Members Login
Username 
 
Password 
    Remember Me  
Post Info TOPIC: ບໍລິສັດປະກັນໄພແຫ່ງໃຫມ່ ເກີດຂຶ້ນແລ້ວ ໃນ ສປປ ລາວ
Anonymous

Date:
ບໍລິສັດປະກັນໄພແຫ່ງໃຫມ່ ເກີດຂຶ້ນແລ້ວ ໃນ ສປປ ລາວ
Permalink   




ລັດວິສາຫະກິດບໍລິການຮັກສາຄວາມປອດໄພ ຂອງກະຊວງປ້ອງກັນຄວາມສະຫງົບ ຮ່ວມ ກັບບໍລິສັດ ໂຕໂກຈາຍາ ປະເທດມາເລເຊຍ ໄດ້ຮ່ວມກັນລົງທຶນ 3 ລ້ານໂດລາສະຫະລັດ ເພື່ອສ້າງຕັ້ງບໍລິສັດ ໂຕໂກຈາຍາລາວປະກັນໄພ ຈຳກັດ ດ້ວຍການຖືຫຸ້ນຝ່າຍລາວ 20% ແລະ ມາເລເຊຍ 80% ທີ່ມີກຳນົດການລົງທຶນ 30 ປີ.

ພິທີລົງນາມໄດ້ຈັດຂຶ້ນໃນຕອນຄ່ຳຂອງວັນທີ 22 ພຶດສະພາ 2007 ລະຫວ່າງທ່ານ ບຸນ ເຫລື່ອມ ອິນທະວີໄຊ, ຜູ້ອຳນວຍການລັດວິສາຫະກິດບໍລິການຮັກສາຄວາມປອດໄພ ກັບທ່ານ ກົງຮອກເຊັນ, ປະທານກຸ່ມບໍລິສັດ ໂຕໂກຈາຍາ ແຫ່ງປະເທດມາເລເຊຍ. ໂດຍການເຂົ້າຮ່ວມ ເປັນສັກຂີພິຍານຂອງ ທ່ານ ທອງບັນ ແສງອາພອນ, ລັດຖະມົນຕີວ່າການກະຊວງປ້ອງກັນ ຄວາມສະຫງົບ, ທ່ານ ເຊັນນານ ອາບີດິນ ອາມັດ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງປະເທດມາເລເຊຍ ປະຈຳລາວ ແລະ ພະນັກງານຂັ້ນສູງທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າ ຮ່ວມ.

ທ່ານ ພັນເອກ ສິນທະວົງ ໄຊຍະກອນ, ຫົວຫນ້າຫ້ອງການກະຊວງປ້ອງກັນຄວາມສະ ຫງົບເວົ້າວ່າ: ກິດຈະການທີ່ບໍລິສັດ ໂຕໂກຈາຍາລາວ ຈຳກັດ ທີ່ ສ້າງຕັ້ງຂຶ້ນແມ່ນບໍລິການ ປະກັນໄພທົ່ວໄປ ແລະ ປະກັນຊີວິດທັງນີ້ ເພື່ອຊ່ວຍເຫລືອເຈົ້າຫນ້າທີ່ໃນການຈັດສັນຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມ ໂດຍສະເພາະແມ່ນການສັນຈອນບົນທ້ອງຖະຫນົນຫລວງ ເພື່ອຫລຸດຜ່ອນອຸບັດຕິເຫດ, ເກີດອັກຄີໄພ, ທັງເພື່ອສ້າງຄວາມເຊື່ອຫມັ້ນໃຫ້ນັກທ່ອງທ່ຽວ, ນັກທຸລະກິດ, ແຂກຕ່າງປະເທດ, ບໍລິການຮັບໃຊ້ການປະກັນການຂົນສົ່ງ, ປະກັນຊັບສິນແລະ ຊີວິດຂອງປະຊາຊົນພາຍໃນ ແລະ ຄົນຕ່າງປະເທດທີ່ດຳລົງຊີວິດຢູ່ ສປປ ລາວ.

ສຳລັບບໍລິສັດໂຕໂກຈາຍາ ຂອງປະເທດມາເລເຊຍ ທີ່ມາຮ່ວມລົງທຶນນຳນັ້ນ, ທ່ານ ກົງ ຮອກເຊັນ, ປະທານບໍລິສັດ ກ່າວວ່າ: ບໍລິສັດໂຕໂກຈາຍາ ເປັນກຸ່ມ ທີ່ມີຊື່ສຽງໃນປະເທດມາ ເລເຊຍ ດ້ວຍການມີຜົນປະໂຫຍດທາງດ້ານທຸລະກິດຫລາກຫລາຍ ເຊັ່ນ: ການປະກັນໄພ, ການບໍລິການດ້ານການເງິນ, ການພັດທະນາຊັບສິນ, ໂຮງແຮມ, ກໍ່ສ້າງ, ທຸລະກິດທ່ອງທ່ຽວ, ຟາມລ້ຽງສັດ ແລະ ເຮັດຫັດຖະກຳ ແລະ ກໍໄດ້ເຂົ້າມາສຳຫລວດ ເພື່ອການລົງທຶນໃນດ້ານ ຕ່າງໆ ເມື່ອ4ປີກ່ອນທີ່ເຫັນປະຊາຊົນລາວຈ່າຍເງິນສົດ, ບໍ່ໃຊ້ບັດເຄຣດິດ ຈິ່ງເປັນສິ່ງດຶງດູດ ເພິ່ນໃຫ້ເຂົ້າມາລົງທຶນທັນທີ.
ການລົງທຶນດ້ານປະກັນໄພຈະມີສຳນັກງານຢູ່ນະຄອນຫລວງວຽງຈັນ, ຫລວງພະບາງ, ຄຳ ມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ.


Source: ecom

__________________
Anonymous

Date:
RE: ບໍລິສັດປະກັນໄພແຫ່ງໃຫມ່ ເກີດຂຶ້ນແລ້ວ ໃນ ສປປ ລາວ
Permalink   


i think this name is too heard for lao people to remember.....changed new one sa.......wink

__________________
Anonymous

Date:
Permalink   

I think so, very hard to pronounce

__________________
Anonymous

Date:
Permalink   

ສຸດຍອດໄປເລີຍ
blankstareblankstareideaidea



__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard