Members Login
Username 
 
Password 
    Remember Me  
Post Info TOPIC: ງານສະແດງສິນຄ້າ ຂອງຜູ້ປະກອບການ ຈາກປະເທດໄທ ປະຈຳປີ 2007
Anonymous

Date:
ງານສະແດງສິນຄ້າ ຂອງຜູ້ປະກອບການ ຈາກປະເທດໄທ ປະຈຳປີ 2007
Permalink   


ງານສະແດງສິນຄ້າ ຂອງຜູ້ປະກອບການ ຈາກປະເທດໄທ ປະຈຳປີ 2007

2007.04.30

ງານສະແດງສິນຄ້າ ຂອງຜູ້ປະກອບການ ຈາກປະເທດໄທ ປະຈຳປີ 2007 ທີ່ເອີ້ນວ່າ Thailand Exhibition ມີ
ກຳນົດຈັດຂື້ນໃນລະຫ່ວາງວັນທີ 30 ພືດສະພາ-ວັນທີ 3 ມິຖຸນາ ທີ່ນະຄອນຫລວງວຽງຈັນ,ຕາມການເປີດ ເຜີຽ
ຂອງທ່ານ ສະເລີມພົນ ພົງສະບັບນາພາ ທູດການຄ້າໄທປະຈຳ ສປປ ລາວ

ສຽງ: “ປີນີ້ຈະຈັດຂື້ນໃນວັນທີ 30 ພືດສະພາ-ວັນທີ 3 ມິຖຸນາ ທີ່ອາຄານສະແດງສິນຄ້າ ລາວ ໄອເທັກ. ມີຜູ້
ປະກອບ ການຈາກປະເທດໄທປະມານ 200 ກ່ວາຣາຍ. ງານດັ່ງກ່າວໃນປີຜ່ານມາມີຜູ້ເຂົ້າຊົມ 900,000
ກ່ວາຄົນຊື່ງເປັນຕົວເລກບໍ່ນ້ອຍ ປີນີ້ກໍຄົງຢູ່ໃນຣະດັບດຽວກັນ."

ທ່ານ ສະເລີມພົນກ່າວວ່າ ສິນຄ້າທີ່ຜູ້ປະກອບການນຳມາສະແດງແລະຈຳນ່າຍນັ້ນສ່ວນຫລາຍແມ່ນສິນຄ້າ ປະເພດ
ເຄື່ອງໄຊ້ປະຈຳວັນຮວມໄປເຖິງສິນຄ້ານື່ງຜລິຕະພັນນື່ງຕຳບົນຂອງໄທຊື່ງຫວັງວ່າຈະບຸກເບີກແລະເພີ້ມຍອດຈຳນ່າຍ
ໃນລາວ. ໃນຂະນະນີ້ຄົນລາວໂດຍທົ່ວໄປຖືວ່າມີສະພາບເສຖະກິດແລະສັງຄົມທີ່ດີຂື້ນຕາມລຳດັບ ດັ່ງນັ້ນການ
ບໍຣິໂພກ ໃນລາວຈື່ງຖືວ່າເປັນແຫ່ລງສົ່ງອອກສິນຄ້າທີ່ນ່າສົນໃຈຂອງໄທໂດຍມີຈີນແລະວຽດນາມເປັນຄູ່ແຂ່ງ.

ໃນງານສິນຄ້າດັ່ງກ່າວ ຝ່າຍໄທຍັງມີໂຄງການຝືກອົບໂຮມຄວາມຮູ້ໃຫ້ແກ່ພາກສ່ວນທຸຣະກິດຕ່າງໆໃນລາວ
ດັ່ງທີ່ທ່ານ ສະເລີມພົນໄດ້ກ່າວ

ສຽງ: “ໂຄງການອົບຣົມໃຫ້ຄວາມຮູ້ກ່ຽວກັບການພັດທະນາອັນມະນີແລະເຄື່ອງປະດັບ ອັນນີ້ກໍມີການຈັດ
ສັມະນາໃຫ້ທາງການລາວ ແລະຍັງມີການຝືກອົບຣົມໃນເຣື້ອງຂອງແນວພັນພືດ ແນວພັນສັຕຊື່ງລາວ
ຂໍໃຫ້ຝ່າຍໄທຊ່ວຍ."

ນອກຈາກນີ້ ໃນງານດັ່ງກ່າວຝ່າຍໄທຍັງຈັດຕຽມໃຫ້ເອກະຊົນຂອງໄທແລະເອກະຊົນຂອງລາວຊື່ງ ມີຄວາມສົນໃຈ
ໃນທຸຣະກິດປະເພດດຽວກັນ ມາຈັບຄູ່ແລະເວົ້າຈາ ແລກປ່ຽນຂໍ້ມູນເພື່ອຊ່ວຍໃຫ້ນັກລົງທືນ ລາວແລະໄທ ມີໂອກາດ
ຮ່ວມກັນລົງທືນຫລືເຮັດກິດຈະການນຳກັນ.

Credit: ສົມເນ ຣາຍງານ

Lao-Global News Agent: Vatthana ATANAPHONE (MELBOURNE, VIC)



__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard