Members Login
Username 
 
Password 
    Remember Me  
Post Info TOPIC: Car market in Laos boom boom boom !!! wow


Guru

Status: Offline
Posts: 1451
Date:
Car market in Laos boom boom boom !!! wow
Permalink   




ປະຈຸບັນຕະຫລາດລົດຍົນໃນລາວກຳລັງຂະຫຍາຍຕົວຢ່າງແຂງແຮງສະເລ່ຍແຕ່ລະປີບໍ່ຫລຸດ 10%. ດັ່ງນັ້ນ ບັນດາບໍລິສັດຕ່າງໆຈິ່ງເລັງເຫັນກາລະໂອກາດດັ່ງກ່າວເປີດບໍລິສັດຕົວແທນຈຳ ຫນ່າຍລົດຂຶ້ນມາ. ສິ່ງທີ່ເດັ່ນກວ່າຫມູ່ກໍແມ່ນການເປີດສູນບໍລິການລູກຄ້າຫລັງໃຫມ່ ຂອງບໍລິ ສັດລາວໂຕໂຍຕ້າ ເຊິ່ງນັບວ່າເປັນປະເພດລົດທີ່ຂາຍດີ ແລະ ໄດ້ຮັບຄວາມນິຍົມສູງໃນຕະ ຫລາດຂອງ ສປປ ລາວ.

   ແຕ່ໃນມໍ່ໆມານີ້,ບໍລິສັດມິດຊູລາວ ເຊິ່ງເປັນຕົວແທນຈຳຫນ່າຍລົດຍີ່ຫໍ້ມິດຊູບີຊິ ແຕ່ພຽງຜູ້ ດຽວໃນລາວ. ໄດ້ຮັບການສ້າງຕັ້ງຂຶ້ນເຮັດໃຫ້ຕະຫລາດລົດມິດຊູບີຊິ ເລີ່ມກັບມາມີສີສັນອີກຄັ້ງ ຫນຶ່ງ ແລະກາຍມາເປັນຄູ່ແຂ່ງທີ່ຈະມາມີສ່ວນແບ່ງຂອງຕະຫລາດລົດຈາກບໍລິສັດຕ່າງໆ.“ເຖິງ ແມ່ນວ່າປະຈຸບັນຄວາມນິຍົມ ຂອງຜູ້ຂັບຂີ່ສ່ວນຫລາຍ ແມ່ນລົດໂຕໂຍຕ້າ ແຕ່ດ້ວຍຄວາມມຸ່ງ ຫມັ້ນ ແລະ ຄຸນນະພາບລົດທີ່ບໍ່ເປັນຮອງລົດປະເພດອື່ນເຊື່ອແນ່ວ່າ ໃນອະນາຄົດ ລົດມິດຊູບີ ຊິ ຈະໄດ້ຮັບຄວາມນິຍົມຈາກລູກຄ້າ” ທ່ານ ທີນນະກອນ ທອງຄຳ, ຜູ້ຈັດການມິດຊູລາວມໍເຕີ ກ່າວ.

   ສຳລັບຍອດຂາຍໃນໄລຍະ 3 ເດືອນທຳອິດ ທ່ານກ່າວວ່າ: ທາງບໍລິສັດສາມາດສ້າງຍອດ ຂາຍໄດ້ 20 ຫາ 30 ຄັນ ເຊິ່ງກໍນັບວ່າສູງພໍສົມຄວນແຕ່ກໍຍັງຫນ້ອຍເພາະວ່າ ລູກຄ້າສ່ວນ ຫລາຍຍັງບໍ່ທັນຄຸ້ນກັບບໍລິສັດເທື່ອ. ແຕ່ໃນອະນາຄົດຈະໄດ້ເລັ່ງໃສ່ລູກຄ້າຫລັກທີ່ກວມຈຳນວນ ຫລາຍນັ້ນຄືລູກຄ້າຈາກບັນດາໂຄງການຕ່າງໆ ເຊິ່ງຈະສັ່ງຊື້ເປັນຈຳນວນ ແລະ ກວມຫລາຍ ກວ່າ 70% ຂອງລູກຄ້າ ໂດຍເຮັດແນວໃດໃຫ້ລູກຄ້າເຊື່ອໃນຄຸນນະພາບ ແລະ ການບໍລິ ການຂອງບໍລິສັດ.

   ໃນທ້າຍເດືອນຜ່ານມາ ທາງບໍລິສັດກໍໄດ້ນຳເອົາລົດມິດຊູບີຊິ TRITON PLUS ລຸ້ນໃຫມ່ ເຂົ້າມາຕີຕະຫລາດລົດລາວ ເຊິ່ງເປັນລົດຂັບເຄື່ອນແບບສອງລໍ້ລຸ້ນສູງແຕ່ວ່າມີຄຸນສົມບັດຄ້າຍ ຄືລົດຂັບເຄື່ອນແບບ 4 ລໍ້ ເຊິ່ງໄດ້ຮັບຄວາມສົນໃຈຈາກລູກຄ້າ ແລະມີການສັ່ງຈອງຫລາຍພໍ ສົມຄວນ. ສຳລັບການບໍລິການຫລັງການຂາຍ ທ່ານ ທີນນະກອນ ກ່າວແບບຄວາມຫມັ້ນໃຈ ວ່າ ລູກຄ້າທຸກຄົນທີ່ຊື້ລົດອອກຈາກມິດຊູລາວຈະໄດ້ຮັບການບໍລິການຫລັງການຂາຍເປັນຢ່າງ ດີທັງມີການຮັບປະກັນໃຫ້. ອາໄຫລ່ລົດກໍເປັນຂອງແທ້ຈາກໂຮງງານໂດຍກົງ ແລະສາມາດສັ່ງ ມາໄດ້ພາຍໃນ 1 ວັນ. ດ້ານທິມງານຊ່າງກໍລ້ວນແຕ່ມີປະສົບການໂດຍມີຊ່າງໃຫຍ່ຈາກໄທຖ້າ ໃຫ້ຄຳປຶກສາ ແລະ ແນະນຳທ່ານ.


__________________
samakomlaoiconsz6.gif Make yourself visible, signup at samakomlao webboard. HERE
Anonymous

Date:
Permalink   

More and more cars in Vientiane... a city that was clearly not builded to receive so many.

This just mean
- more trafic jams
- more pollution
- more "energy dependency"... gaz doesn't come from Laos and is more and more expensive.

There are certainly many more clever ways to spend their money for lao people than buying so big cars (that need so much gaz), usualy not made in Laos (give work to people in other countries, but not to lao people).

Laos should find it's onw way to developt itself.... not just copy the mistakes of the main other cities and countries in the world.

I just come from Amsterdam, an important and modern capital (capital of netherland): near no cars, just bicycles, a few motorbikes, bus and tramway. The city is modern, but also peacefull and not polluted... This is certainly a better example to follow.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard