Members Login
Username 
 
Password 
    Remember Me  
Post Info TOPIC: No Fashion show from FEM this year
Anonymous

Date:
No Fashion show from FEM this year
Permalink   




ໃນຕອນເຊົ້າ ວັນທີ 29 ທັນວາ 2007 ທີ່ຜ່ານມາ ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ຄະນະ ເສດຖະສາດ ແລະ ບໍລິຫານທຸລະກິດ (Faculty of Economic and Management)ໄດ້ຈັດງານຕ້ອນຮັບນ້ອງໃຫມ່. ຕອນ 8 ໂມງ ແມ່ນພິ ທີສູ່ຂວັນຢູ່ຫ້ອງປະຊຸມໃຫຍ່ໃຫ້ກຽດເຂົ້າຮ່ວມມີທ່ານ ລຳໄມ,ທ່ານອາຈານ ຄຳເຜີຍ, ອະທິການ ບໍດີ ພ້ອມດ້ວຍ ບັນດາຄູອາຈານ ແລະ ນ້ອງນັກສຶກສາຈຳນວນ 400 ກວ່າຄົນເຂົ້າຮ່ວມ ໃນ ງານຄັ້ງນີ້.

   ທ່ານ ລຳໄມ, ໄດ້ຂຶ້ນປະກອບຄຳເຫັນ ແລະ ໄດ້ກ່າວເຖິງຄວາມສຳຄັນຂອງການຈັດງານ ນີ້ວ່າ: ເປັນກິດຈະກຳອັນຫນຶ່ງ ທີ່ແຕ່ລະປີ ຈະຕ້ອງຈັດຂຶ້ນກາຍເປັນຮູບການຫນຶ່ງ ທີ່ສຳຄັນບໍ່ ພຽງແຕ່ຈະໄດ້ຮ່ວມກັນຖ່າຍຮູບຂອງການຈັດງານຮັບນ້ອງ ໃຫມ່ມາຕິດສະແດງໃນຫໍຂ່າວເທົ່າ ນັ້ນ, ຍັງຈັດເພື່ອໃຫ້ນັກຮຽນລຸ້ນນ້ອງມາໃຫມ່ມີຈິດໃຈຢາກຈະເຮັດກິດຈະກຳກັບລຸ້ນອ້າຍ, ເພື່ອ ສ້າງຄວາມລຶ້ງເຄີຍ ໄດ້ຮູ້ຈັກຫນ້າຮູ້ຈັກຊື່, ເພື່ອສ້າງໃຫ້ເຂົາເຈົ້າຮູ້ເຮັດກິດຈະກຳຮ່ວມກັນ ແລະ ສ້າງຄວາມສາມັກຄີຮັກແພງກັນ.

   ຫລັງຈາກນັ້ນ ກໍຍ້າຍສະຖານທີ່ອອກມາທາງນອກ ເພື່ອຈັດພາເຂົ້າສາມັກຄີລະຫວ່າງ ບັນ ດາຄູອາຈານ ແລະນ້ອງໆນັກສຶກສາທຸກຊັ້ນ ໄດ້ຮ່ວມຮັບປະທານພ້ອມກັນ. ຕໍ່ມາກໍມີການຍ່າງ ຂະບວນພາເລດ. ກຸ່ມທີ 1. ແມ່ນຂະບວນຊົມເຊີຍຮັບນ້ອງໃຫມ່ຂອງ ຄະນະ ຄສບ ສົກຮຽນ 2007-2008 ຈາກກອງເຊຍ ຄສບ, ກຸ່ມທີ 2. ແມ່ນເປັນການຈຳລອງການຕັກບາດ(ໃສ່ບາດ) ຢາດນ້ຳໃນຍາມເຂົ້າພັນສາເຊັ່ນວ່າ: ບຸນຫໍ່ເຂົ້າປະດັບດິນ, ບຸນຫໍ່ເຂົ້າສະຫລາກ, ຕໍ່ມາແມ່ນກຸ່ມ ທີ 3. ແມ່ນການແຫ່ຜາສາດເຜິ້ງ ໃນງານບຸນນະມັດສະການພະທາດຫລວງ, ກຸ່ມທີ 4. ແມ່ນ ການລອຍກະທົງ, ກຸ່ມທີ 5. ແມ່ນການຫລິ້ນບຸນປີໃຫມ່ລາວ ຫລື ບຸນຕຸດສົງການ ແລະ ກຸ່ມ ສຸດທ້າຍແມ່ນກຸ່ມບັນດານັກຮຽນຮູ້ປັນຍາຊົນຈະມີນາງພະຍາບານ,ທະຫານ,ຕຳຫລວດ,ຄູ ...
   ຫລັງຈາກນັ້ນກໍຈະເປັນການເຮັດກິດຈະກຳພາຍໃນແຕ່ລະກຸ່ມທີ່ແຕກຕ່າງກັນໄປ, ບາງກຸ່ມ ກໍເລົ່ານິທານແລກປ່ຽນກັນລະຫວ່າງລຸ້ນອ້າຍ ແລະ ລຸ້ນນ້ອງ, ບາງກຸ່ມກໍມີການເຕັ້ນບາງຜ່ອງ ກໍຟ້ອນຮ້ອງລຳທຳເພງ ເປັນຫມວດຫມູ່ຄະນະມ່ວນຊື່ນກັນໄປ.

   ນອກຈາກນີ້ ກໍຍັງມີການແຂ່ງຂັນກັນວ່າໃຜຊິຟ້ອນລຳຮ້ອງເຕັ້ນໄດ້ມ່ວນໄດ້ງາມທີ່ສຸດຈາກ ທັງຫມົດມີ 23 ກຸ່ມ ແຕ່ລະກຸ່ມກໍມີລຸ້ນອ້າຍປີ 5 ລວມໄປຮອດລຸ້ນນ້ອງປີ 1 ຈະຕ້ອງສາມັກຄີ ກັນເຮັດກິດຈະກຳຮ່ວມກັນ ແລະກໍປິດທ້າຍດ້ວຍຮອບລຳວົງສາມັກຄີລະຫວ່າງຄູອາຈານ ແລະ ນັກສຶກສາທຸກຄົນ ເບິ່ງແລ້ວ ກໍເປັນພາບທີ່ປະທັບໃຈ ແລະ ຫນ້າຈົດຈຳເອົາໄວ້ແທ້ໆ.

Source: Ecom


__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard