Members Login
Username 
 
Password 
    Remember Me  
Post Info TOPIC: ໃສ້ກ້ອກ ເຢຍລະມັນ ບຸກຕະຫຼາດ ປະເທດເຮົາ !!!
Anonymous

Date:
ໃສ້ກ້ອກ ເຢຍລະມັນ ບຸກຕະຫຼາດ ປະເທດເຮົາ !!!
Permalink   




ໃນໂອກາດກອງປະຊຸມພົບ ປະນັກທຸລະກິດ ລາວ-ໄທ ທີ່ຈັດຂຶ້ນໃນທ້າຍອາທິດທີ່ຜ່ານມາ ນັ້ນນັກທຸ ລະກິດຈາກຣາຊະອານາຈັກໄທ ໄດ້ ນຳເອົາ 9 ຂະແຫນງການ ຈາກຫລາຍໆ ສິບບໍລິສັດເຂົ້າມາຕະ ຫລາດ ແລະ ເປັນຕົວເລືອກໃຫມ່ໃນການດຳເນີນທຸລະກິດໃນລາວ. ໃນ ນັ້ນ, ບໍລິສັດ ອີຊີ ອິນເຕີ ເນເຊິນນໍ ແຟຣນໄຊ ໄດ້ນຳເອົາໃສ້ກອກເຢຍລະມັນມາຍັງ ຕະຫລາດໃນລາວ ເຊິ່ງໄດ້ຮັບຄວາມສົນໃຈຈາກນັກທຸ ລະກິດລາວບໍ່ຫນ້ອຍ.

ບໍລິສັດ ອີຊີ ອິນເຕີເນເຊິນນໍ ແຟຣນໄຊ ເປັນບໍລິສັດທີ່ຢູ່ໃນກຸ່ມ ສະຫຍາມສະເຕັດກຣຸບ ເຊິ່ງເຮັດທຸ ລະ ກິດ ມາກວ່າສາມສິບປີ. ໄດ້ມີ ຄວາມສົນໃຈທີ່ຢາກຈະມາລົງທຶນຈຳຫນ່າຍໃສ້ກອກເຢຍລະ ມັນ ໃນ ຮູບແບບຂອງເຄືອຄ່າຍ (Franchise).ທ່ານ ສຸພັກ ຫມື່ນນິກອນ ຫົວຫນ້າຜູ້ບໍລິ ຫານໄດ້ກ່າວວ່າ: ປະຈຸບັນ ຂະ ແຫນງການທ່ອງທ່ຽວຂອງລາວມີການຂະຫຍາຍຕົວຢ່າງ ຕໍ່ເນື່ອງ ແລະ ພາຍຫລັງທີ່ຂົວມິດຕະພາບ ສອງກໍ່ສ້າງ ສຳເລັດ ແລະ ເປີດນຳໃຊ້ຢ່າງ ເປັນທາງ ການໃນທ້າຍ ປີຜ່ານມາ, ຍິ່ງ ຈະເຮັດໃຫ້ຂະ ແຫນງການທ່ອງທ່ຽວກາຍເປັນອຸດ ສາຫະ ກຳຫນຶ່ງທີ່ສຳ ຄັນທີ່ຈະສ້າງ ລາຍຮັບມະ ຫາສານຕໍ່ປະ ເທດລາວ.

ດັ່ງນັ້ນ,ຂ້າພະ ເຈົ້າຈິ່ງເລັງເຫັນວ່າການບໍລິການ ທາງດ້ານອາຫານເພື່ອຮອງຮັບແກ່ ການຂະຫຍາຍຕົວ ດັ່ງກ່າວ ຈິ່ງເປັນ ສິ່ງສຳຄັນ ແລະ ເປັນຕົວເລືອກ ໃຫມ່ໃຫ້ແກ່ນັກທ່ອງທ່ຽວໄດ້ລອງ ຊີມລົດຊາດໃສ້ກອກເຢຍລະມັນ ໂດຍບໍ່ຈຳເປັນຕ້ອງໄປກິນທີ່ເຢຍລະ ມັນ, ຍູໂຣບ ຫລື ປະເທດໄທ.

ສຳ ລັບນັກທ່ອງທ່ຽວຊາວໄທເອງທີ່ມາ ທ່ຽວປະເທດລາວກໍຈະມີໃສ້ກອກ ເຢຍ ລະມັນໄວ້ຄອຍບໍລິການ.ອີກຢ່າງຫນຶ່ງ, ຊາວລາວກໍຈະໄດ້ ຊີມລົດຊາດໃສ້ກອກໃນຮູບແບບ ແລະ ລົດຊາດທີ່ແຊບກວ່າໃສ້ກອບ ທົ່ວໆໄປ ເຊິ່ງຈະໄດ້ຮັບຄວາມນິຍົມຈາກຄົນລາວ ບໍ່ ຫນ້ອຍ ເພາະລົດ ຊາດນັ້ນຈະມີຫລາຍລົດຊາດທັງຮູບ ແບບດັ່ງເດີມກໍຄືລົດຊາດເຢຍລະ ມັນ ແລະ ລົດຊາດຄົນອາຊີເຊັ່ນ ລົດ ຊາດເຢຍລະມັນ, ບາບີຄິວ,ລົດເນີຍ,ລົດກະທຽມ....

ຈຸດເດັ່ນຂອງ ໃສ້ກອກເຢຍລະມັນຈະຢູ່ທີ່ຊີ້ນເອົາ ມາເຮັດນັ້ນຈະເປັນຊີ້ນແທ້ ແລະ ກວມອັດ ຕາສ່ວນຫລາຍ ບໍ່ຄືໃສ້ ກອກທົ່ວໄປທີ່ໃຊ້ແປ້ງເປັນສ່ວນປະ ກອບຫລັກ,ລົດຊາດຈິ່ງແຕກ ຕ່າງ ຢ່າງເຫັນໄດ້ຊັດເຈນ. ແຕ່ວ່າໃສ້ ກອກເຢຍລະມັນນັ້ນ, ຈະເຂົ້າມາໃນຕະຫລາດຂອງ ປະເທດລາວໄດ້ ຫລື ບໍ່ກໍຕ້ອງເບິ່ງຜົນຂອງການພົບປະລະ ຫວ່າງນັກທຸລະກິດລາວ - ໄທ ທີ່ຈັດ ຂຶ້ນໃນອາທິດຜ່ານມາ ທີ່ໂຮງແຮມ ໂກສະໂມນັ້ນຈະປະສົບຄວາມສຳ ເລັດພຽງໃດ? ແລະ ມີນັກທຸລະກິດ ລາວສົນໃຈທີ່ຈະເຮັດທຸລະກິດຢ່າງຈິງຈັງຫລາຍ ຫລື ນ້ອຍ.

ທ່ານ ສຸ ພັກ ຫມື່ນນິກອນ ຍັງກ່າວດ້ວຍ ຄວາມຫວັງວ່າການພົບປະຄັ້ງນີ້ຈະປູທາງໄປສູ່ການລົງທຶນ ທາງດ້ານບໍ ລິການ ແລະ ທ່ອງທ່ຽວຈາກນັກທຸລະກິດຊາວໄທທີ່ຈະເຂົ້າມາລົງທຶນໃນລະດັບ ທີ່ແນ່ນອນບໍ່ໄວກໍຊ້າ.ທ່ານນາງ ວາລີ ເວດສະພົງ, ຮອງປະທານສະມາຄົມນັກທຸລະກິດຫນຸ່ມ ແຫ່ງ ສປປ ລາວ ກໍໄດ້ກ່າວ ວ່າກອງປະຊຸມພົບປະນັກທຸລະກິດລາວ - ໄທ ຄັ້ງນີ້,ຈະສາ ມາດດຶງ ດູດນັກທຸລະກິດຊາວໄທຫລາຍຂຶ້ນເປັນຕົ້ນໃນຂະແຫນງການບໍລິການ ແລະທ່ອງ ທ່ຽວເຊິ່ງເປັນທີ່ສົນໃຈ ຂອງ ນັກທຸລະກິດຊາວໄທ.

From Pasason newspaper


__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard