Members Login
Username 
 
Password 
    Remember Me  
Post Info TOPIC: Gossip ເບື້ອງຫນ້າ ເບືອງຫຼັງ ອະລະບໍາໃຫມ່ ຂອງວົງ Cells
Anonymous

Date:
Gossip ເບື້ອງຫນ້າ ເບືອງຫຼັງ ອະລະບໍາໃຫມ່ ຂອງວົງ Cells
Permalink   


ໄດ້ປະກົບນາງເອກສຸດHotຢ່າງ “ແປ້ງ - ອອນຈິລາ ແຫລມວິໄລ“ ໃນ MV. ເປີດໂຕເພງ ຫວານ ທີ່ກຳລັງຮິດໄປທັງເມືອງ



ເຮັດໃຫ້ 6 ຫນຸ່ມວົງ CELLS ສັກ-ອະທິສັກ ລັດຕະນະວົງ (ຮ້ອງນຳ), ດຶກ-ບຸນເຕີມ ສີສະມຸດ(ກີຕ້າ), ຕ້ອມ-ອະໂນລົດ ເພຍສັກຂວາ(ເບດ), ຄອນ-ຄອນສະ ຫວັນ ເສນບຸດຕະລາດ(ກີຕ້າ), ເຫລີມ-ລັດທິສອນ ເກດຕະວົງ(ຄີບອດ) ແລະ ບີນລີ-ອະນຸສິດ ສີວິໄລ(ກອງ) ໃຈເຕັ້ນແຮງແລະຕື່ນເຕັ້ນເປັນທີ່ສຸດ ຮີບລັດຄິວດ່ວນຝ່າສາຍຝົນບີນຂ້າມຂອງມາທີ່ ສະຕູດີໂອຮ໋ອດຊ໊ອດ ແຖວເຫມັ່ງຈ໋າຍແຕ່ເຊົ້າໆ ໄດ້ພົບນາງເອກໃນດວງໃຈທີ່ທັງ ຂາວ ສວຍ ຫມວຍ….ຂະຫນາດນີ້ ເຮັດໃຫ້ແຕ່ລະຄົນນອນບໍ່ຫລັບຊ້ຳທ້ອງໄສ້ຍັງປັ່ນປ່ວນອີກ ໂດຍສະເພາະ ຕ້ອມ ມືເບດ ທີ່ສຳລັກຄວາມຂາວຂອງສາວແປ້ງຈົນຕ້ອງຫາມສົ່ງໂຮງຫມໍກະທັນຫັນ ເຄາະດີທີ່ຫມໍ ບອກບໍ່ເປັນຫຍັງເພາະພັກຜ່ອນບໍ່ພຽງພໍເຮັດໃຫ້ຫນ້າມືດແລະອາຈຽນ ແຕ່ກໍ່ສະປີລິດແຮງບໍ່ຍອມໃຫ້ ກອງຖ່າຍຕ້ອງສະດຸດຮຶດກັບມາເຂົ້າສາກຕໍ່ ຍິ່ງຕ້ອງເຂົ້າສາກກັບແປ້ງແລ້ວງານນີ້ ຕ້ອມ ບອກ ສູ້ຕາຍ! ເພາະໃນສາກແປ້ງມາໃນສຸດເສື້ອກ້າມກັບສົ້ງຂ້າສັ້ນ ໂຊແຂນຂາຂາວນຽນແລະຕ້ອງນັ່ງ ນອນ ແລະໂດດເຕັ້ນງາມໆ ຢູ່ໃນເດິ່ນຫຍ້າ ເຮັດໃຫ້ຫນຸ່ມ ແທບລະລາຍແຂ່ງກັນຈີບ ຖ່າຍ ຮູບຄູ່ແລະຮູບຫມູ່ກັນຍົກໃຫຍ່ ສົງໃສຕົກຫລຸມຮັກໃນຄວາມຂາວຂອງສາວແປ້ງ (ທັງໃນຈໍແລະ ນອກຈໍຊົວ)

ໂດຍສາວແປ້ງ ອອນຈິລາ ນາງເອກແຖວຫນ້າເມື່ອຖືກ 6 ຫນຸ່ມວົງ CELLS ໂດດຂ້າມຂອງຜ່ານ ຂົວມິດຕະພາບລາວ-ໄທ ຈີບມາເລັ່ນມີວສິກວີດີໂອ ”ຕ້ອງມາຮັບບົດເປັນສາວຫວານເບິ່ງຄືສິງ່າຍ ແຕ່ຈິງໆ ອັນນີ້ແຫລະຍາກ ເພາະທັງເພງແປ້ງຕ້ອງເຮັດຫນ້າຫວານນອນຢູ່ເທິງຕຽງຜ້າໃບ ຍີ້ມ ຫວານໆ ໂດດເທິງເດີ່ນຫຍ້າ ແອ໊ບງາມແລະກະເຕັ້ນໄປນຳ ຊຶ່ງຍາກຫລາຍ (ຫົວ) ເພາະແປ້ງບໍ່ ແມ່ນຄົນງາມແລະກໍ່ບໍ່ຫວານນຳ ທຳອິດກໍ່ເກັງຄືກັນ ແຕ່ພໍໄດ້ຟັງເພງແລ້ວຫນ້າຮັກດີ ຟັງແລ້ວມັນ ມີຄວາມສຸກ ອີກຢ່າງທຸກຄົນໃນວົງກໍ່ຫນ້າຮັກນຳ ຕອນເລັ່ນເລີຍອີນແລ້ວກໍ່ຖ່າຍທອດອອກມາແບບ ມີຄວາມສຸກໃນສະໄຕຂອງເຮົາກໍ່ເລີຍຜ່ານໄປໄດ້ບໍ່ຍາກ” ສ່ວນວົງ CELLS ຈະຢູ່ໄກແຕ່ໄລຍະທາງບໍ່ແມ່ນອຸປະສັກ ເພາະທັງວົງແອບປື້ມແລະຕິດຕາມຜົນ ງານລະຄອນຂອງສາວແປ້ງກັນຢູ່ແລ້ວ ໂດຍ ສັກ ນັກຮ້ອງນຳເປັນໂຕແທນເວົ້າຍ້ອງສາວແປ້ງບໍ່ ຂາດປາກວ່າ “ສຳຫລັບພວກເຮົາວົງ CELLS ກໍ່ດີໃຈຫລາຍເນາະ ທີ່ໄດ້ຮ່ວມງານກັບແປ້ງ ເພາະ ວ່າງາມຂະຫນາດເນາະ ຂາວສວຍ ສຸດຍອດເລີຍ ຄືເປັນຜູ້ສາວທີ່ຫວານຄືກັບເພງຂອງພວກເຮົາ ແທ້ໆ ກໍ່ຄືຕາຫວານ ປາກຫວານ ຍີ້ມຫວານ ເຮັດຫຍັງກະງາມໄປຫມົດ ໃຜໄດ້ເປັນແຟນກໍ່ຄົງຈະ ດີ ໂດຍສະເພາະຕ້ອມມືເບດ ສົງໃສຈະແພ້ຄວາມງາມຂອງແປ້ງຈົນຕ້ອງຫາມສົ່ງໂຮງຫມໍ (ຫົວ) ໄດ້ມີໂອກາດຮ່ວມງານນຳແປ້ງພວກເຮົາດີໃຈຫລາຍໆເພາະວ່າເຄີຍເຫັນແຕ່ໃນໂທລະພາບ ມາ ເຫັນໂຕຈິງກໍ່ຫນ້າຮັກສຸດຍອດເລີຍ” ຢາກເຫັນກັບຕາວ່າ MV ເພງຫວານ ແປ້ງຈະຫວານຫຍົດຂະຫນາດໃດແຟນໆ ວົງ CELLS ຕາມຊົມກັນໄດ້ທາງລາຍການທີວີແກຣມມີ່ແລະເຄເບີ້ນທີວີທຸກຊ້ອງ

source: laosky


__________________


Senior Member

Status: Offline
Posts: 351
Date:
RE: Gossip ເບື້ອງຫນ້າ ເບືອງຫຼັງ ອະລະບໍາໃຫມ່ ຂອງວົງ Cells
Permalink   


ວົງ Cells ຂະຮິດໄປທັງເມືອງໄທຍ

__________________
Anonymous

Date:
Permalink   

ຂ້ອຍເປັນຄົນລາວ ຍັງຟັງຄວາມຫມາຍຂອງເພັງບໍ່ທັນ ເພາະມັນໄວໂພດ
ແລ້ວໄທກຸງເທບເພິ່ນຊິເຂົ້າໃຈບໍ່ນໍ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard