Members Login
Username
Password
Login
Remember Me
New Member
Lost Account Info?
Main Page
List All Users
Search
Search
Advanced Search
User Details
Calendar
Samakomlao
->
Samakomlao Main
->
General
->
ການປ່ອຍສັດໃນວັນບຸນປີໃຫມ່ ໄດ້ບຸນ ຫຼື ເພີ່ມບາບ ?
Start A New Topic
Reply
Post Info
TOPIC: ການປ່ອຍສັດໃນວັນບຸນປີໃຫມ່ ໄດ້ບຸນ ຫຼື ເພີ່ມບາບ ?
Anonymous
Date:
Apr 25, 2007
ການປ່ອຍສັດໃນວັນບຸນປີໃຫມ່ ໄດ້ບຸນ ຫຼື ເພີ່ມບາບ ?
Permalink
Reply
Quote
ທ່ານຄິດວ່່າການຊື້ນົກທີ່ຖືກຈັບໃສ່ກົງນ້ອຍໆ ແລ້ວປ່ອຍນົກໄປສູ່ຖິ່ນເດີມຂອງມັນ ເປັນການເຮັດບຸນ ຫຼື ເປັນການເພີິ່ມບາບ?
ຈາກສະຖິຕິ ນົກທີ່ຖືກຈັບໃສ່ໄວ້ໃນກົງນ້ອຍ ເວລາກັບຄືນໄປສູ່ສິ່ງແວວລ້ອມເດີມຂອງມັນ ຈະມີໂອກາດຕາຍສູງເຖິງ 80%ເນື່ອງຈາກສະພາບກາຍທີ່ອ່ອນເພຍຈາກການຖືກກັກຂັງໄວ້ດົນ. ການຊື້ນົກມາປ່ອຍ ເປັນການສົ່ງເສີມໃຫ້ພໍ່ຄ້າ ແມ່ຄ້າ ຫັນໄປຈັບນົກມາໃສ່ກົງ ຂາຍກັນເພື່ມຂຶ້ນ. ແລ້ວທ່ານຍັງຄິດວ່າ ການປ່ອຍນົກ ເປັນການເຮັດບຸນ ຫຼື ເປັນການເພີິ່ມບາບ ໃຫ້ຕົວທ່ານເອັງ ?
ປະຈຸບັນຄົນລາວຍັງມີຄວາມເຊື່ອຖືດັ່ງຕໍ່ໄປນີ້
ປະເພນີການປ່ອຍສັດໃນໂອກາດ ວັນສົງການ
ການປ່ອຍສັດໃນໂອກາດ ວັນສົງການ ກໍແມ່ນອີກປະເພນີຫນຶ່ງ ຂອງລາວເຮົາ ເຊິ່ງໄວຫນຸ່ມຊຸມສາວ ຍຸກໃຫມ່ໃນປະຈຸບັນ ມີຄວາມນິຍົມ ກັນປະຕິບັດ ໂດຍເຊື່ອວ່າ ການ ປ່ອຍສັດ ຫລື ການໂຜດສັດ ແມ່ນ ການທຳບຸນ ໂດຍເຮັດໃຫ້ສັດມີອິດສະຫວະພາບ ພົ້ນຜ່ານຈາກເຫດ ຮ້າຍອັນຕະລາຍ ແລ້ວການສ້າງບຸນກຸສົນເຊັ່ນນີ້ ຈະມີຜົນດີຕໍ່ຕົນ ເອງຄື ການປົດເປື້ອງເລື່ອງທຸກ, ເລື່ອງໂສກ ແລະ ໂລກໄພໃຫ້ຫາຍ ຫ່າງຜ່ານພົ້ນທັນທີທັນໃດ. ໂດຍທົ່ວໄປແລ້ວ ຄົນລາວຈະມີຄວາມເຊື່ອຖືກັນວ່າ ສິ່ງຊົ່ວຮ້າຍອັນ ຕະລາຍຮ້ອຍສິ່ງພັນແນວ ຈະສະຫລາຍຫາຍຈາກໄປນຳປີເກົ່າ. ເພາະສະນັ້ນ, ເຮົາຕ້ອງປະຖິ້ມສິ່ງທີ່ ຮາມຮ້າຍທັງປວງ; ຫາກມີແນວຂັດ ຂ້ອງຫມອງໃຈກັບຜູ້ໃດຜູ້ຫນຶ່ງພາຍໃນບ້ານ, ເຮືອນ ຫລື ຫມູ່ເພື່ອນມິດສະຫາຍ, ອ້າຍ, ເອື້ອຍ, ນ້ອງເຮົາກໍຕ້ອງໄດ້ໃຫ້ອະໄພ ລະລືມໃຫ້ ຫມົດຊິ້ນ, ຫັນມາຄິດ ແລະ ປະພຶດ ປະຕິບັດແຕ່ສິ່ງທີ່ງົດງາມ ເພື່ອຄວາມຍິນດີຮອງຮັບບັນດາສິ່ງທີ່ປະເສີດ ແລະ ໂຊກລາບອັນໃຫມ່ ແລ້ວກໍຈະໄດ້ດຳລົງຊີວິດຢ່າງປອດໃສຂາວສະອາດຕະປີໃຫມ່.
.> ຈາກເຫດຜົນດັ່ງກ່າວ, ການປ່ອຍສັດໃນໂອກາດປີໃຫມ່ ຈິ່ງມີ ລັກສະນະຟົດຟື້ນກວ້າງຂວາງ ແຕ່ບໍ່ສະເພາະຕອນປີໃຫມ່ເທົ່ານັ້ນ; ບາງຄົນກໍປ່ອຍໃນໂອກາດຄ້າຍວັນເກີດ, ໂອກາດຟື້ນຫາຍຈາກຄວາມເຈັບປ່ວຍ ເພື່ອອະຖິທານໃຫ້ຕົນເອງມີສຸຂະພາບເຂັ້ມແຂງ, ອາຍຸຫມັ້ນຍືນ. ອີກບາງກໍລະນີ ແມ່ນຄູ່. ບ່າວ-ສາວ ທີ່ຕ້ອງການສ້າງບຸນກຸສົນຮ່ວມກັນ ເຊິ່ງອາດຈະອະທິ ຖານໃຫ້ຄວາມຮັກມີຄວາມງົດງາມ, ຍືນນານ-ຫມັ້ນຄົງ ແລະ ມີອິດສະຫລະພາບ.
Source: .ecom.org.la
__________________
Page 1 of 1
sorted by
Oldest First
Newest First
Quick Reply
Please log in to post quick replies.
Samakomlao
->
Samakomlao Main
->
General
->
ການປ່ອຍສັດໃນວັນບຸນປີໃຫມ່ ໄດ້ບຸນ ຫຼື ເພີ່ມບາບ ?
Subscribe
Jump To:
--- Main ---
Knowledge
Cyberwise
General
Environment
--- Hot Zone ---
Lao boys Zone
Lao girls Zone
Music
Super hot and sexy zone
Entertainment news
--- About Laos ---
Lao Update
Laos photos
Society and Economic
Sport news
Travel
Food corner
Laotian today
Development in Laos
--- Love, Sex and Health ---
Sex education
Love clinic
Health & beauty
--- Job Vacancy and Recruitment ---
Job Vacancy
--- Education Zone ---
Lao language
About Samakomlao
Education
English language
Japanese language
--- Internet & IT ---
IT and mobile
Internet & website
--- Samakomlao Fanclub ---
Fun post
Create your own FREE Forum
Report Abuse