Members Login
Username 
 
Password 
    Remember Me  
Post Info TOPIC: Photo of new stadium and sport complex in Vientiane for 2009 SEA games !
Anonymous

Date:
Photo of new stadium and sport complex in Vientiane for 2009 SEA games !
Permalink   




Model of new stadium and sport complex in Vientiane for 2009 Sea Games.

Need volunteer to help translate this article biggrin sorry I am busy today aww

ປະຈຸບັນການພົວພັນຮ່ວມມືລະຫວ່າງ ສປປ ລາວ ກັບ ສປ ຈີນ ໃນດ້ານການລົງທຶນແລະ ການຄ້າ ພວມໄດ້ຮັບການກະຕຸກຊຸກຍູ້ ແລະ ຫຍາຍຕົວຢ່າງແຂງແຮງ ສະເພາະການພັດທະ ນາການລົງທຶນລະຫວ່າງແຂວງຢຸນນານ ແລະ ສປປ ລາວ ເຊິ່ງໃນປີ 2006 ມູນຄ່າການຄ້າ ຂອງສອງຝ່າຍລວມທັງຫມົດ 69.320.000 ໂດລາສະຫະລັດທຽບໃສ່ປີ 2005 ເພີ່ມຂຶ້ນ 64, 4%. ມາເຖິງປະຈຸບັນ ແຂວງຢຸນນານໄດ້ປະຕິບັດຕາມສັນຍາການລົງທຶນກັບສປປ ລາວ ບັນ ລຸເຖິງ104.000.000 ໂດລາສະຫະລັດ, ໃນນັ້ນໂຄງການລົງທຶນທີ່ໄດ້ຮັບອະນຸມັດໃນປີ 2006 ມີ 14 ໂຄງການ, ມູນຄ່າການລົງທຶນ ຕາມສັນຍາ 43.880.000 ໂດລາສະຫະລັດ, ການຄ້າ ແລະ ການລົງທຶນເຫັນໄດ້ຢ່າງຈະແຈ້ງວ່າມີທ່ວງທ່າເພີ່ມຂຶ້ນທຸກປີ.

   ຕາມຕົວເລກຂໍ້ມູນແຕ່ເດືອນມັງກອນຫາເດືອນກັນຍາ ປີ 2007 ໄດ້ໃຫ້ຮູ້ວ່າ: ມູນຄ່າການ ແລກປ່ຽນຊື້-ຂາຍສາມາດບັນລຸໄດ້ 50 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 26,2% ແລະນຳເຂົ້າ 24,97 ລ້ານໂດລາສະຫະລັດຫລຸດລົງ 4,6%. ນອກຈາກການຮ່ວມມືດ້ານການລົງທຶນ ແລະ ການຄ້າກັບ ສປ ຈີນແລ້ວນັ້ນ, ຝ່າຍລາວໄດ້ຈັດຕັ້ງຄະນະຜູ້ແທນ ແລະ ນັກທຸລະກິດຂອງຕົນ ເຂົ້າຮ່ວມງານວາງສະແດງສິນຄ້າທີ່ຈັດຂຶ້ນຢູ່ນະຄອນຄຸນມິງ ສປ ຈີນ ແລະຢູ່ຊຽງຮຸ່ງຕາມການ ເຊື້ອເຊີນ ແລະ ອຳນວຍຄວາມສະດວກຈາກຝ່າຍຢຸນນານ ເຊິ່ງຝ່າຍຈີນ ກໍໄດ້ຈັດຕັ້ງຄະນະຜູ້ ແທນພ້ອມນັກທຸລະກິດຂອງຕົນ ເພື່ອເຂົ້າຮ່ວມງານວາງສະແດງສິນ ຄ້າໃນໂອກາດບຸນນະມັດ ສະການ ພະທາດຫລວງທີ່ນະຄອນຫລວງວຽງຈັນ ສປປ ລາວ, ຕາມການເຊື້ອເຊີນ ແລະອຳ ນວຍຄວາມສະດວກຈາກຝ່າຍລາວ ໃນໂອກາດການມາຢ້ຽມຢາມ ສປປ ລາວ ຂອງທ່ານເຈົ້າ ແຂວງໆຢຸນນານ ໃນກາງປີ 2007 ໄດ້ເຊັນເອກະສານ 12 ສະບັບ, ມີມູນຄ່າ 1.630 ລ້ານ ໂດລາສະຫະລັດ. ໃນນັ້ນ ມີກຸ່ມບໍລິສັດທອງແດງແຂວງຢຸນນານໄດ້ເຊັນບົດບັນທຶກຈະສ້າງຕັ້ງ ໂຮງແຮມ 5 ດາວ ຢູ່ແຂວງຫລວງພະບາງ.

   ສະເພາະທິດທາງກົນໄກການຮ່ວມມືໃນຕໍ່ຫນ້າທາງດ້ານການຄ້າທັງ ສອງຝ່າຍເປັນເອກະ ພາບກັນຊຸກຍູ້ພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ, ເອົາໃຈໃສ່ຖືເປັນສຳຄັນກ່ຽວ ກັບບັນຫາ ການຮ່ວມມືລົງທຶນໂດຍຖືເອົາຄຸນນະພາບ ແລະປະສິດທິຜົນເປັນຫລັກເພື່ອຜົນປະໂຫຍດຂອງ ທັງສອງຝ່າຍ ໂດຍເນັ້ນໃສ່ການລົງທຶນໃສ່ຂົງເຂດກະສິກຳ ຕາມທິດການຮ່ວມມື "2+3" ເພື່ອ ແນໃສ່ແກ້ໄຂຄວາມທຸກຍາກ, ທັງສອງຝ່າຍເຫັນດີ ຊຸກຍູ້ໃຫ້ນັກລົງທຶນຊາວຈີນ ທີ່ໄດ້ຮັບອະນຸ ຍາດລົງທຶນຢູ່ລາວ ໄດ້ດຳເນີນການປະຕິບັດໃຫ້ຖືກຕ້ອງຕາມ ຂັ້ນຕອນລະບຽບກົດຫມາຍຂອງ ສປປ ລາວ ແລະ ຮັບປະກັນປະສິດທິຜົນ, ຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍໄດ້ມີ ການພິຈາລະນາ ເລືອກເຟັ້ນບັນດາບໍລິສັດທີ່ມີມາດຖານ ເງື່ອນໄຂຄົບຖ້ວນ ເພື່ອມາລົງທຶນຢູ່ ລາວ, ທັງສອງໄດ້ຕົກລົງເຫັນດີການພົວພັນຮ່ວມມື ຂອງນັກທຸລະກິດຢຸນນານຢູ່ລາວ ຄວນໄດ້ ເລ່ງໃສ່ລົງທຶນດ້ານຂະແຫນງການບໍ່ແຮ່, ໄຟຟ້ານ້ຳຕົກ, ດ້ານກະສິກຳ, ອຸດສາຫະກຳປຸງແຕ່ງ ແລະ ບໍລິການທີ່ເຫັນວ່າມີຄວາມຈຳເປັນ ແລະ ສອດຄ່ອງກັບລະບຽບກົດຫມາຍຂອງທັງສອງ ປະເທດ, ເຫັນດີເປັນເອກະພາບເພີ່ມທະວີການພັດທະນາການຄ້າສອງຝ່າຍລາວ-ຈີນສູ້ຊົນໃຫ້ ການຄ້າລາວກັບຢຸນນານໃນປີ 2010 ໃຫ້ບັນລຸໄດ້ 150 ລ້ານໂດລາສະຫະລັດ. ຕັ້ງຫນ້າຊຸກ ຍູ້ໂຄງການຮ່ວມມືດ້ານເສດຖະກິດການຄ້າທີ່ສອງຝ່າຍໄດ້ຮ່ວມລົງນາມກັນ, ເຫັນດີການເລ່ງ ລັດການກໍ່ສ້າງພື້ນຖານ ໂຄງລ່າງດ້ານຕ່າງໆ ເຫັນດີຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງ; ປຶກສາຫາລື ເພື່ອອຳນວຍຄວາມສະດວກໃຫ້ແກ່ການຄ້າຊາຍແດນ, ເປັນເອກະພາບກັນ ຊຸກຍູ້ບໍລິສັດຮ່ວມ ທຶນໂຮງງານຜະລິດຊີມັງວັງວຽງຫລັງທີ 2; ຫາລືປັບປຸງອັດຕາຖືຫຸ້ນໃຫ້ສຳເລັດໂດຍໄວ; ຮ່ວມ ປຶກສາຫາລືກ່ຽວກັບການແລກປ່ຽນການອຳນວຍຄວາມສະດວກໃນການນຳສິນຄ້າວາງສະແດງ ໃນງານສຳຄັນຕ່າງໆ ທັງໃນລາວ ແລະ ຈີນ. ເພື່ອເຮັດໃຫ້ການຮ່ວມມືລະຫວ່າງ ສປປ ລາວ ແລະ ສປ ຈີນ ມີການພັດທະນາ ແລະ ຂະຫຍາຍຕົວດີຂຶ້ນເປັນລຳດັບ.

Source: ecom



__________________


Guru

Status: Offline
Posts: 1442
Date:
Permalink   

ok!! nice drawing from architect...  but, what i want to know is.... how's the construction coming along??

__________________


Senior Member

Status: Offline
Posts: 288
Date:
Permalink   

IT IS NOT AN ACTUAL PHOTO.
IT IS A PICTURE OF A 3-D RENDERING OF A DRAWING.

CAN YOU CHANGE THE SUBJECT LINE TO BE MORE ACCURATE PLEASE.

__________________
"Because I criticized Laos government and it policies, it does not mean I want Laos to remain poor nor do I think Lao people are lazy or uneducated."
Anonymous

Date:
Permalink   

I hope the quality of construction is of high standard, solid, professional and lasts 100 years or longer.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard