Members Login
Username 
 
Password 
    Remember Me  
Post Info TOPIC: Vientiane lacks of garbage bin !
Anonymous

Date:
Vientiane lacks of garbage bin !
Permalink   




ຄວາມບໍ່ສະອາດ, ບໍ່ງາມຕາເປັນສິ່ງທີ່ຊາວນະຄອນຫລວງທຸກຄົນ ບໍ່ເພິ່ງປາຖະຫນາ ເພາະ ນະຄອນຫລວງທີ່ຫນ້າຢູ່ແມ່ນນະຄອນຫລວງທີ່ສະອາດ, ສວຍງາມຮຸ່ງ ເຮືອງເຫລືອງເຫລື້ອມ. ສະນັ້ນ, ບັນຫາຂ້ອນຂ້າງຮີບດ່ວນ ຢູ່ນະຄອນຫລວງທີ່ຄວນແກ້ໄຂ ແມ່ນການກຳຈັດຂີ້ເຫຍື້ອ. ສາເຫດອາດເປັນຍ້ອນຫນ່ວຍງານອະນາໄມຍັງບໍ່ມີພຽງພໍ ຫລືເອົາຈິງເອົາຈັງຕໍ່ວຽກງານນີ້,ກົດ ບັງຄັບກໍບໍ່ເຄັ່ງຄັດ ຈິ່ງສົ່ງຜົນໃຫ້ປະຊາຊົນກາຍເປັນຄົນມັກງ່າຍ, ກິນແລ້ວຖິ້ມຊະຊາຍໂດຍບໍ່ ຄຳນຶງຕໍ່ສິ່ງແວດລ້ອມ ແລະ ຄວາມຈົບງາມຂອງບ້ານເມືອງ.

ຫວ່າງບໍ່ດົນມານີ້ ຜູ້ຂຽນໄດ້ຮັບການຕຳຫນິຈາກພົນລະເມືອງດີຄົນ ຫນຶ່ງທີ່ຢູ່ເມືອງແກ້ວອຸ ດົມແຂວງວຽງຈັນ ທີ່ເຂົ້າມາຊື້ເຄື່ອງຢູ່ນະຄອນຫລວງ ເພິ່ນມີນາມວ່າ: ລີວອນ ໄດ້ເວົ້າວ່າ: ຜູ້ ຂຽນທັດສະນະມະຫາຊົນ ກໍຄວນສົ່ງຂ່າວຫາພາກສ່ວນກ່ຽວຂ້ອງແດ່ວ່ານະຄອນຫລວງວຽງຈັນ ເປັນຈຸດໃຈກາງ ເກືອບວ່າທຸກດ້ານບໍ່ວ່າຈະເປັນ ດ້ານການເມືອງ, ເສດຖະກິດ, ວັດທະນະທຳ ເປັນທາງຜ່ານຂອງການທ່ອງທ່ຽວ ທັງເປັນສະຖານທີ່ຕັ້ງຂອງບັນດາກະຊວງ, ສຳນັກງານອົງ ການການນຳ ແຕ່ວ່າຢູ່ຕາມຖະຫນົນຫົນທາງ ຫລືເອີ້ນວ່າ ຖະຫນົນຫລວງໃນຕົວເມືອງຊ້ຳພັດ ບໍ່ມີຮອດຖັງຂີ້ເຫຍື້ອໄວ້ບໍລິການພໍຖັງຕາມເບິ່ງຕົວຈິງແລ້ວ ພົນລະເມືອງດີທີ່ຮັກຄວາມສະອາດ ກໍມີຫລາຍຄົນຢູ່ທີ່ເຂົາກິນແລ້ວ ງວກຊ້າຍ ງວກຂວາ ຊອກຫາຖັງຂີ້ເຫຍື້ອ ແຕ່ບໍ່ເຫັນມີກໍເລີຍ ຈຳເປັນຫີ້ວເອົາຂີ້ເຫຍື້ອຍ່າງເລາະໄປເລາະມາ ກໍດຶກຖິ້ມໃສ່ແຄມທາງ ຫລື ບ່ອນໃດບ່ອນຫນຶ່ງ ທີ່ບໍ່ແມ່ນທາງທຽວ. ມີຫລາຍຄົນຖິ້ມຫລາຍເທື່ອເບິ່ງຄືກັບວ່າເປັນບ່ອນຖິ້ມຂີ້ເຫຍື້ອ ກໍພ້ອມກັນ ຖິ້ມນຳກັນໄປເລີຍ ຕົວຢ່າງຄືແຄມຂອງຄົນທີ່ທຽວໄປທຽວມາຈະມັກຖິ້ມເສດ ຂີ້ເຫຍື້ອລົງໃນຕາ ຝັ່ງຂອງແມ່ນ້ຳຂອງມັນເປັນການທຳລາຍສິ່ງແວດລ້ອມປ່າຫຍ້າແຖວນັ້ນບໍ່ມີໂອກາດຂະຫຍາຍ ຕົວ ທັງເປັນສິ່ງທີ່ເຮັດໃຫ້ນ້ຳເສຍເປັນຂີ້ເຫຍື້ອສົກກະປົກລົງສູ່ແມ່ນ້ຳຂອງ ໂດຍສະເພາະແມ່ນ ຍາມມີນ້ຳນອງຂຶ້ນ.

ນອກຈາກນັ້ນຢ່ບໍລິເວນທີ່ມີກຳແພງກໍມີຄ້າຍຄືກັນນີ້ ບັນຫານີ້ມີສາເຫດຕົ້ນ ຕໍຄື 1 ບໍ່ມີຖັງຂີ້ເຫຍື້ອຮອງຮັບ, 2 ແມ່ນກະໂຕຂອງປະຊາຊົນພົນລະເມືອງບໍ່ມີຄວາມເປັນເຈົ້າ ການໃນການຮັກສາຄວາມສະອາດຊ່ວຍກັນ ຖ້າບັນຫານີ້ ບໍ່ຮັບການແກ້ໄຂອີກບໍ່ເທົ່າໃດປີຂ້າງ ຫນ້າ ນະຄອນຫລວງບາງບ່ອນຈະກາຍເປັນບ່ອນຖິ້ມຂີ້ເຫຍື້ອ.
ຕໍ່ກັບບັນຫາຄວາມເປິເປື້ອນຂອງນະຄອນຫລວງຈາກການຖິ້ມຂີ້ເຫຍື້ອຊະຊາຍນີ້ ທ້າວພຸດ ຮັກ ທີ່ມາຈາກບ້ານນາ ແລະ ເມືອງນາແລແຂວງຫລວງນ້ຳທາພະນັກງານທີ່ມາສຶກສາຕໍ່ ຢູ່ມະ ຫາວິທະຍາໄລດົງໂດກ ໄດ້ໃຫ້ຄວາມເຫັນວ່າກ່ຽວກັບບັນຫາຂີ້ເຫຍື້ອນີ້ ພວກເຮົາໄດ້ລົງໄປສຶກ ສາຕົວຈິງແລ້ວບາງບ່ອນແມ່ນບໍ່ມີຖັງຂີ້ເຫຍື້ອໃຫ້ເຂົາໃສ່ຈິ່ງເຮັດໃຫ້ຜູ້ຄົນພາກັນຖິ້ມໄປຊະຊາຍ ເບິ່ງແລ້ວແມ່ນບໍ່ງາມກົງກັນຂ້າມມີບາງບ່ອນທີ່ມີຖັງຂີ້ໄວ້ຄົບຊຸດ ແຕ່ຄົນຜູ້ບໍລິໂພກນັ້ນ ຊ້ຳພັດ ບໍ່ຖິ້ມໃສ່ ເຂົາທຳທ່າເຫມືອນກັບວ່າແນມບໍ່ເຫັນ ຖັງທີ່ເອົາໄປວາງໄວ້ນັ້ນເລີຍບັນຫານີ້ຕ້ອງໄດ້ ຮີບແກ້ໄຂ ໂດຍໃຫ້ພາກສ່ວນກ່ຽວຂ້ອງລະດົມແຕ່ລະບ້ານ ໂດຍສະເພາະ ແມ່ນບ້ານທີ່ຢູ່ຕາມ ແຄມທາງຫລວງໃຫ້ເຂົາເຈົ້າມາຝຶກອົບຮົມກ່ຽວກັບການຮັກສາຄວາມສະອາດ ການຖິ້ມຂີ້ເຫຍື້ອ ໃຫ້ຖືກວິທີ ແລ້ວຫລັງຈາກນັ້ນ ຈິ່ງໃຫ້ເຂົາເຈົ້າໄປຈັດຫນ່ວຍອະນາໄມດ້ວຍຕົວເຂົາ ເອງຢູ່ໃນ ບ້ານ ເພື່ອພ້ອມກັນປະຕິບັດສ່ວນວ່າບັນດາຮ້ານກິນດື່ມ, ຮ້ານຂາຍເຄື່ອງຕ່າງໆກໍໃຫ້ເຂົາມີຖັງ ເປັນຂອງຕົນເອງບໍ່ໃຫ້ຖິ້ມໃສ່ຂອງລວມຫມູ່ເພິ່ນເວົ້າວ່າ ປະຈຸບັນ ເບິ່ງໂດຍລວມແລ້ວຢູ່ໃນນະ ຄອນຫລວງ ຍັງບໍ່ທັນມີການຈັດຕັ້ງປະຕິບັດ ຫລື ວ່າມີແລ້ວແຕ່ຄົນບໍ່ປະຕິບັດກໍມີ ແຕ່ບັນຫາ ເລ່ງດ່ວນ ແລະ ດີແທ້ພາກສ່ວນກ່ຽວຂ້ອງຄວນຈະລົງທຶນຊື້ຖັງ ບໍ່ໃຫ້ເປັນຖັງໃຫຍ່ເກີນໄປແຕ່ ໃຫ້ພໍໃສ່ຂີ້ເຫຍື້ອປະເພດຖັງຢາງ, ກ່ອງເຄື່ອງດື່ມຢູ່ຕາມແຄມທາງຫລວງ ຖ້າໄດ້ 100 ແມັດຕໍ່ ຖັງແມ່ນດີທີ່ສຸດ.

Source:ecom


__________________
Anonymous

Date:
Permalink   

Not only in Vientiane but throughout Lao, I travelled from Vientiane to Pakse and then to WatPhu, I saw there were a lot of rubbishes along the main roads, particularly PLASTIC BAGS, I want to say you can't not count them those plastic bags....terrible. To get rid of them you must burn them the PLASTIC BAGS. Those plastic bags lied aroung they made LAO like a TRASH COUNTRY.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard