif Make yourself visible, signup at samakomlao webboard. HERE
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard