Members Login
Username 
 
Password 
    Remember Me  
Post Info TOPIC: Beggars ຂໍທານ ບັນຫາທີ່ຍັງແກ້ບໍ່ຕົກ ຂອງປະເທດລາວ !
Anonymous

Date:
Beggars ຂໍທານ ບັນຫາທີ່ຍັງແກ້ບໍ່ຕົກ ຂອງປະເທດລາວ !
Permalink   




Do you think what is the best way to solve beggar's problem in Laos ?

ນັບແຕ່ໃດໆມາ ຖ້າເວົ້າເຖິງ ຂໍທານ ທຸກໆທ່ານ ກໍຄົງຈະຈິນຕະ ນາການ ແລະ ນຶກເຫັນ ພາບໂລດ ວ່າ: ຈະຕ້ອງເປັນຄົນທີ່ເສຍອົງຄະ ບໍ່ວ່າຢ່າງໃດກໍຢ່າງຫນຶ່ງ ຂອງຮ່າງ ກາຍ ເຊັ່ນ: ຕາບອດ, ແຂນກຸດຂາ ຂາດ ຫລື ພິການໃນລັກສະນະອື່ນໆທີ່ບໍ່ສາມາດຊ່ວຍເຫລືອ ຕົນເອງໄດ້ ແລະ ບໍ່ມີຄົນເບິ່ງແຍງ ຈຶ່ງຈຳເປັນຕ້ອງອອກມາປະເຊີນຊາຕາຊີວິດດ້ວຍ ການຂໍ ທານກິນ ເພື່ອລ້ຽງຊີບໄປ ວັນໆ.ເອົາແຕ່ຜູ້ທີ່ມີໃຈບຸນສຸນທານເຫັນແລ້ວກໍ່ເກີດຄວາມສົງສານ ປ່ອນ ໃຫ້ຜູ້ລະພັນສອງພັນ ພໍໄດ້ຊື້ເຂົ້າກິນ ປະຄັບປະຄອງຊີວິດທີ່ບໍ່ມີຈຸດຫມາຍ ປາຍທາງ ແລະ ບໍ່ຮູ້ວ່າຈະຢູ່ທົນທຸກທໍ ລະມານເຊັ່ນນີ້ໄປເຖິງເມື່ອໃດ.ອັນນີ້ ກໍເປັນຕາຫນ້າເຫັນອົກເຫັນ ໃຈເຂົາເຈົ້າ ເພາະວ່າ ສະພາບເຊັ່ນນີ້ຄົງຈະບໍ່ມີ ໃຜເພິ່ງປາຖະຫນາ ຢາກໃຫ້ເກີດຂຶ້ນກັບຕົນ ເອງ ແຕ່ເມື່ອລີກລ້ຽງບໍ່ໄດ້ ກໍ ຈະຕ້ອງຍອມຮັບສະຕາກຳຕໍ່ໄປ.ແຕ່ວ່າຕາມທີ່ເຫັນຂໍທານພັດ ບໍ່ ເປັນດັ່ງຄິດ, ເພາະໃນນີ້ມັນມີທັງຄົນ ທີ່ບໍ່ເສຍອົງຄະໃດໆທັງຊິ້ນ ແລະ ພວກດັດແປງ ເສີມແຕ່ງ ຫລື ເວົ້າ ງ່າຍໆກໍແມ່ນຕິເຮັດແກ້ງເຮັດເອົາວ່າຕົນ ເປັນຄົນພິການຕາບອດ,ແຂນ ຂາດ, ຂາຂາດ ບໍ່ສາມາດຊ່ວຍເຫລືອຕົນ ເອງໄດ້. ແຕ່ແທ້ຈິງແລ້ວແມ່ນເປັນຄົນ ປົກກະຕິ ທຳມະດາສາມັນຄືຫມູ່ເຮົາເຈົ້າ ຂ້ອຍນີ້ເອງ. ກ່ຽວກັບບັນຫາດັ່ງກ່າວ ນີ້ຜ່ານມາ ທາງພາກ ສ່ວນທີ່ກ່ຽວຂ້ອງ ເພິ່ນກໍໄດ້ມີແຜນໃນເບື້ອງຕົ້ນ ແມ່ນ ຈະສ້າງເຮືອນເມດຕາປານີ ເຊິ່ງຈະ ນຳເອົາຄົນ ຫລື ຂໍທານປະເພດ ທີ່ ຂາດກຳລັງແຮງງານ, ຄົນພິການທີ່ ຂາດທີ່ພັກພາອາ ໄສ ຕົວຈິງມາອາໄສ ຢູ່ທີ່ນີ້ ແລະ ສຳລັບຂໍທານທີ່ມີສາ ເຫດມາຈາກການຕິດຢາເສບຕິດ ແມ່ນຈະໄດ້ນຳສົ່ງເຂົ້າໄປບຳບັດຢູ່ສູນ ສົມສະຫງ່າ. ນອກຈາກນີ້ແລ້ວ ທາງ ການຍັງຈະມີ ການສ້າງກອງທຶນສັງຄົມ ສົງເຄາະ ເພື່ອນຳໃຊ້ເຂົ້າໃນວຽກງານ ແກ້ໄຂຄົນຂໍທານ, ຄົນເສຍ ອົງຄະ ແລະ ຄົນທີ່ເປັນບ້າເສຍຈິດ ເຊິ່ງຈະເອີ້ນວ່າເປັນກອງທຶນ “ມາດຕາປານີ” ແລະ ຈະ ໃຫ້ມີການຈັດສົ່ງຄົນຂໍທານ ທີ່ມາຈາກຕ່າງແຂວງກັບຄືນທ້ອຖິ່ນ ຂອງຕົນ,ສຳລັບຜູ້ທີ່ສາມາດ ອອກ ແຮງງານໄດ້ນັ້ນ ແມ່ນຈະໄດ້ຊັບ ຊ້ອນໃຫ້ເຮັດວຽກຕາມຄວາມສາມາດ (ໂດຍແມ່ນບໍ ລິສັດຕ່າງໆຊ່ວຍເຫລືອ ຮັບເອົາແຮງງານດັ່ງກ່າວເຂົ້າເຮັດວຽກ ງານ).ເຖິງຢ່າງໃດກໍຕາມ ຕົກມາ ຮອດປະຈຸບັນນີ້ ກໍຍັງພົບເຫັນຂໍ ທານຈຳນວນບໍ່ນ້ອຍ ທີ່ລ້ອນເລ ຂໍ ທານຕາມຈຸດ ຕ່າງໆ ພາຍໃນນະ ຄອນຫລວງ ສະນັ້ນ ຕໍ່ກັບບັນຫານີ້ ກໍໄດ້ມີຄຳຖາມຈາກພໍ່ແມ່ປະຊາຊົນ ຝາກຜ່ານຫນັງສືພິມຂອງພວກເຮົາ ສອບຖາມທາງພາກສ່ວນທີ່ກ່ຽວຂ້ອງ ວ່າ: ຕົກມາຮອດ ປະຈຸບັນນີ້ ໂຄງ ການ ຫລື ວ່າການກໍ່ສ້າງກ່ຽວກັບ ວຽກງານດັ່ງກ່າວນີ້ ແມ່ນໄດ້ດຳເນີນ ໄປຮອດຂັ້ນໃດແລ້ວ? ສຳລັບຄົນຂໍ ທານທີ່ຍັງພົບເຫັນຢູ່ໃນປະຈຸບັນນີ້ ທາງພາກສ່ວນທີ່ກ່ຽວ ຂ້ອງແມ່ນຈະມີ ການແກ້ໄຂແນວໃດ? ເພາະວ່າບັນ ຫາຄົນຂໍທານນີ້ ກໍແມ່ນບັນຫາຫນຶ່ງ ທີ່ ສ້າງຄວາມບໍ່ຈົບບໍ່ງາມໃຫ້ແກ່ສັງຄົມ ແລະ ກໍເປັນແຜນການອັນຫນຶ່ງ ທີ່ນອນຢູ່ໃນຈຸດປະສົງ ຄາດຫມາຍລວມ ໃນການແກ້ໄຂປະກົດການຫຍໍ້ທໍ້ດ້ານ ສັງຄົມ ເພື່ອແນໃສ່ຮັບປະກັນໃຫ້ນະ ຄອນຫລວງວຽງຈັນ ມີການພັດທະ ນາຢ່າງຕໍ່ເນື່ອງ ຮັບປະກັນຄວາມສະ ຫງົບ, ຄວາມເປັນ ລະບຽບຮຽບຮ້ອຍ ຢ່າງຫນັກແຫນ້ນ ສະນັ້ນ ບັນຫາດັ່ງ ກ່າວນີ້ ຄວນຈະໄດ້ຮັບການປະຕິບັດ ໃຫ້ປາກົດຜົນເປັນຈິງ

from pasaxon newspaper





__________________
Anonymous

Date:
RE: Beggars ຂໍທານ ບັນຫາທີ່ຍັງແກ້ບໍ່ຕົກ ຂອງປະເທດລາວ !
Permalink   


You should say: "What do you think is the best way to solve beggar's problem in Laos?"

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard