Members Login
Username 
 
Password 
    Remember Me  
Post Info TOPIC: ເປີດເວບໄຊ ສົ່ງເສີມສຸຂະພາບແຫ່ງ ສປປ ລາວ !
Anonymous

Date:
ເປີດເວບໄຊ ສົ່ງເສີມສຸຂະພາບແຫ່ງ ສປປ ລາວ !
Permalink   


weirdfaceI think this Lao news forgot to give the most important information, that is
the address (URL) of the website. If you happen to know, please share ! 



ຕອນເຊົ້າຂອງວັນທີ 7 ມິຖຸນາ 2007 ນີ້. ກະຊວງສາທາລະນະສຸກ (ສູນອະນາໄມສິ່ງ ແວດລ້ອມ ແລະ ຈັດຫານ້ຳສະອາດແຫ່ງຊາດ), ອົງການນ້ຳແລະອະນາໄມຂອງທະນາຄານ ໂລກ ໄດ້ຮ່ວມກັນຈັດພິທີເປີດການນຳໃຊ້ເວັບໄຊສົ່ງເສີມສຸຂະພາບແຫ່ງ ສປປ ລາວ ຂຶ້ນທີ່ ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ. ໂດຍການເປັນປະທານຂອງທ່ານ ຄຳຮຸ່ງ ເຮືອງວົງສີ, ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກ, ມີຜູ້ຕາງຫນ້າອົງການສາກົນ, ຜູ້ຕາງຫນ້າຫ້ອງວ່າການ, ຫົວຫນ້າກົມ, ຮອງກົມ ພ້ອມດ້ວຍແຂກທີ່ມີກຽດເຂົ້າຮ່ວມ.

   ຈຸດປະສົງຂອງການເປີດພິທີການນຳໃຊ້ເວັບໄຊສົ່ງເສີມສຸຂະພາບ ແຫ່ງ ສປປ ລາວ ໃນ ເທື່ອນີ້ ແມ່ນເພື່ອໃຫ້ຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດວຽກງານຕ່າງໆ ໃນຂົງເຂດສາທາລະ ນະສຸກ ເພື່ອເປັນແຫລ່ງຂໍ້ມູນຂ່າວສານດ້ານສຸຂະພາບ, ສຸຂະພິບານ ແລະ ອະນາໄມ ທັງ ເປັນສູນກາງສຳລັບທຸກພາກສ່ວນໃນສັງຄົມ ໃຫ້ໄດ້ມີສ່ວນຮ່ວມໃນວຽກງານສົ່ງເສີມສຸຂະພາບ ໂດຍການສອບຖາມບັນຫາຜ່ານທາງເວັບໄຊ ແລະ ທັງເປັນບ່ອນເກັບກຳຂໍ້ມູນ ເພື່ອໃຫ້ພາກ ສ່ວນທີ່ກ່ຽວຂ້ອງສາມາດນຳໄປໃຊ້.

   ໃນໂອກາດນີ້ ທ່ານ ຄຳຮຸ່ງ ເຮືອງວົງສີ, ໄດ້ກ່າວຕໍ່ພິທີວ່າ: ສຸຂະພາບ ແມ່ນຊັບສົມບັດ ອັນລ້ຳຄ່າຂອງບຸກຄົນ, ຄອບຄົວ ແລະ ຂອງປະເທດ ຊາດ, ມີສຸຂະພາບດີ ຈິ່ງມີປັດໄຈເຮັດ ສຳເລັດທຸກຫນ້າທີ່ວຽກງານດັ່ງນັ້ນ ຈິ່ງຖືເອົາວຽກງານອະນາໄມກັນພະຍາດ ເປັນຕົ້ນຕໍ ແລະ ການປິ່ນປົວເປັນສຳຄັນ. ຫັນວຽກງານສາທາລະນະສຸກ ແລະ ການຮັກສາສຸຂະພາບ ໃຫ້ກາຍ ເປັນຂອງທົ່ວປວງຊົນ ແລະ ທ່ານຍັງໄດ້ທວນຄືນຄວາມເວົ້າຂອງທ່ານປະທານ ໄກສອນ ພົມ ວິຫານ ທີ່ເຄົາລົບ ທີ່ໄດ້ວາງແນວຄິດຊີ້ນຳຕໍ່ກອງປະຊຸມສາທາລະນະສຸກທົ່ວປະເທດຄັ້ງທີສອງ ເມື່ອກາງປີ 1981 ໄວ້ວ່າ: “ຕ້ອງຊຸກຍູ້ຢາງແຂງແຮງເພື່ອຂະຫຍາຍຂະບວນການ ອະນາໄມ ກັນພະຍາດ ແລະ ສາມສະອາດຢ່າງກວ້າງຂວາງ”.


__________________
Anonymous

Date:
Permalink   

Hi! all!
Here is the website! cheer! mate
http://www.health.gov.la/


__________________
Anonymous

Date:
Permalink   

Thanks a lot !

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard