Members Login
Username 
 
Password 
    Remember Me  
Post Info TOPIC: ສປ ຈີນ ຈະຄອງອັນດັບ1ໃນການລົງທຶນ ຢູ່ ສປປ ລາວ !!!
Anonymous

Date:
ສປ ຈີນ ຈະຄອງອັນດັບ1ໃນການລົງທຶນ ຢູ່ ສປປ ລາວ !!!
Permalink   




ທ່ານ ເລັ່ງ ສະຫວັນວາລີ, ນັກທຸລະກິດເຊື້ອຊາດຈີນ ຄາດການໄວ້ວ່າ: ໃນອະນາຄົດ ສປ ຈີນ ຈະຄອງຕະຫລາດການລົງທຶນຫລາຍທີ່ສຸດໃນ ສປປ ລາວ ໂດຍສ່ວນໃຫຍ່ຈະແມ່ນການ ລົງທຶນໃນຂະແຫນງການບໍ່ແຮ່, ໄຟຟ້າ, ກະສິກຳ ແລະ ການທ່ອງທ່ຽວ ເຊິ່ງເປັນປະເດັນທີ່ ຫນ້າສົນໃຈກວ່າຂະແຫນງການອື່ນໆ ໃນ ສປປ ລາວ ສຳລັບນັກລົງທຶນຊາວ ຈີນ.

   ທ່ານ ເລັ່ງ ສະຫວັນວາລີ, ໄດ້ອ້າງເຫດຜົນເຖິງທ່າອ່ຽງຄວາມເປັນໄປ ໄດ້ສູງວ່າ:ລະ ຫວ່າງເດືອນ ເມສາ 2007 ຜ່ານມາ ທາງຝ່າຍລາວ ໄດ້ຈັດກອງປະຊຸມນັກທຸລະກິດລາວ-ຈີນ ຂຶ້ນຢູ່ໂຮງແຮມດອນຈັນພາເລດສ໌ ໂດຍມີນັກທຸລະກິດຊາວຈີນ ເຂົ້າຮ່ວມບໍ່ຕ່ຳກວ່າ 70 ຄົນ ເພື່ອເຂົ້າມາສັງເກດການຄວາມເປັນໄປໄດ້ ໃນການລົງທຶນຢູ່ ສປປ ລາວ.

   ໃນເວລາດຽວກັນນັ້ນ ນັກທຸລະກິດຈີນໄດ້ເຊັນສັນຍາ 11 ສະບັບ ໃນກອບການຮ່ວມມື ການລົງທຶນ ເຊິ່ງປະກອບມີຄື: ບໍ່ແຮ່, ກະສິກຳ, ພະລັງງານໄຟຟ້າ, ທ່ອງທ່ຽວ, ການຄ້າ, ກໍ່ ສ້າງບຸກຄະລາກອນ ແລະ ອື່ນໆ.

   ແຕ່ເຖິງແນວໃດກໍຕາມ ກົມສົ່ງເສີມການລົງທຶນໄດ້ເຮັດການສຳຫລວດ ແລະ ປະເມີນຜົນ ຂອງການລົງທຶນ ໃນ ສປປ ລາວ ພົບວ່າແຕ່ປີ 2000 ຈົນເຖິງວັນທີ 31 ພຶດສະພາ 2007 ໄທ ຍັງຄອງອັນດັບທີ 1 ໃນການລົງທຶນຫລາຍທີ່ສຸດໃນ ສປປ ລາວ ໂດຍສະເລ່ຍຍອດມູນ ຄ່າການລົງທຶນທັງຫມົດມີເຖິງ 1.334.100.051 ໂດລາສະຫະລັດ ກັບ 157 ໂຄງ ການ, ອັນດັບທີ 2 ແມ່ນ ສປ ຈີນ ມີມູນຄ່າການລົງທຶນທັງຫມົດ 763.624.466 ໂດລາສະຫະລັດ ກັບ 223 ໂຄງການ ແລະ ອັນດັບທີ 3 ແມ່ນຫວຽດນາມມີ 105 ໂຄງການ ກັບມູນຄ່າການ ລົງທຶນທັງຫມົດ 463.612.212 ໂດລາສະຫະລັດ.

   ອີງຕາມກົມສົ່ງເສີມການລົງທຶນ ຂອງຄະນະກຳມະການແຜນການ ແລະ ການລົງທຶນ ຍັງ ໄດ້ເປີດເຜີຍຫວ່າງບໍ່ດົນມານີ້ວ່າ: ການລົງທຶນທີ່ພົ້ນເດັ່ນຫລາຍທີ່ສຸດໃນ ສປປ ລາວ ຈາກ 200-2007 ແມ່ນຂະແຫນງການພະລັງງານໄຟຟ້າ, ກະສິກຳ ແລະ ບໍ່ແຮ່ ໂດຍສັງເກດໃສ່ ຕົວເລກການລົງທຶນຕົວຈິງເຫັນວ່າ: ຂະແຫນງພະລັງງານໄຟຟ້າ ມີທັງຫມົດ 37 ໂຄງການ ດ້ວຍມູນຄ່າການລົງທຶນທັງຫມົດ 2.944.252.200 ໂດລາສະຫະລັດ, ຂະແຫນງການກະສິ ກຳມີ 142 ໂຄງການ ກັບມູນຄ່າລົງທຶນທັງຫມົດ 711.359.290 ໂດລາສະຫະລັດ ແລະ ບໍ່ ແຮ່ມີ 134 ໂຄງການ ກັບມູນຄ່າລົງທຶນທັງຫມົດ 585.089. 829 ໂດລາສະຫະລັດ.

Source: pasason


__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard