Members Login
Username 
 
Password 
    Remember Me  
Post Info TOPIC: Black beer lao got gold medal from the Beer contest in JAPAN !
Anonymous

Date:
Black beer lao got gold medal from the Beer contest in JAPAN !
Permalink   




ບໍລິສັດເບຍລາວ ເປັນບໍລິສັດຫນຶ່ງທີ່ໄດ້ສ້າງຊື່ສຽງແກ່ປະເທດຊາດ ເນື່ອງຈາກສາມາດສ້າງ ສິນຄ້າຂອງຕົນເອງຈົນໄດ້ຮັບຫລາຍລາງວັນຈາກສາກົນ ໂດຍສະເພາະລາງວັນຫລຽນຄຳເບຍ ລາວ ແລະ ນ້ຳດື່ມກາຫົວເສືອ ຈາກການປະກວດເຄື່ອງດື່ມນາໆຊາດທີ່ປະເທດແບນຊິກໃນປີ 2003 ແລະ ປີ 2006 ຕາມລຳດັບ.

ເບຍດຳ ເປັນອີກຜະລິດຕະພັນຫນຶ່ງຂອງບໍລິສັດເບຍລາວທີ່ໄດ້ຮັບຫລຽນຄຳລະດັບສາກົນ ໃນງານປະກວດການແຂ່ງຂັນຜະລິດຕະພັນເບຍນາໆຊາດ ປີ 2007 ເຊິ່ງຈັດ ຂຶ້ນທີ່ປະເທດຍີ່ ປຸ່ນໃນເດືອນກັນຍາປີ2007 ໂດຍໃສ່ຊື່ງານວ່າ International Beer Completion 2007.
ຜະລິດຕະພັນເບຍດຳ ໄດ້ອອກວາງຕະຫລາດໃນເດືອນພະຈິກປີ 2005 ໂດຍມີຈຸດປະສົງ ເພື່ອເປັນການສ້າງຜົນງານຕ້ອນຮັບວັນຊາດຄົບຮອບ 30 ປີ ແລະເພື່ອສະຫນອງຄວາມຕ້ອງ ການທັງເປັນທາງເລືອກໃຫມ່ໃຫ້ແກ່ຜູ້ບໍລິໂພກໃນລາວ.



ລົດຊາດຂອງເບຍດຳ ໄດ້ເປັນທີ່ຍອມຮັບຂອງຜູ້ບໍລິໂພກທັງ ພາຍໃນ ແລະ ຕ່າງປະເທດ ເນື່ອງຈາກເບຍດຳ ໄດ້ຜະລິດຈາກວັດຖຸດິບທີ່ມີຄຸນນະພາບສູງຈາກປະເທດຢູໂຣບ ເຊັ່ນ: ເຂົ້າ ມານດຳ ແລະ ເຊື້ອເບຍ ເຊິ່ງຜະລິດໂດຍເຄື່ອງຈັກທັນສະໄຫມ ຂອງບໍລິສັດເບຍລາວ.

ຜະລິດຕະພັນເບຍລາວໄດ້ເປັນສ່ວນຫນຶ່ງໃນການສ້າງຊື່ສຽງໃຫ້ແກ່ປະເທດຊາດ ເຊິ່ງສະ ແດງອອກໃນການຜະລິດສິນຄ້າທີ່ມີຄຸນນະພາບສູງ ແລະໄດ້ຮັບຫລຽນຄຳລະດັບສາກົນ ພ້ອມ ກັນນັ້ນ ບໍລິສັດເບຍລາວ ຍັງໄດ້ໃຫ້ການອຸປະຖຳຊ່ວຍເຫລືອແກ່ສັງຄົມລາວດ້ວຍດີຕະຫລອດ ມາ ເຊິ່ງໃນ 10 ເດືອນຂອງ ປີ 2007 ນີ້ ໄດ້ຊວຍເຫລືອທັງຫມົດ 10 ຕື້ກວ່າກີບ ແລະປະ ຕິບັດພັນທະ 407 ຕື້ກວ່າກີບ.

SOurce: ecom
photo: beer-lao

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard