Members Login
Username 
 
Password 
    Remember Me  
Post Info TOPIC: ນັກລົງທືນເຊື້ອຊາດ Lao-America will invest in apple plantation in Laos !!
Anonymous

Date:
ນັກລົງທືນເຊື້ອຊາດ Lao-America will invest in apple plantation in Laos !!
Permalink   



ຈະປູກໝາກແອັບເປີນເປັນແຫ່ງທຳອິດທີ່ແຂວງຫົວພັນ



At present, all apples selling in Laos are imported from China and Thailand.

   ອີງຕາມການເປີດເຜີຍຂອງ ທ່ານ ນາງ ບົວຄຳ ຈິດຕະພະວົງ,ຫົວຫນ້າພະແນກແຜນການ ແລະ ການລົງທຶນແຂວງຫົວພັນໃຫ້ຮູ້ວ່າ:ແຂວງຫົວພັນໄດ້ອະນຸມັດໃຫ້ນັກລົງທຶນເຊື້ອຊາດລາວ-ສັນຊາດອາເມລິກາມາລົງທຶນບຸກເບີກເນື້ອທີ່ດິນ260ເຮັກຕາເພື່ອທົດລອງປູກຫມາກແອັບເປິນ ໃນຂັ້ນທົດລອງເຊິ່ງເປັນແຫລ່ງທຳອິດໃນແຂວງຫົວພັນ.ໃນການບຸກເບີນເນື້ອທີ່ດິນ260ເຮັກຕາ ເພື່ອທົດລອງປູກຫມາກແອັບເປິນແຫ່ງທຳອິດນັ້ນ.ທາງແຂວງຫົວພັນໄດ້ອະນຸມັດໃຫ້ນັກລົງທຶນ ເຮັດການທົດລອງແລະນຳໃຊ້ໃນເນື້ອທີ່ດິນຢູ່3ເມືອງຄື:ເມືອງຊຳເຫນືອ,ເມືອງວຽງໄຊແລະເມືອງ ຫົວເມືອງ.ໂດຍໃຊ້ງົບປະມານ1ລ້ານໂດລາສະຫະລັດແລະໃຫ້ລົງມືພາຍໃນ90ວັນຫລັງຈາກໄດ້ ຮັບການອະນຸມັດຖ້າກາຍກຳນົດແມ່ນຖືວ່າໂມຄະ.ໃນຂັ້ນທົດລອງທຳອິດແມ່ນເລີ່ມຕົ້ນຢູ່ເມືອງຊຳ ເຫນືອນຳໃຊ້ທີ່ດິນ10ເຮັກຕາກວ່າຖ້າປະສົບຜົນສຳເລັດແມ່ນຈະຂະຫຍາຍໄປເມືອງວຽງໄຊແລະ ເມືອງຫົວເມືອງ.

ສຳລັບການອະນຸມັດໃນເບື້ອງຕົ້ນແມ່ນ15ປີ,ຫລັງຈາກນັ້ນນັກລົງທຶນຈະສ້າງ ໂຮງງານແປຮູບ ແລະ ດຳເນີນການປຸງແຕ່ງຜະລິດຕະພັນເພື່ອສະຫນອງໃຫ້ແກ່ຕະຫລາດ ພາຍໃນ.ທ່ານ ນາງ ບົວຄຳ ຈິດຕະພະວົງຍັງກ່າວຕື່ມອີກວ່າ:ຄຽງຄູ່ກັບການທົດລອງປູກຫມາກ ແອັບເປິນນັ້ນ.ແຂວງຫົວພັນໄດ້ອະນຸມັດໃຫ້ນັກລົງທຶນຊາວຈີນທົດລອງປູກດອກເຜິ້ງໃນເນື້ອທີ່3ເຮັກຕາໂດຍໃຊ້ທຶນທັງຫມົດ1ຕື້ກີບໃນການທົດລອງໃນເບື້ອງຕົ້ນແມ່ນຢູ່ເມືອງວຽງໄຊ.

ທ່ານ ນາງ ບົວຄຳ ຈິດຕະພະວົງ ຍັງໄດ້ເນັ້ນຕື່ມອີກວ່າ:ຖ້າມີຄວາມກ້າວຫນ້າໃນຂັ້ນທົດລອງ ຂອງການປູກຫມາກແອັບເປິນ ແລະ ດອກເຜິ້ງໄດ້ຫລາຍທາງແຂວງອາດຈະປ່ຽນການລົງທຶນ ໃຫ້ເປັນໃນລັກສະນະ Controct Formimy ຄືນັກລົງທຶນຈະເປັນຜູ້ສະຫນັບສະຫນູນປັດໄຈ ການຜະລິດ ແລະ ຮັບຊື້ເອົາຜົນຜະລິດຈາກຊາວບ້ານ.

ຄັດມາຈາກ ຫນັງສືພິມເສດຖະກິດ ສັງຄົມ



__________________
Anonymous

Date:
Permalink   

To whomever that posted this topic ,

Could you please do some proofreading on whatever you tried to write in lao
because it's so freaking dizzy in my dang brain trying to decode whatever you're trying to say in lao...
Thank you a million times
confusedfuriousbleh

__________________
Anonymous

Date:
Permalink   

ໃຈເຢັນໆ ໃຈເຢັນໆ calm down calm down sir,

You computer don't show Lao font? You can not read Lao? You don't understand what the story about? or all ?

__________________
Anonymous

Date:
Permalink   

I think its my firefox that is having problem reading lao fonts correctly.
Any advice ?
Thnx again

confused

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard