Members Login
Username 
 
Password 
    Remember Me  
Post Info TOPIC: ການພັດທະນາກິລາເຕະບານ ໃນປະເທດລາວ ກ້າວຫນ້າຂຶ້ນ ຫຼື ຖອຍຫຼັງລົງ
Anonymous

Date:
ການພັດທະນາກິລາເຕະບານ ໃນປະເທດລາວ ກ້າວຫນ້າຂຶ້ນ ຫຼື ຖອຍຫຼັງລົງ
Permalink   




ການພັດທະນາກິລາເຕະບານ ມີຄວາມກ້າວຫນ້າ ແລະ ມີຜົນສຳເລັດ ໃນລະດັບໃດຫນຶ່ງ ແລະ ບາງໄລຍະ ແຕ່ເມື່ອສົມທຽບກັບບັນດາປະເທດໃກ້ຄຽງເຫັນວ່າ: ລາວເຮົາຍັງຫລ້າ ຫລັງ ຍ້ອນຂາດພື້ນຖານ ອັນສຳຄັນ ແລະ ຫນັກແຫນ້ນໂດຍສະເພາະພື້ນຖານທາງດ້ານ ວິຊາການ ເພື່ອຮອງຮັບ ໃຫ້ແກ່ການພັດທະນາຢ່າງຕໍ່ເນື່ອງ ແລະ ຫນັກແຫນ້ນ. ໃນ 4 ປີຜ່ານມາຂໍ້ຄົງ ຄ້າງທີ່ເປັນພື້ນຖານ ແມ່ນຄວາມຮັບຮູ້ ແບບແຜນວິທີເຮັດວຽກ, ຄວາມຮັບ ຜິດຊອບ ແລະ ຄວາມເສຍສະຫລະ ຍັງເຮັດບໍ່ທັນກັບສະພາບຄວາມຮຽກຮ້ອງຕ້ອງການ ຂອງວຽກງານ ແລະ ຂະບວນການມະຫາຊົນ.

ທ່ານ ສຈ ບຸນຕຽມ ພິດສະໄຫມ, ລັດຖະມົນຕີ, ຫົວຫນ້າອົງການວິທະຍາສາດ,ເຕັກໂນ ໂລຢີ ແລະ ສິ່ງແວດ ລ້ອມ, ທັງເປັນປະທານຄະນະກຳມະການສະຫະພັນເຕະບານ ແຫ່ງ ຊາດລາວ (ສຕລ) ໄດ້ຕາງຫນ້າໃຫ້ຄະນະບໍລິຫານງານຊຸດເກົ່າໃນໄລຍະ 4 ປີ ທີ່ຜ່ານມາ, ກ່າວລາຍງານໃນວາລະກອງປະຊຸມໃຫຍ່ ຄະນະບໍລິຫານງານ ສຕລ ໃນວັນທີ 24 ເມສາ 2007.

4 ປີຜ່ານມານັ້ນ, ພາຍຫລັງໄດ້ປັບປຸງກົງຈັກການຈັດຕັ້ງຂອງ ສຕລ ຄືນໃຫມ່ ໃນວັນທີ 22 ສິງຫາ 2003, ສຕລ ໄດ້ເອົາໃຈໃສ່ປັບປຸງຄວາມສາມັກຄີ ພາຍໃນໃຫ້ແຫນ້ນແຟ້ນ. ການ ຈັດຕັ້ງແຂ່ງຂັນປະຈາປີ ຫລື ເອີ້ນວ່າ “Lao League” ໄດ້ຮັບການປັບປຸງໃຫມ່, ນັບແຕ່ ສູນກາງລົງເຖິງຮາກຖານ ແຕ່ລະ ແຂວງທົ່ວປະເທດ ໄດ້ມີການລົງຮາກຖານ ຂອງຄະນະ ບໍລິຫານງານ ສຕລ ເພື່ອຊ່ວຍແນະນຳ ແລະ ຈັດສົ່ງເອກະສານກ່ຽວກັບການຈັດຕັ້ງ ແຂ່ງ ຂັນ, ການຂຶ້ນທະບຽນນັກກິລາ ແລະ ການຈັດຕັ້ງວິທີການແຂ່ງຂັນ ໃຫ້ມີຄວາມເອກະພາບ ກັນທົ່ວປະເທດ.

ສົມທົບກັບບັນດາຫ້ອງການກິລາ ແຂວງ, ສະຫະພັນເຕະບານແຂວງ ຍູ້ຂະບວນນການ, ຈັດຕັ້ງການອົບຮົມເລັ່ງໃສ່ການພັດທະນາບຸກຄະລາກອນໃຫ້ ໄດ້ທັງປະລິມານ ແລະ ຄຸນ ນະພາບ, ຄັດເລືອກນັກກິລາແຕ່ລະລຸ້ນອາຍຸເພື່ອກະກຽມເຂົ້າຮ່ວມການ ແຂ່ງຂັນໃນລະດັບ ສາກົນ. 4 ປີຜ່ານມາ, ຂະບວນການກິລາແຕ່ລະລຸ້ນອາຍຸໄດ້ມີຂະບວນການດີ,ເຊິ່ງສາມາດ ຈັດຕັ້ງແຂ່ງຂັນ ໃນລະດັບແຂວງ ໄດ້ໂດຍເປີດໂຄງການສານຝັນກິລາເຕະບານເຍົາວະຊົນສູ່ ຊີເກມ 2009 ເຊິ່ງເບື້ອງຕົ້ນໄດ້ຈັດຕັ້ງຢູ່ ແຂວງຫລວງພະບາງ, ນະຄອນຫລວງວຽງຈັນ, ຄຳມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ.

ຈັດຕັ້ງອົບຮົມກໍ່ສ້າງຍົກລະດັບກຳມະການຕັດສິນ ແລະ ຄູເຝິກກິລາເຕະບານ ຕະຫລອດ ຮອດ ຜູ້ບໍລິຫານທິມເຕະບານຢູ່ຂັ້ນສູນກາງໃຫ້ໄດ້ມາດຕະຖານ ແລະ ເປັນທີ່ຍອມຮັບຈາກ ມະຫາຊົນ ກໍຄືຈາກ FIFA ແລະ AFC. ໂດຍສະເພາະ, ການສົ່ງຄູເຝິກ ແລະ ກຳມະ ການຕັດສິນລະດັບຊາດໄປອົບຮົມຢູ່ຕ່າງປະເທດເພື່ອຍົກລະດັບໃຫ້ໄດ້ມາດຕະຖານສາກົນ. ການກໍ່ສ້າງພື້ນຖານ ວັດຖຸເຕັກນິກນັ້ນ, ໄດ້ສ້ອມແປງສະຫນາມເຝິກແອບເຕະບານ ສູນຝຶກ ໃຫ້ມີຄຸນນະພາບດີ ເພື່ອຮັບໃຊ້ແກ່ການສະຫນອງການເຝິກແອບ ຂອງທິມຊາດ. ຊຸກຍູ້ສະ ຫະພັນກິລາເຕະບານແຂວງ, ນະຄອນຫລວງ ແລະ ສະມາຊິກສະໂມສອນ ເຕະບານທີ່ມີ ສະຫນາມຝຶກແອບ ແລະ ສາມາດນຳໃຊ້ເຂົ້າໃນການແຂ່ງຂັນໄດ້ໃຫ້ເອົາໃຈໃສ່ ການສ້ອມ ແປງ ແລະ ປັບປຸງໃຫ້ດີຂຶ້ນກວ່າເກົ່າ.

ການຈັດຕັ້ງແຂ່ງຂັນນັ້ນ, ໄດ້ເອົາໃຈໃສ່ປັບປຸງລະບົບຈັດການແຂ່ງຂັນ “Lao League” ແລະ ຊິງຂັນຕ່າງໆ ໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ. ຈັດການແຂ່ງຂັນໃນລະດັບຊາດ, ປະຈຳປີ, ຊິງຂັນໃນວັນສຳຄັນປະຫວັດສາດ ຂອງ ຊາດ ແລະ ການແຂ່ງຂັນແຕ່ລະລຸ້ນ ອາຍຸ U12, U14, U16, U18 ແລະ U23. ຍາດແຍ່ງການຊ່ວຍເຫລືອຈາກ ບັນດາ ປະເທດອາຊຽນ ແລະ ຍີ່ປຸ່ນ ໃນການກໍ່ສ້າງບຸກຄະລາກອນທາງດ້ານເຕະບານ ເພື່ອເປັນ ການຮອງຮັບການເຂົ້າຮ່ວມຊີເກມສ໌ ແລະ ການເຂົ້າຮ່ວມ ເປັນເຈົ້າພາບຈັດການແຂ່ງຂັນ ໃນແຕ່ລະລຸ້ນອາຍຸ. ຍາດແຍ່ງຂໍຄູຝຶກ ຫລື ລະດັບຊ່ຽວຊານເຕະບານຈາກບັນດາປະເທດ ທີ່ມີບົດຮຽນດີເດັ່ນມາຍົກລະດັບວິຊາການ ແລະ ກໍ່ສ້າງນັກກິລາລາວໄລຍະຍາວ.

ວຽກງານເສດຖະກິດ-ການເງິນນັ້ນ, ປຸກລະດົມຂົນຂວາຍຢູ່ພາຍໃນ ແລະ ຕ່າງປະເທດ ດ້ວຍຫລາຍຮູບແບບ ອອກຂໍ້ກຳນົດກົດລະບຽບຂອງການເງິນ ເພື່ອສ້າງແຫລ່ງລາຍຮັບ-ລາຍຈ່າຍ ຮັບປະກັນຄວາມປອດໄພ ແລະ ການສ້າງລາຍຮັບໃຫ້ໄດ້ຫລາຍ. ປະຕິບັດ ການອຸດຫນູນ ແກ່ບັນດາສະໂມສອນ ສາຍ ກ ແລະ ສາຍ ຂ ທາງດ້ານການເງິນ,ໂດຍ ສະເພາະ ການອຸດຫນູນ ທາງດ້ານການອົບຮົມ, ຈັດການແຂ່ງຂັນ ແລະ ອຸປະກອນ.
 ຍາດແຍ່ງການຊ່ວຍເຫລືອ ຈາກ FIFA, AFC ແລະ AFF ໃນການຍົກລະດັບຄູເຝິກ, ກຳມະການຕັດສິນ, ເຝິກແອບນັກກິລາ ແລະ ສະ ຫນອງອຸປະກອນກິລາເຕະບານເພື່ອ ຫລຸດຜ່ອນລາຍຈ່າຍງົບປະມານ.

ຄຽງຄູ່ກັບຜົນສຳເລັດ 4 ປີຜ່ານມາ ສຕລ ຢາກບັນລຸຜົນສຳເລັດ ແລະ ຍາດໄດ້ໄຊ ຊະນະນັ້ນ, ຕ້ອງປັບປຸງຄວາມເປັນເອກະພາບ, ສາມັກຄີພາຍໃນໃຫ້ ແຫນ້ນແຟ້ນ ແລະ ມີຄວາມເສຍສະ ຫລະ ຕໍ່ວຽກງານສູງ. ຍາດແຍ່ງການຊ່ວຍເຫລືອຈາກຕ່າງປະເທດ ເພື່ອເປັນກຳລັງແຮງເຂົ້າໃສ່ໃນການພັດທະນາກິ ລາເຕະບານໃຫ້ເກີດຫມາກເກີດຜົນ. ເອົາໃຈໃສ່ສຶກສາອົບຮົມແນວຄິດການ ເມືອງສະຕິຕໍ່ການຈັດຕັ້ງລະບຽບວິໄນ ແກ່ຄູຝຶກ ແລະ ນັກກິລາ, ກ້າຫານສ້າງ ບຸກຄະລາກອນຫນຸ່ມນ້ອຍສືບທອດ ເພື່ອຮັບປະກັນ ດ້ານ ຄວາມຮູ້ດ້ານວິຊາການ ແລະ ບົດຮຽນທີ່ກ້າວຫນ້ານຳໃຊ້ ໄມ້ງັດເສດຖະກິດນະໂຍບາຍ ທາງດ້ານວັດຖຸເປັນສິ່ງຈຳເປັນ, ກ້າຫານຍ້ອງຍໍຊົມເຊີຍໃຫ້ລາງວັນແກ່ນັກກິລາ, ຄູຝຶກ, ກຳມະການຕັດສິນຜູ້ທີ່ມີຜົນງານຕໍກັບວຽກງານວິຊາສະເພາະ ແລະ ຕໍ່ກັບປະເທດຊາດ, ຕ້ອງເຮັດໃຫ້ໄດ້ ເພື່ອສ້າງຄວາມເຊື່ອຫມັ້ນໃຫ້ແກ່ມະຫາຊົນ.

ຈາກຫນັງສຶພິມປະຊາຊົນ



__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard