Members Login
Username 
 
Password 
    Remember Me  
Post Info TOPIC: ເງິນບາດແຂງຄ່າ ສົ່ງ ຜົນກະທົບຫຍັງ ຕໍ່ນັກລົງທຶນຂອງໄທ ໃນລາວ ?


Guru

Status: Offline
Posts: 1451
Date:
ເງິນບາດແຂງຄ່າ ສົ່ງ ຜົນກະທົບຫຍັງ ຕໍ່ນັກລົງທຶນຂອງໄທ ໃນລາວ ?
Permalink   




ເງິນບາດແຂງຄ່າ ບໍ່ໄດ້ສົ່ງ ຜົນກະທົບຫຍັງຫລາຍຕໍ່ນັກລົງທຶນ ຂອງໄທ ໃນ ສປປ ລາວ ເນື່ອງຈາກ ນັກລົງທຶນສາມາດເລືອກໃຊ້ຫລາຍສະ ກຸນເງິນ.

   ກ່ຽວກັບເລື່ອງນີ້ ທ່ານ ສະເຫລີມ ພົນ ພົງສະບັບນະກາ, ອັກຄະຣາຊະ ທູດ ທີ່ປຶກສາຝ່າຍການຄ້າໄດ້ເປີດ ເຜີຍວ່າ: ປະຈຸບັນນັກລົງທຶນຂອງໄທ ທີ່ເຂົ້າມາລົງທຶນໃນລາວ ໃນຂະນະນີ້ ມີຈຳນວນຫລວງຫລາຍ ແລະ ຍັງ ເປັນອັນດັບຫນຶ່ງຂອງການລົງທຶນໃນ ລາວ ດ້ວຍຈຳນວນເງິນຫລາຍກວ່າ 3 ພັນລ້ານໂດລາສະຫະລັດ.

ໃນ ຂະນະທີ່ເງິນບາດແຂງຕົວຂຶ້ນໃນໄລ ຍະນີ້ ມັນໄດ້ສົ່ງຜົນກະທົບໃຫ້ນັກລົງ ທຶນຂອງໄທໃນລາວພຽງເລັກນ້ອຍ ເນື່ອງຈາກວ່າໃນລາວມີ ທັງການໃຊ້ ເງິນກີບ ແລະ ເງິນຕາຕ່າງປະເທດ, ດ້ວຍເຫດນັ້ນ ນັກລົງທຶນສາມາດ ເລືອກໃຊ້ເງິນຕາມກະແສຂອງເງິນ ເພື່ອຫລີກລ້ຽງຜົນກະທົບຂອງເງິນ ບາດທີ່ແຂງຕົວ ແລະ ອີກດ້ານຫນຶ່ງ ເສດຖະກິດຂອງລາວກຳລັງຂະຫຍາຍ ຕົວ ໂດຍສະເພາະທາງດ້ານການ ກະສິກຳ ຂອງລາວ ກຳລັງຂະ ຫຍາຍສູງຂຶ້ນຢ່າງຕໍ່ເນື່ອງ ແລະ ລາຍຮັບສູງຂຶ້ນ.

ອີກດ້ານຫນຶ່ງການ ທ່ອງທ່ຽວກໍນັບມື້ນັບຂະຫຍາຍຕົວ ດັ່ງນັ້ນ ຈິ່ງບໍ່ມີຜົນກະທົບຫຍັງຫລາຍ ຕໍ່ການລົງທຶນຂອງໄທໃນລາວ.

   ທ່ານ ຍັງກ່າວອີກວ່າ: ສິ່ງທີ່ມີ ຜົນ ກະທົບຫລາຍກວ່າຫມູ່ ແມ່ນສິນຄ້າ ອຸປະໂພກ-ບໍລິໂພກ ທີ່ນຳເຂົ້າມາ ຈາກໄທ ຈະມີລາຄາສູງຂຶ້ນໃນຕະ ຫລາດລາວ.

Source: ecom


__________________
samakomlaoiconsz6.gif Make yourself visible, signup at samakomlao webboard. HERE
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard