Members Login
Username 
 
Password 
    Remember Me  
Post Info TOPIC: Boun Xang (Elephant festival), the biggest event in the world
Anonymous

Date:
Boun Xang (Elephant festival), the biggest event in the world
Permalink   




ນັບເປັນຄວາມຊົມເຊີຍ ແລະປິຕິຍິນດີຢ່າງຍິ່ງ ເມື່ອຫນັງສືພິມນິວຢອກທາມສ໌(New York Times) ຂອງສະຫະລັດອາເມລິກາໄດ້ອອກຂ່າວລາຍງານວ່າ: ປະເທດລາວຄືຈຸດຫມາຍປາຍ ທາງຫນ້າທ່ຽວອັນດັບຫນຶ່ງໃນປີ 2008ຂອງ 53 ປາຍທາງທົ່ວໂລກເຊິ່ງຈະຊຸກຍູ້ໃຫ້ຂະແຫນງ ການທ່ອງທ່ຽວຂອງປະເທດລາວຂະຫຍາຍຕົວຢ່າງໄວຂຶ້ນ ແລະ ບຸນຊ້າງທີ່ແຂວງໄຊຍະບູລີທີ່ ຈະຈັດຂຶ້ນໃນລະຫວ່າງວັນທີ 15-17 ກຸມພາຈະເປັນມະຫະກຳທ່ອງທ່ຽວແຫ່ງປີ 2008 ທີ່ຈະ ດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາລາວຫລາຍຂຶ້ນ. 

   ເພື່ອຮອງຮັບແລະກະກຽມຕ້ອນຮັບການຫລັ່ງໄຫລເຂົ້າມາຂອງນັກທ່ອງທ່ຽວນັ້ນ, ໃນກອງ ປະຊຸມແຈ້ງຂ່າວທ່ອງທ່ຽວລາວ ໃນປີ 2008 ແລະ ງານບຸນຊ້າງທີ່ເມືອງປາກລາຍ ແຂວງໄຊ ຍະບູລີ ທີ່ຈັດຂຶ້ນຢູ່ໂຮງແຮມລ້ານຊ້າງ ໃນຕອນເຊົ້າວັນທີ 4 ມັງກອນ 2008 ໂດຍການເປັນ ປະທານຂອງ ທ່ານ ສົມພົງ ມົງຄົນວິໄລ ປະທານອົງການທ່ອງທ່ຽວແຫ່ງຊາດ. ທ່ານໄດ້ຮຽກ ຮ້ອງໃຫ້ທຸກພາກສ່ວນທັງພາກລັດ ແລະ ເອກະຊົນເປັນເຈົ້າການນຳກັນໃນການກະກຽມ ແລະ ຮອງຮັບນັກທ່ອງທ່ຽວທີ່ຈະຫລັງໄຫລເຂົ້າມາປະເທດເຮົາ ໂດຍສະເພາະ ແມ່ນດ້ານບຸກຄະລາ ກອນ ແລະທີ່ພັກອາໄສ ໂດຍທ່ານໄດ້ກ່າວບາງຕອນວ່າ: ເພື່ອກະກຽມສິ່ງຮອງຮັບ ແລະການ ບໍລິການທີ່ດີແນໃສ່ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວທີ່ຈະມາຢ້ຽມຢາມລາວໃນປີ2008 ກໍຄືໄລຍະຕໍ່ໆໄປ; ມັນຮຽກຮ້ອງໃຫ້ທຸກພາກສ່ວນ, ຂະແຫນງການໃນລະດັບສູນກາງກໍຄືທ້ອງ ຖີ່ນຕະຫລອດຮອດພາກສ່ວນທຸລະກິດ ທີ່ກ່ຽວຂ້ອງກັບຂະແຫນງການທ່ອງທ່ຽວ ໄດ້ເພີ່ມທະວີ ການພົວພັນ, ປະສານງານ, ສ້າງເງື່ອນໄຂ ແລະປັດໄຈອຳນວຍຄວາມສະດວກຕ່າງໆ ສຳລັບ ການເດີນທາງເຂົ້າ-ອອກ ແລະການເດີນທາງທ່ອງທ່ຽວຢູ່ໃນປະເທດເຮົາ.

   ຮັບປະກັນຄວາມສະຫງົບ, ຄວາມປອດໄພທາງດ້ານຊີວິດ ແລະຊັບສິນຂອງນັກທ່ອງທ່ຽວ, ປັບປຸງ ແລະ ຍົກລະດັບຄຸນນະພາບການບໍລິການໃຫ້ມີມາດຕະຖານສູງຂຶ້ນກວ່າເກົ່າ, ສ້າງສະ ພາບແວດລ້ອມ ທີ່ດີຢູ່ຕາມສະຖານທີ່ບໍລິການ ແລະ ຕາມແຫລ່ງທ່ອງທ່ຽວຕ່າງໆ, ສະກັດກັ້ນ ແລະ ຫລີກເວັ້ນຜົນກະທົບທາງລົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ວັດທະນະທຳ.

   ສຳລັບຕົວເລກນັກທ່ອງທ່ຽວທີ່ເຂົ້າມາທ່ຽວປະເທດລາວ ໄດ້ເພີ່ມຂຶ້ນໃນແຕ່ລະປີ ໂດຍຕົວ ເລກ 10 ເດືອນປີ 2007 (ມັງກອນ ຫາ ຕຸລາ) ມີປະມານ1.332.609 ຄົນ, ຄາດວ່າຫມົດປີ 2007 ຍອດນັກທ່ອງທ່ຽວຈະບໍ່ຕ່ຳກວ່າ 1,4 ລ້ານຄົນ, ຈະສ້າງລາຍໄດ້ໃຫ້ແກ່ປະເທດຫລາຍ ກວ່າ 200 ລ້ານໂດລາສະຫະລັດ ຂະນະທີ່ປີ 2006ມີນັກທ່ອງທ່ຽວເຂົ້າມາລາວທັງຫມົດ 1,2 ລ້ານຄົນ ສ້າງລາຍໄດ້ໃຫ້ປະເທດຊາດຫລາຍກວ່າ 173 ລ້ານໂດລາສະຫະລັດ.

   ສຳລັບງານບຸນຊ້າງທີ່ຈະຈັດຂຶ້ນ ທີ່ເມືອງປາກລາຍແຂວງໄຊຍະບູລີ ລະຫວ່າງວັນທີ 15- 17 ກຸມພາ 2008 ຖືເປັນປາງບຸນລະດັບຊາດທີ່ຈະສ້າງຄວາມເອກອ້າງແລະດຶງດູດແຂກຕ່າງ ບ້ານໃຫ້ເຂົ້າມາທ່ຽວລາວຫລາຍຂຶ້ນ ເຊິ່ງຈະນຳໃຊ້ຊ້າງເຖິງ 70 ໂຕ ແລະຈະມີຫລາກຫລາຍ ກິດຈະກຳເຊັ່ນ: ຂະບວນແຫ່ຊ້າງ,ຂະບວນແຫ່ບັ້ງໄຟ,ພິທີສູດໄຊຍັນໂຕໃຫ້ພອນແກ່ຊ້າງ, ຊົມ ການສະແດງຄ້ອງຊ້າງການປະກວດຊ້າງງາມ ແລະ ອີກຫລາຍກິດຈະກຳ.

   ໃນໂອກາດດັ່ງກ່າວ ທ່ານ ທອງສຸກ ໄຊຍະລາດ ເຈົ້າເມືອງ ເມືອງປາກລາຍທັງເປັນຮອງ ປະທານ ຄະນະກຳມະການຈັດງານບຸນຊ້າງ ໄດ້ສະແດງຄວາມພ້ອມ ໃນການຈັດງານດັ່ງກ່າວ ເປັນຕົ້ນ ບັນຫາຄາໃຈ ຂອງພາກສ່ວນທຸລະກິດທ່ອງທ່ຽວ ເປັນຕົ້ນແມ່ນດ້ານທີ່ພັກ, ອາຫານ, ການເດີນທາງ ແລະສິ່ງອຳນວຍຄວາມສະດວກອື່ນໆ ໂດຍປະຈຸບັນໄດ້ມີການຫ້າງຫາກະກຽມ ຈັດຝຶກອົບຮົມ ຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ຜູ້ໃຫ້ບໍລິການດ້ານໂຮງແຮມ, ຮ້ານອາ ຫານ ແລະ ຈະພະຍາຍາມ ໃຫ້ການຈັດງານບຸນດັ່ງກ່າວ ເປັນປາງບຸນທີ່ຍິ່ງໃຫຍ່ແຫ່ງປີ ແລະ ຢູ່ໃນຄວາມຊົງຈຳທີ່ດີຂອງທຸກໆຄົນຕະຫລອດໄປ.

Source: ecom


__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard