Members Login
Username 
 
Password 
    Remember Me  
Post Info TOPIC: ນັກກິລາກາຣາເຕໂດລາວ ສາມາດຍາດໄດ້ 3 ຫລຽນທອງກັບບ້ານ
Anonymous

Date:
ນັກກິລາກາຣາເຕໂດລາວ ສາມາດຍາດໄດ້ 3 ຫລຽນທອງກັບບ້ານ
Permalink   




ນັກກິລາກາຣາເຕໂດລາວ ສາມາດຍາດໄດ້ 3 ຫລຽນທອງ ໃນ ການແຂ່ງຂັນກາຣາເຕໂດ ເປີດ ກວ້າງມິດຕະພາບທີ່ ພູເກັດ ປະ ເທດໄທ ເຊິ່ງທ່ານ ສອນສັກ ນ.ຍານ ຊະນະ, ຮອງປະທານສະຫະພັນ ກາຣາເຕໂດແຫ່ງຊາດລາວ ສະ ແດງຄວາມພໍໃຈຕໍ່ຜົນງານ ຂອງ ນັກກິລາລາວວ່າ: ການເຂົ້າຮ່ວມ ແຂ່ງຂັນຂອງນັກກິລາລາວຊຸດນີ້ ໄດ້ຮັບຜົນສຳເລັດເປັນທີ່ໜ້າພໍໃຈ, ເພາະນັກກິລາທີ່ລາວສົ່ງໄປນີ້ ມີ ພຽງ 6 ຄົນເທົ່ານັ້ນ ແລະຍາດໄດ້ 3 ຫລຽນທອງ ຈາກນາງ ຈັນສຸດາ ເພັດສີຣິແສງ, ນາງ ກັນລະຍານີ ແລະ ທ້າວ ອິນຄາເທບ ໃນຈຳນວນ ນັກ ກິລາເຂົ້າຮ່ວມທັງໝົດ 339 ຄົນ; ພ້ອມນີ້ ຍັງໄດ້ຮັບລາງວັນ (Good Spirit Coach and Players) ເປັນ ຂັນທີ່ລະນຶກໃຫ້ຄູຝຶກ ແລະນັກກິລາ ລາວໃນການ
ສ້າງນັກກິລາໃຫ້ ມີ ຈິດໃຈດີມີຄວາມຍິ້ມແຍ້ມແຈ່ມໃສ່ ແລະມີຄວາມມຸ່ງໝາຍທີ່ດີແກ່ການ ສ້າງກຳລັງໃຈໃຫ້ຕົນເອງ. ສຳລັບນັກກິລາລາວທຸກຄົນທີ່ ເຂົ້າຮ່ວມແມ່ນໄດ້ໃຊ້ຄວາມ
ສາ ມາດ ຂອງຕົນອອກມາໂດຍແທ້, ແຕ່ການແຂ່ງຂັນຄັ້ງນີ້ ແມ່ນເທົ່າ ກັບລະດັບເອຊຽນເກມ ບວກໃສ່ ນັກກິລາຈາກຫລາຍປະເທດທີ່ມີສີ ມືດີ ເປັນຕົ້ນແມ່ນນັກກິລາ ຈາກ ສ.ສ ຫວຽດນາມ ແລະປະເທດ ກາ ສັກສະຖານ ແລະປະເທດອື່ນໆ ຖືວ່າຫລຽນທອງ 3 ຫລຽນແມ່ນ ເຮັດໄດ້ດີແລ້ວ. ນອກນີ້ເງື່ອນໄຂ ອຳ ນວຍຄວາມສະດວກອື່ນໆກໍຈຳ ກັດ ເປັນຕົ້ນງົບປະມານມີໜ້ອຍ ແລະເວລາຝຶກຊ້ອມໃນໄລຍະສັ້ນ ຖ້າສົມທຽບກັບ 7 ປະເທດເຂົ້າ ຮ່ວມ ເຫັນວ່າລາວຕ້ອງໄດ້ພັດທະ ນາອີກຫລາຍດ້ານ. ການໄປຄັ້ງນີ້ ໄດ້ຮັບການອຸປະຖຳຈາກ ສະຫະ ພັນ ກາຣາເຕໂດແຫ່ງຊາດລາວ, ຈາກການລົດໄຟ້ຟ້າແຫ່ງປະເທດໄທ ແລະພໍ່ແມ່ນັກກິລາ ແລະໝູ່ເພື່ອນ. ໃນອະນາຄົດຕ້ອງໄດ້ເລັ່ງພັດທະ ນາຄະນະກຳມະການຕັດສິນ ຂອງ ລາວໃຫ້ມີລະດັບເທົ່າທຽມກັບສາ ກົນ ເພື່ອໄດ້ສິດເຂົ້າຮ່ວມຕັດສິນໃນ ການແຂ່ງຂັນ ອັນຈະເປັນທ່າແຮງ ແກ່ນັກກິລາໃນການຍາດຫລຽນ ມາໃຫ້ແກ່ປະເທດຊາດ. ຜ່ານການ ເຂົ້າຮ່ວມ, ບັນດາຄູຝຶກ ແລະນັກກິ ລາ ຈະໄດ້ນຳເອົາປະສົບການມາ ຖອດຖອນບົດຮຽນ ເພື່ອເຂົ້າຮ່ວມ ການແຂ່ງຂັນຊີເກມ ຄັ້ງທີ 24 ທີ່ ປະເທດໄທ ໃນທ້າຍປີ 2007 ນີ້, ການແຂ່ງຂັນລາຍການນີ້ ມີ 8 ປະ ເທດ ເຂົ້າຮ່ວມຄື: ສປປ ລາວ, ສ.ສ ຫວຽດນາມ, ໄທ, ອິນເດຍ, ກາຊັກ ສະຖານ, ຟິລິບປິນ, ສິງກະໂປ ແລະ ບຣູໄນ.



__________________
Anonymous

Date:
RE: ນັກກິລາກາຣາເຕໂດລາວ ສາມາດຍາດໄດ້ 3 ຫລຽນທອງກັບບ້ານ
Permalink   


I am so proud of you all. Try more, and do your best. We are always beside and give you the encouragement. gooddddd

__________________
Anonymous

Date:
Permalink   

Anonymous wrote:

I am so proud of you all. Try more, and do your best. We are always beside and give you the encouragement. gooddddd



ເທື່ອໜ້າເອົາຫຼຽນຄຳ !!!!!

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard