Members Login
Username 
 
Password 
    Remember Me  
Post Info TOPIC: ແມ່ນຫຍັງຈະເກີດຂຶ້ນ ເມື່ອລາວຈະເລີ້ມໃຊ້ VAT ປີ 2008 ນີ້ ?
Anonymous

Date:
ແມ່ນຫຍັງຈະເກີດຂຶ້ນ ເມື່ອລາວຈະເລີ້ມໃຊ້ VAT ປີ 2008 ນີ້ ?
Permalink   




ສປປ ລາວ ຈະເລີ່ມນຳໃຊ້ອາກອນມູນຄ່າເພີ່ມໃນທ້າຍປີ 2008 ເຊິ່ງຈະເຮັດໃຫ້ລະບົບ ສ່ວຍສາອາກອນຂອງລາວເຂັ້ມແຂງ ທັນກັບສະພາບຂະຫຍາຍຕົວທາງດ້ານເສດຖະກິດ ແລະ ຮ່ວມມືກັບສາກົນ. ຊ່ວຍແກ້ໄຂບັນຫາກ່ຽວກັບອາກອນຊ້ຳຊ້ອນ,ຫລຸດຜ່ອນຊ່ອງຫວ່າງການຮົ່ວ ໄຫລຂອງລາຍຮັບ, ປະກົດການຫຍໍ້ທໍ້ຕ່າງໆ ແລະ ຄວາມບໍ່ໂປ່ງໃສຂອງພະນັກງານເຈົ້າຫນ້າ ທີ່ ຕະຫລອດຮອດບັນດາຜູ້ປະກອບການລົງໄດ້ຫລາຍກວ່າການເກັບອາກອນຕົວເລກທຸລະກິດ ໃນປະຈຸບັນ.

   ທ່ານ ພົມມີ ນາມມະວົງ, ຫົວຫນ້າພະແນກນິຕິກຳກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຊີ້ແຈງວ່າ: ໃນໄລຍະສົກງົບປະມານ 2005-2006 ມານີ້ ແມ່ນໄລຍະນຳໃຊ້ກົດຫມາຍວ່າ ດ້ວຍສ່ວຍສາອາກອນສະບັບປັບປຸງ ເຮັດໃຫ້ລາຍຮັບສ່ວຍສາອາກອນເພີ່ມຂຶ້ນ ແລະ ສາມາດ ບັນລຸໄດ້ຕາມແຜນການ. ໃນນັ້ນ ອາກອນຕົວເລກທຸລະກິດກໍໄດ້ປັບປຸງຈາກ 3 ອັດຕາມາເປັນ 2 ອັດຕາ ຈິ່ງເຮັດໃຫ້ການເກັບອາກອນຕົວເລກທຸລະກິດໄດ້ຮັບຜົນດີສົມຄວນ. ເຖິງຢ່າງໃດກໍ ຕາມການເກັບອາກອນຕົວເລກທຸລະກິດນີ້ກໍຍັງມີຄວາມສັບສົນ ແລະ ບໍ່ມີຄວາມໂປ່ງໃສເທົ່າທີ່ ຄວນ, ເນື່ອງຈາກວ່າປະເພດອາກອນດັ່ງກ່າວຍັງມີລັກສະນະຊ້ຳຊ້ອນ ແລະ ມີການກຳນົດ 2 ອັດຕາຄື: 5% ແລະ 10% ຂຶ້ນກັບປະເພດສິນຄ້າ ແລະ ຂະແຫນງການເຄື່ອນໄຫວຂອງຫົວ ຫນ່ວຍທຸລະກິດ. ດັ່ງນັ້ນ, ຈິ່ງເກີດສະພາບມີຫລາຍຫົວຫນ່ວຍທຸລະກິດຊອກວິທີທາງ ເພື່ອໃຫ້ ໄດ້ເສຍອາກອນໃນອັດຕາຕ່ຳ. ສຳລັບອາກອນມູນຄ່າເພີ່ມແມ່ນມີພຽງອັດຕາດຽວ 10%ສຳລັບ ສິນຄ້າ, ເຄື່ອງຂອງ ແລະ ການບໍລິການທີ່ນຳເຂົ້າ, ຜະລິດ ແລະ ຊົມໃຊ້ຢູ່ພາຍໃນປະເທດທີ່ ຖືກເສຍອາກອນ ມູນຄ່າເພີ່ມ, ສ່ວນອັດຕາ 0% ນັ້ນ ແມ່ນສຳລັບການສົ່ງອອກ. ອາກອນມູນ ຄ່າເພີ່ມຍັງມີກົນໄກ ແລະ ລະບຽບການໃນການຫັກ ແລະ ສົ່ງຄືນເງິນອາກອນມູນຄ່າເພີ່ມທີ່ ໄດ້ມອບແລ້ວຢູ່ເບື້ອງສົ້ນເຂົ້າເວລາຊື້ສິນຄ້າເຄື່ອງຂອງ ຫລື ການບໍລິການ.

   ຄວາມຄິດກ່ຽວກັບການນຳໃຊ້ອາກອນມູນຄ່າເພີ່ມນີ້ ທ່ານຍັງໄດ້ຊີ້ແຈງອີກວ່າ: ການຈະນຳ ໃຊ້ອາກອນມູນຄ່າເພີ່ມນີ້ ມີມາໄດ້ສິບກວ່າປີແລ້ວ ແຕ່ສະພາບເສດຖະກິດຂອງລາວຍັງບໍ່ທັນ ພ້ອມເທື່ອ. ສະນັ້ນ, ມາຮອດປະຈຸບັນ ກົດຫມາຍ ວ່າດ້ວຍອາກອນມູນຄ່າເພີ່ມຂອງລາວກໍມີ ແລ້ວ ຕາມແຜນການຈະໄດ້ນຳໃຊ້ແຕ່ທ້າຍປີ 2008 ເປັນຕົ້ນໄປ. ພ້ອມດຽວກັນນີ້ລັດຖະບານ ກໍມີຈຸດປະສົງ ເພື່ອສ້າງລາຍຮັບພາຍໃນທົດແທນລາຍຮັບທີ່ຈະສູນເສຍໄປຈາກການຫລຸດອັດ ຕາພາສີຂາເຂົ້າ ໃຫ້ຍັງເຫລືອພຽງ 0% ຫາ 5% ໃນຈຳນວນ 2.235 ລາຍການສິນຄ້າຕາມ ຂໍ້ຜູກພັນເຂດການຄ້າເສລີອາຊຽນ ທີ່ບັນດາສະມາຊິກສະມາຄົມອາຊຽນທັງຫມົດໄດ້ຕົກລົງກັນ ໄວ້ ແລະ ກໍຈະເລີ່ມແຕ່ປີ 2008 ເປັນຕົ້ນໄປ. ຈາກການຫລຸດອັດຕາພາສີຂາເຂົ້ານັ້ນລາຍຮັບ ພາສີຂາເຂົ້າກໍຈະຫລຸດລົງປະມານ 0,70% ຂອງ GDP ແຕ່ວ່າ ການເກັບອາກອນ ມູນຄ່າ ເພີ່ມໃນອັດຕາ 10% ນັ້ນ ຄາດຄະເນລາຍຮັບພາຍ ໃນຈະໄດ້ເພີ່ມ 1,17% ຂອງ GDP.

From setthakit sangkom newspaper


__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard