Members Login
Username 
 
Password 
    Remember Me  
Post Info TOPIC: ສະຫລອງປື້ມວັດຈະນານຸກົມພາສາລາວ
Anonymous

Date:
ສະຫລອງປື້ມວັດຈະນານຸກົມພາສາລາວ
Permalink   




7124_N_1586.jpg

ສະຫລອງປຶ້ມວັດຈະນານຸກົມພາສາລາວ ຕອນຄ່ຳວັນທີ 27 ເມສາ 2007 ຜ່ານມາ ທີ່ຫໍສະຫມຸດປວງຊົນນະຄອນຫລວງວຽງຈັນ ໄດ້ຈັດພິທີສະຫລອງປຶ້ມ "ວັດຈະນານຸກົມພາສາລາວ" ຂຽນໂດຍມະຫາສີລາ ວິຣະວົງ ທີ່ຈັດພິມຄືນໃຫມ່ ເພື່ອການຄົ້ນຄວ້າ ເຊິ່ງມີທ່ານ ສຈ. ດຣ. ບຸນຕຽມ ພິດສະໄຫມ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ຫົວຫນ້າອົງການວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ ທ່ານຮອງປະທານສະມາຄົມນັກຂ່າວ ພ້ອມດ້ວຍບັນດານັກປະພັນ ນັກຂຽນ ແລະ ຄອບຄົວ ຍາດຕິພີ່ນ້ອງ ຂອງຜູ້ຂຽນ ແລະ ມວນຊົນຊາວນະຄອນຫລວງວຽງຈັນເຂົ້າຮ່ວມ. ໃນພິທີດັ່ງກ່າວ ໄດ້ມີການພົບປະສ້າງສັນລະຫວ່າງນັກພາສາວັນນະຄະດີ ແລະ ຜູ້ຮັກຫອມພາສາລາວທັງ ຫລາຍ ແລະ ຮັບຟັງປະຫວັດຄວາມເປັນມາໃນການຈັດພິມວັດຈະນານຸກົມພາສາລາວ ທີ່ຂຽນໂດຍມະຫາສີລາ ວິຣະວົງ ແມ່ນຖືກພິມຄັ້ງທຳອິດໃນປີ 1961. ສຳລັບວັດຈະນານຸກົມສະບັບປັບປຸງໃຫມ່ນີ້ ພິເສດແມ່ນໄດ້ຮັກສາວິທີຂຽນຕາມເກົ່າຄື ມີການໃຊ້ສະກົດພິເສດ ກາງຄຳເຊັ່ນ ສາສ ນາ (ອ່ານວ່າ ສາດສະຫນາ) ນອກນັ້ນ ກໍຍັງໄດ້ຮັກສາຄຳສັບທີ່ຂຽນດ້ວຍ ຣ ເຊິ່ງສ່ວນໃຫຍ່ກໍແມ່ນຄຳສັບ ທີ່ໃຊ້ໃນສາດສະຫນາ ແລະ ເປັນຄຳສັບທີ່ມາຈາກບາລີ ແລະ ສັນສະກິດເຊັ່ນ ຣະດູ (ລະດູ) ສິ່ງທີ່ໄດ້ປັບປຸງປ່ຽນແປງໄດ້ແກ້ ໄຂຄວາມຜິດພາດໃນການຕີພິມໃນສະບັບເດີມ ໄດ້ຕື່ມວິທີສະກົດຄຳຕາມຫລັກໄວຍາກອນປັດຈຸບັນ ເຊັ່ນ ຊັພຍາກອນ-ຊັບ ພະຍາກອນ ປັຣຊຍາ-ປັດຊະຍາ ອັກສອນຫຍໍ້ ປ.ລ ມາຈາກປັດສິມລິຂິດ-ປັດສິມມະລິຂິດ ຕະການຂຽນຕາມເຄົ້າ (ປ.ປັຈສິມ ລິຂິຕ). ມະຫາສີລາ ວິຣະວົງ ມີຄວາມຫ່ວງໄຍ ແລະ ໄດ້ກ່າວໄວ້ໃນການຈັດພິມວັດຈະນານຸກົມຄັ້ງທຳອິດຂອງປະເທດ ລາວວ່າ ພາສາລາວ ມີຫລາຍສຳນຽງ ແລະ ເປັນຂອງຊົນຊາດຊົນເຜົ່າ ເພາະຫລາຍທ້ອງຖິ່ນິດພັນກັບປະເທດອື່ນ ເຊິ່ງເພິ່ນ ໄດ້ເລືອກເອົາຄຳສຳຄັນ ແລະ ເປັນທີ່ນິຍົມໃຊ້ກັນໃນທາງລາຊະການ ເຂົ້າໃນວັດຈະນານຸກົມເຫລັ້ມນີ້ ພ້ອມນັ້ນກໍໄດ້ສັ່ງວ່າ ຈະຕ້ອງມີການປັບປຸງອີກໃນພາຍຫນ້າ ເຊິ່ງນັບແຕ່ອະດີດມາຮອດປັດຈຸບັນ ພາສາລາວກໍໄດ້ມີການພັດທະນາຂຶ້ນເລື້ອຍໆ ຂໍ້ມູນຈາກ ນ.ສ.ພ ວຽງຈັນໃໝ່ - 03 ພຶດສະພາ 2007 ຂຽນໂດຍ : ຂໍ້ມູນຈາກ ນ.ສ.ພ ວຽງຈັນໃໝ່
 



__________________
Anonymous

Date:
Permalink   

wow that's good.
Do you know how many words contains in this book?
Any phrase examples?
and how much is it?
where to buy this dictionary?

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard