Members Login
Username 
 
Password 
    Remember Me  
Post Info TOPIC: The first mobile phone in Lao language in the world by i-mobile phone !!!
Anonymous

Date:
The first mobile phone in Lao language in the world by i-mobile phone !!!
Permalink   




ຕອນແລງຂອງວັນທີ 9 ສິງຫາ 2007 ທີ່ຜ່ານມານີ້, ບໍລິສັດສະມາດ ໄອ-ໂມບາຍ ຈຳກັດ (ມະຫາຊົນ) ຮ່ວມກັບບໍລິສັດສະຫຍາມອິນເຕີ ເນຊັນແນລ ຈຳກັດ ໄດ້ຈັດພິທີຖະແຫລງຂ່າວ ເປີດໂຕໂທລະສັບ “I-mobile 510” ທີ່ເປັນພາສາລາວເຄື່ອງທຳອິດໃນໂລກ. ໂດຍການເປັນ ປະທານຂອງທ່ານ ສະຍາມ ລາມາສູດ, ປະທານກຳມະການບໍລິຫານບໍລິສັດສະຫຍາມອິນເຕີ ເນຊັນແນລ ຈຳກັດ, ມີລູກຄ້າປະຈຳຂອງໄອ-ໂມບາຍ, ແຂກທີ່ຖືກເຊີນ ແລະ ສື່ມວນຊົນເຂົ້າ ຮ່ວມ.

   ຈຸດປະສົງຂອງພິທີດັ່ງກ່າວ ແມ່ນເພື່ອນຳສະເຫນີໂທລະສັບມືຖື “I-mobile 510” ທີ່ເປັນ ໂທລະສັບພາສາລາວ ລຸ້ນໃຫມ່ຫລ້າສຸດ ແລະ ເປັນເຄື່ອງທຳອິດຂອງໂລກ. ທີ່ຜະລິດຂຶ້ນເພື່ອ ຕອບສະຫນອງການນຳ ໃຊ້ຂອງກຸ່ມຄົນໃນທຸກລະດັບຂອງປະເທດລາວເຮົາ ດ້ວຍພາບລັກສະ ນະທີ່ສວຍສົດງົດງາມ. ເຊິ່ງຖືກໃຈຜູ້ທີ່ມັກສຽງເພງ, ມັກເທັກໂນໂລຢີເມົາຕິມີເດຍ ໂດດເດັ່ນ ດ້ວຍຟັງຊັ້ນລາຍ ແລະ ຮັບສົ່ງ SMS ພາສາລາວ ຄົບຖ້ວນດ້ວຍກ້ອງດິຈິຕ້ອນ VGA, ວິ ທະຍຸ, FM, ເຄື່ອງຫລິ້ນ MP3, ບັນທຶກ ແລະຫລິ້ນວິດີໂອ ພ້ອມສຽງ, ເກມໃນເຄື່ອງ ແລະ ມີຄອນເທນໃຫ້ລ້າ! ທັງສຽງເອີ້ນເຂົ້າຮູບວໍເປເປີ້ ແລະ ມິວສິກວິດີໂອ ສຸດພິເສດໄອ- ໂມບາຍ 510 ນັບເປັນໂທລະສັບທີ່ໂດດເດັ່ນທັງຄຸນນະພາບ ແລະລາຄາຄຸ້ມຄ່າອີກທັງຍັງໄດ້ຮັບຄວາມ ນິຍົມສູງສຸດໃນປະເທດຕ່າງໆ ເຊິ່ງໄອ-ໂມບາຍສາມາດຈຳຫນ່າຍໄປແລ້ວຫລາຍກວ່າ1.000. 000 ເຄື່ອງ ທົ່ວພູມິພາກໂດຍ I-mobile ຕັ້ງເປົ້າວ່າຈະເຂົ້າສູ່ຕະຫລາດໃນວຽງຈັນໄດ້ຫລາຍ ກວ່າ 50.000 ເຄື່ອງ.

   ໃນພິທີດັ່ງກ່າວ ທ່ານ ສະຍາມ ລາມາສູດ ປະທານກຳມະການບໍລິຫານບໍລິສັດສະຫຍາມ ອິນເຕີ ເນຊັນແນລ ຈຳກັດກ່າວວ່າ: “ໄອ- ໂມບາຍ ໄດ້ສັນຫາໂທລະສັບມືຖືທີ່ມີຄຸນນະພາບ ໃຊ້ງານງ່າຍຄຸ້ມຄ່າ, ລາຄາບໍ່ແພງ ເພື່ອເປັນທາງເລືອກໃຫ້ ແກ່ຜູ້ສົນໃຈຢາກໃຊ້ໂທລະສັບມືຖື ທີ່ຮອງຮັບການໃຊ້ງານໄດ້ຫລາຍກວ່າ ທາງບໍລິສັດໄດ້ກຽມວາງຈຳຫນ່າຍ “ໄອ-ໂມບາຍ510” ໃນທ້າຍເດືອນສິງຫານີ້ ທີ່ສູນໄອ-ໂມບາຍສາຂາວຽງຈັນ ແລະ ຮ້ານຕົວແທນຈຳຫນ່າຍ ໄອ-ໂມບາຍ.


Source: ecom


__________________
Anonymous

Date:
Permalink   

Wow, it seems to be great for us who don't know English well and for Laos as well.



__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard