Members Login
Username 
 
Password 
    Remember Me  
Post Info TOPIC: Luang prabang ຈະກາຍເປັນເມືອງທີ່ປອດຄວັນຢາສູບ !
Anonymous

Date:
Luang prabang ຈະກາຍເປັນເມືອງທີ່ປອດຄວັນຢາສູບ !
Permalink   



Wat Xieng Leck in Luang Prabang- Laos.
Too early to smoke. He must´ve been 12 at most

ເພື່ອເປັນການສ້າງໃຫ້ເມືອງມໍລະດົກໂລກ ຫລວງພະບາງ ເປັນເມືອງທີ່ປອດຄວັນຢາສູບ ນັ້ນ, ໃນວັນ ທີ 24 ພຶດສະພາ 2007 ນີ້ ຢູ່ທີ່ຫ້ອງປະຊຸມສະຖານີໄຂ້ຍຸງຂອງແຂວງ ຫລວງ ພະບາງ ໄດ້ຈັດກອງປະຊຸມປຶກສາຫາລືການຈັດຕັ້ງເຂດປອດຄວັນຢາສູບຂຶ້ນ ຢ່າງເປັນທາງ ການ ໂດຍການເຂົ້າຮ່ວມຂອງທ່ານ ສາຍສະຫມອນ ຄົມທະວົງ, ຮອງເຈົ້າແຂວງໆຫລວງພະ ບາງ, ທ່ານ ກອງຈັນ ທຳມະວົງ, ປະທານແນວລາວສ້າງຊາດແຂວງ, ມີບັນດາຫົວຫນ້າພະ ແນກການ, ຫ້ອງການ, ພະສົງ ແລະ ອົງການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
   ກອງປະຊຸມໄດ້ພ້ອມກັນປຶກສາຫາລືບົດແນະນຳໃນການຈັດຕັ້ງປະຕິບັດ, ຂໍ້ກຳນົດວ່າດ້ວຍ ການຈັດຕັ້ງສະຖານທີ່ປອດຄວັນຢາສູບ, ໂດຍໄດ້ຍົກໃຫ້ເຫັນຜົນຮ້າຍຂອງການສູບຢາການດົມ ຄວັນຢາສູບໃນຫລາຍແງ່ມູມ, ການເກີດພະຍາດ ທີ່ຮ້າຍແຮງຕ່າງໆ ຈາກຄວັນຢາ ອັນກ້າວໄປເຖິງ ເຮັດໃຫ້ມີການເສຍຊີວິດກ່ອນໄວອັນຄວນ, ຕໍ່ບັນຫາດັ່ງກ່າວນີ້ ມີແຕ່ກຳນົດສະຖານທີ່ ປອດຄວັນຢາສູບເທົ່ານັ້ນ ຈິ່ງສາມາດປົກປ້ອງສຸຂະພາບຂອງພະນັກງານ, ກຳມະກອນ ແລະ ປະຊາຊົນຈາກພະຍາດຮ້າຍແຮງທີ່ເກີດມາ ຍ້ອນການສູບດົມຄວັນຢາສູບໄດ້ ໃນນີ້ໄດ້ກຳນົດ ບັນດາ ສະຖານທີ່ຫ້າມສູບຢາທັງໃນ ແລະ ນອກອາຄານລວມມີ: ໂຮງຫມໍ, ຫ້ອງກວດພະຍາດ, ໂຮງຮຽນອະນຸບານ, ປະຖົມ, ມັດທະຍົມ, ວັດວາອາຮາມຕ່າງໆ ເຮືອນມໍລະດົກໂລກ, ຫໍພິພິ ທະພັນ, ບັນດາຫ້ອງນ້ຳທັງຫມົດຂອງສະຖານທີ່ທີ່ກ່າວມາ. ສ່ວນນອກອາຄານໃຫ້ຄະນະຮັບ ຜິດຊອບ ຫລື ເຈົ້າຂອງສະຖານທີ່ດັ່ງກ່າວ ກຳນົດບ່ອນສູບຢາຕາມຄວາມເຫມາະສົມ ຫລືຈັດ ໃຫ້ມີບ່ອນສູບຢານອກອາຄານດັ່ງນີ້: ຫ້ອງການທັງພາກລັດ ແລະເອກະຊົນ, ໂຮງແຮມ,ເຮືອນ ພັກ, ຮ້ານອາຫານ, ພັດຕະຄານ ແລະ ຮ້ານບັນເທີງ, ໂຮງຮຽນວິທະຍາໄລ, ໂຮງຮຽນວິຊາ ຊີບທັງພາກລັດແລະເອກະຊົນ, ມະຫາວິທະຍາໄລ. ໃນນີ້ບັນດາສະຖານທີ່ສາທາລະນະທີ່ຫ້າມ ສູບຢາກໍປະກອບມີຕະຫລາດ, ຕະຫລາດກາງຄືນ, ສວນສາທາລະນະ(ນ້ຳພຸ), ສະຖານທີ່ທ່ອງ ທ່ຽວຕ່າງໆ, ພາຫະນະໂດຍສານຕ່າງໆ ອາຄານ ແລະ ບ່ອນພັກເຊົາຄົນໂດຍສານ ເປັນຕົ້ນ ສະຫນາມບິນ, ຄິວລົດ ແລະ ອື່ນໆ. ທັງນີ້ ກໍເພື່ອເປັນການສົ່ງເສີມສຸຂະພາບຂອງປະຊາຊົນ ໃຫ້ດີຂຶ້ນ, ທັງເປັນການປະຢັດລາຍຈ່າຍ ຈົນກ້າວໄປເຖິງ ການສ້າງໃຫ້ເມືອງຫລວງພະບາງ ເມືອງມໍລະດົກໂລກເປັນເມືອງທີ່ຫນ້າຢູ່, ອາກາດປອດໃສ, ສະອາດ ແລະ ເປັນແບບຢ່າງທີ່ດີ ໃຫ້ແກ່ບັນດາເມືອງມໍລະດົກອື່ນໆ ໃນຂົງເຂດກໍຄືໃນໂລກ.


ຂໍ້ມູນ ຫນັງສືພິມປະຊາຊົນ
ພາບ ອິນເຕີເນັດ


__________________
Anonymous

Date:
Permalink   

I fully support this idea and hope that the implementation is effective and strict.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard