Members Login
Username 
 
Password 
    Remember Me  
Post Info TOPIC: ຄົນທຳອິດຂອງລາວ ໄດ້ລາງວັນທີ່ປຶກສາ ທາງດ້ານການບໍລິການດີເດັ່ນ !!!
Anonymous

Date:
ຄົນທຳອິດຂອງລາວ ໄດ້ລາງວັນທີ່ປຶກສາ ທາງດ້ານການບໍລິການດີເດັ່ນ !!!
Permalink   




ເມື່ອບໍ່ດົນຜ່ານມາໄດ້ມີ 2 ຕົວແທນຈາກບໍລິສັດລາວຟອດຊີຕີ ໄດ້ເຂົ້າຮ່ວມແຂ່ງຂັນພາຍ ໃຕ້ຫົວຂໍ້ ທີ່ປຶກສາທາງດ້ານການບໍລິການດີເດັ່ນ ໃນລະດັບພາກພື້ນອາຊີ-ປາຊີຟິກ ທີ່ຈັດຂຶ້ນ ທີ່ບາງກອກ ປະເທດໄທມີຜູ້ເຂົ້າແຂ່ງຂັນທັງໝົດ 26 ຄົນ. ຈາກ 13 ປະເທດໃນພາກພື້ນເຂົ້າ ຮ່ວມ.

   ພາຍຫລັງເຂົ້າຮ່ວມການແຂ່ງຂັນໃນເທື່ອນີ້ ຜົນປະກົດວ່າ ທ້າວ ສອນ ເພັດ ເລືອງຜິວວົງ ແສນ, ພະນັກງານ ບໍລິການຫລັງການຂາຍຂອງບໍລິສັດ ດັ່ງກ່າວໄດ້ຮັບລາງວັນອັນດັບທີ 2 , ສ່ວນລາງວັນທີ່ 1 ແມ່ນເປັນຂອງ Mr. Yeong HyokamD. ລາງວັນ ດັ່ງກ່າວ ໄດ້ເປັນ ການຢັ້ງຢືນໃຫ້ໂລກໄດ້ຮັບຮູ້ວ່າ ຄົນລາວກໍມີຄວາມຮູ້ຄວາມສາມາດ ເຮັດວຽກບໍລິການຫລັງ ການຂາຍໄດ້ດີບໍ່ນ້ອຍໜ້າປະເທດອື່ນ ເຊິ່ງໄດ້ນຳເອົາຊື່ສຽງມາສູ່ບໍລິສັດລາວ ຟອດຊີຕີ ກໍຄື ປະເທດລາວນຳອີກດ້ວຍ. ນອກຈາກນີ້ ທ້າວ ສອນເພັດ ຍັງໄດ້ເປັນຕົວແທນຂອງພາກພື້ນ ອາຊີ-ປາຊີຟິກ ເຂົ້າຮ່ວມແຂ່ງຂັນໃນລະດັບສາກົນ ເຊິ່ງຈະຈັດຂຶ້ນລະຫວ່າງວັນທີ່ 1-10 ສິງ ຫາ ທີ່ຈະມາເຖິງນີ້ ທີ່ລັດເບຍບອນເມັກຊີກັນ ສະຫະລັດອາເມລິກາ.

   ທ້າວ ສອນເພັດ ເລື່ອງຜິວວົງແສນ, ໄດ້ກ່າວວ່າ: ຂ້າພະເຈົ້າກໍຮູ້ສຶກດີໃຈ ແລະເປັນກຽດ ຢ່າງສູງ ທີ່ໄດ້ເປັນຕົວແທນໃຫ້ແກ່ຄົນລາວເຂົ້າຮ່ວມການແຂ່ງຂັນໃນເທື່ອນີ້ ທັງຍັງສາມາດ ຍາດໄດ້ລາງວັນທີ່ 2 ເຊິ່ງເປັນການສ້າງຊື່ສຽງໃຫ້ແກ່ຕົນເອງ, ບໍລິສັດ ແລະ ກໍປະເທດຊາດ ນຳອີກດ້ວຍ. ສຳລັບການທີ່ຈະເຂົ້າຮ່ວມແຂ່ງຂັນໃນລະດັບໂລກນັ້ນ ຂ້າພະເຈົ້າກໍໄດ້ມີການຝຶກ ຊ້ອມ ແລະ ວາງແຜນການຂາຍ ເພື່ອກຽມຄວາມພ້ອມໃຫ້ແກ່ຕົນເອງ. ຫວັງວ່າ ຕົນເອງຈະ ສາມາດຍາດໄດ້ລາງວັນໃດໜຶ່ງ ເພື່ອສ້າງຊື່ສຽງໃຫ້ແກ່ປະເທດຊາດໃນເວທີສາກົນ.

ຫນັງສືພິມປະຊາຊົນ

awwawwawwaww


__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard