Members Login
Username 
 
Password 
    Remember Me  
Post Info TOPIC: ຂ່າວດີ : Vientiane will have bus service untill 11 p.m ແລ້ວເດີ້ ຊິບອກໃຫ້
Anonymous

Date:
ຂ່າວດີ : Vientiane will have bus service untill 11 p.m ແລ້ວເດີ້ ຊິບອກໃຫ້
Permalink   


ນະຄອນຫລວງ ຈະມີລົດໂດຍສານແລ່ນຮອດ 11 ໂມງການຄືນ


Vientiane bus station

   ປະຊາຊົນນັບເປັນແສນໆຄົນ ໃນນະຄອນຫລວງວຽງຈັນ ຈະມີໂອກາດໄດ້ນັ່ງລົດເມໂດຍສານ ຕາມສາຍທາງຕ່າງໆໄປຈົນເຖິງ 11 ໂມງກາງຄືນ.ເຊິ່ງ ສປປ ລາວ ຍັງບໍ່ທັນມີຮູບແບບການ ບໍລິການຜູ້ໂດຍສານນີ້ມາກ່ອນ ນັບຕັ້ງແຕ່ປີ1975 ຕໍ່ກັບບັນຫາການປະຕິຮູບລະບົບຄົມມະນາ ຄົມຫລາຍຮູບແບບສຳລັບຜູ້ໂດຍສານນັ້ນ ທ່ານ ລິດສະໄຫມ, ຜູ້ຊ່ວຍອຳນວຍການຂອງບໍລິ ສັດທົງລີປາຊີ-ຂົນສົ່ງໂດຍສານຈຳກັດໃຫ້ທັດສະນະວ່າ: ນັບຕັ້ງແຕ່ເດືອນສິງຫາ 2007ຈະມາ ເຖິງນີ້ ທາງບໍລິສັດຂອງພວກເຮົາຈະເລີ່ມໃຊ້ລົດເມຂະຫນາດ 20 ບ່ອນນັ່ງ ຈຳນວນ 36 ຄັນ ແລ່ນທົ່ວນະຄອນຫລວງວຽງຈັນທັງກາງເວັນ ແລະ ກາງຄືນ ເພື່ອຕອບສະຫນອງຄວາມຮຽກ ຮ້ອງຕ້ອງການຂອງຜູ້ໂດຍສານທັງຄົນລາວແລະຕ່າງປະເທດ. ໃນຈຳນວນລົດເມ 36 ຄັນທີ່ ໄດ້ນຳເຂົ້າຈາກ ສປ ຈີນ. ກຳລັງເລັ່ງໃສ່ຈະໃຊ້ແລ່ນໃນ 4 ເສັ້ນທາງຫລັກຂອງ 7 ຕົວເມືອງ ທົ່ວນະຄອນຫລວງວຽງຈັນ ເພື່ອໃຫ້ປະຊາຊົນໄດ້ທ່ອງທ່ຽວໄປ-ມາ ມີຄວາມສະດວກສະບາຍ ຂຶ້ນຕື່ມຕະຫລອດທັງການຕິດຕໍ່ຄ້າ-ຂາຍ. ນອກນັ້ນ ທາງບໍລິສັດພວກເຮົາຍັງໄດ້ກຳນົດນະໂຍ ບາຍວ່າ: ຈະຕ້ອງຄວບຄຸມຄ່າປີ້ໂດຍສານໃຫ້ຢູ່ສູງສຸດປະມານ 3.000 ກີບ ລົງມາເທົ່ານັ້ນ ເພື່ອຮັບປະກັນວ່າຜູ້ທຸກຍາກກໍສາມາດໃຊ້ບໍລິການໄດ້.

   ທ່ານ ອະທິບາຍວ່າ: ຮູບແບບການບໍລິການນີ້ຈະເປັນລັກສະນະແບບໃຫມ່ໃນ ສປປ ລາວ ກໍວ່າໄດ້ ເພາະວ່າພວກເຮົາຈະເປີດໃຫ້ລົດເມແລ່ນແຕ່ 6 ໂມງເຊົ້າ ຈົນເຖິງ 11ໂມງກາງຄືນ ໂດຍເວລາຈະຫມູນວຽນປ່ຽນກັນ ຫມາຍວ່າທຸກໆ 20 ນາທີ ຈະມີມາຮອບຫນຶ່ງ, ແຕ່ການ ແລ່ນກາງຄືນ ຈະໄດ້ກຳນົດເອົາພຽງສອງເສັ້ນທາງເທົ່ານັ້ນຄື: ເສັ້ນທາງດົງໂດກຈາກມະຫາວິ ທະຍາໄລແຫ່ງຊາດ ເຖິງໃຈກາງນະຄອນຫລວງ, ເສັ້ນທາງແຄມຂອງຈາກເຂດບ້ານເກົ້າລ້ຽວ ເມືອງສີໂຄດຕະບອງ ເຖິງບ້ານສວນມອນ ເມືອງສີສັດຕະນາກ.

   ປະຈຸບັນນີ້ ບໍລິສັດ ທົງລີປາຊີ-ຂົນ ສົ່ງໂດຍສານຈຳກັດ ກຳລັງສັ່ງຊື້ລົດເມໂດຍສານທັງ 45 ບ່ອນນັ່ງ ແລະ 20 ບ່ອນນັ່ງຈາກ ສປ ຈີນ ເປັນຈຳນວນ 85 ຄັນ ລວມມູນຄ່າຫລາຍ ກວ່າ 7 ຕື້ກີບ ເພື່ອມາຮັບຜູ້ໂດຍສານຢູ່ ສປປ ລາວ.

Source: Pasaxon social economic newspaper



__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard