Members Login
Username 
 
Password 
    Remember Me  
Post Info TOPIC: 7 ສິ່ງກິນແລ້ວໜຸ່ມແໜ້ນ Top secret for Lao man !
Anonymous

Date:
7 ສິ່ງກິນແລ້ວໜຸ່ມແໜ້ນ Top secret for Lao man !
Permalink   




ອາຫານ 7 ຢ່າງທີ່ຈະນຳສະ ເຫນີທ່ານຜູ້ອ່ານນີ້ ຈະຊ່ວຍຮັກສາ ຄວາມສົດຊື່ນ ແລະ ຫນຸ່ມແຫນ້ນ, ແກ້ຜົມຫລົ່ນ, ຜິວແຫ້ງ, ລົດຜິວມັນ ແລະ ອື່ນໆ.ລາຍລະອຽດຄືດັ່ງລຸ່ມນີ້:

 1. ເຊົາຜົມຫລົ່ນ: ໃຫ້ກິນຫມາກ ກ້ວຍເຊິ່ງອຸດົມສົມບູນໄປດ້ວຍວິຕາ ມິນເບ ມີສັບພະ ຄຸນປ້ອງກັນຜົມຫລົ່ນ ໄດ້ດີ. ການກິນຫມາກກ້ວຍເຂົ້າໄປໃນ ປະລິມານພຽງພໍ ຈະຊ່ວຍ ຮັກສາເສັ້ນ ຜົມຢູ່ຄູ່ກັບຫົວຂອງຕົນໄດ້ດົນ.

2. ເຊົາການທີ່ຜິວຫນັງລອກ: ໃຫ້ ກິນປາເຊວມອນໃສ່ເກືອປິ້ງ, ອາຫານ ທະເລ ຫລື ຜັກສົດກໍໄດ້.

3. ຜິວນຸ້ມຄືເດັກນ້ອຍ: ໃຫ້ກິນ ຫມາກມ່ວງ, ຍ້ອນວ່າ ຫມາກມ່ວງ ມີ ວິຕາມິນເບຕ້າ ແຄໂລທິນ ທີ່ຈະຊ່ວຍ ເຮັດໃຫ້ຜິວມີສຸຂະພາບດີ ໂດຍຊ່ວຍ ກະຕຸ້ນການສ້າງຜິວຫນັງ ລວມທັງ ຫນັງຫົວ ເພື່ອທົດແທນຂອງເກົ່າທີ່ຫຍາບແຫ້ງໄປ ແລະ ເຮັດໃຫ້ມີຄວາມຊຸ່ມ ຊື່ນ ແລະ ນຸ້ມແຫນ້ນດີ.

4. ຊະລໍຜົມຫງອກ: ໃຫ້ກິນຫມາກ ຖົ່ວດິນອົບເນີຍລວມກັບເກັດຂະຫນົມ ປັງ ທີ່ອົບມາ ແບບ ຮ້ອນໆ ກ່ອນຄາບ ເຂົ້າຖົ່ວດິນສົ່ງວິຕາມິນເບ ທີ່ສາມາດ ຢຸດເຊົາການປ່ຽນສີ ຜົມໃຫ້ເປັນສີດອກ ເລົາໄດ້ ແລະ ຍັງເຮັດໃຫ້ຜິວເປັ່ງຂຶ້ນ ນຳອີກ.

5. ເພີ່ມຄວາມນຸ້ມສາວຂຶ້ນຕື່ມ: ໃຫ້ກິນຫມາກສີດາ ຫລື ນຳຫມາກສີດາເຊິ່ງອຸດົມສົມບູນ ໄປ້ດ້ວຍວິຕາມິນເຊ. ຍ້ອນມັນຮັກສາຄໍລາເຈນ ທີ່ເປັນບໍ່ ເກີດແຫ່ງໂປຣຕີນຢູ່ພາຍໃນ ຜິວຫນັງ ຫລື ກິນຫມາກຫຸ່ງ, ຫມາກກ້ຽງ, ລູກ ເກດສີດຳອົບແຫ້ງຮ່ວມກັບຫມາກໄມ້ ປະຈຳວັນ ກໍຈະຊ່ວຍເພີ່ມວິຕາມິນເຊ ເຫມືອນກັນ.

6. ລົດຜິວມັນ: ໃຫ້ກິນທັນຍາຫານ ທຸກໆເຊົ້າ ເຊິ່ງອຸດົມສົມບູນໄປດ້ວຍວິ ຕາມິນເບ 2 ທີ່ຊ່ວຍຍັບຍັ້ງການຜະ ລິດນ້ຳມັນສ່ວນເກີນຂອງຕ່ອມຜະລິດພາຍໃນຮ່າງກາຍເຊິ່ງເປັນ ສາເຫດ ຫນຶ່ງຂອງເສັ້ນຜົມບາງ ແລະ ມັນອີກ ດ້ວຍ.

7. ປົກປ້ອງໃບຫນ້າຈາກມົນລະ ພິດ:ວິຕາມິນເບ ໃນອາໂວຄາໂດຊ່ວຍເຮັດໃຫ້ໃບຫນ້າ ເບິ່ງຫນຸ່ມກວ່າ ໄວ ແລະ ຮ່າງກາຍເກີດຄວາມຕ້ານທານຈາກການທຳລາຍໃນຮູບແບບ ຕ່າງໆ ທັງນີ້ກໍລວມເຖິງການທຳລາຍ ຈາກບັນຍາກາດທີ່ມົນລະພາວະເປັນ ພິດໄດ້.

Anything else you want to add to thess secrets?

ຈາກຫນັງສືພິມປະຊາຊົນ ເສດຖະກິດ ສັງຄົມ


__________________
Anonymous

Date:
Permalink   

Why you post the photo of this man?

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard