Members Login
Username 
 
Password 
    Remember Me  
Post Info TOPIC: Background and importance of Thatluang Marsh development project
Anonymous

Date:
Background and importance of Thatluang Marsh development project
Permalink   


Here is the text from Vientianemai News Paper http://www.vientianemai.net/news.php?TopicID=2&NewsID=1512

   ໄລຍະຜ່ານມາ ໄດ້ມີຫຼາຍທ່ານບໍ່ເຂົ້າໃຈແຈ້ງກ່ຽວກັບໂຄງການພັດທະນາແບບກວມລວມ ຫຼື ໂຄງການສ້າງຕົວ
ເມືອງໃຫມ່ (ບຶງທາດຫຼວງ) ອັນໄດ້ມີການໂຈດຂານປາກຕໍ່ປາກ ຂາດຂໍ້ມູນຄວາມເປັນຈິງທາງດ້ານຫຼັກການ ກົດໝາຍ
ແລະ ສັດຈະທຳ ສະນັ້ນ ຈຶ່ງກໍ່ໃຫ້ເກີດກຸ່ມຄົນບໍ່ຫວັງດີສວຍໃຊ້ສ້າງຄວາມປັ່ນປ່ວນ ແລະ ກະແສຂ່າວລືໄປຢ່າງກວ້າງ
ຂວາງ ສິ່ງສຳຄັນແມ່ນເຮັດໃຫ້ປະຊາຊົນຈຳນວນຫນຶ່ງທີ່ຄາດວ່າຈະໄດ້ຮັບຜົນກະທົບ ໄດ້ມີແນວຄິດສັບສົນລັ່ງເລ ຂາດ
ຄວາມເຊື່ອຫມັ້ນຕໍ່ແນວທາງຂອງພັກ.
              ສະນັ້ນ ເພື່ອຢາກໃຫ້ມີຄວາມເຂົ້າໃຈຢ່າງເປັນເອກະພາບ ຈຶ່ງສະເໜີໃຫ້ຊາບກ່ຽວກັບປະຫວັດຄວາມເປັນມາ
ແລະ ຄວາມໝາຍຄວາມສຳຄັນຂອງໂຄງການ ເຊິ່ງຂໍ້ມູນດັ່ງກ່າວໄດ້ຮັບຈາກສຳນັກງານນາຍົກລັດຖະມົນຕີ ໃນວັນທີ 20
ກຸມພາ 2008 ດັ່ງລາຍລະອຽດລຸ່ມນີ້:
              ໂຄງການພັດທະນາແບບກວມລວມ ຫຼື ໂຄງການສ້າງຕົວເມືອງໃໝ່ (ບຶງທາດຫຼວງ) ຢູ່ນະຄອນຫຼວງວຽຈັນ
ແມ່ນໂຄງການໜຶ່ງຂອງລັດຖະບານເຮົາ ທີ່ຕິດພັນກັບໂຄງການກໍ່ສ້າງສະໜາມກິລາຊີເກມ 2009 ຂອງລາວ ໂດຍໄດ້ເລີ່ມ
ມາແຕ່ເດືອນສິງຫາ 2006 ຜ່ານມາ ແລະ ນອນຢູ່ໃນໄລຍະການມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ຂອງທ່ານຜູ້ວ່າການ
ທະນາຄານແຫ່ງຊາດຈີນ ເວລານັ້ນທ່ານໄດ້ຖືໂອກາດເຂົ້າຢ້ຽມຢາມຂ່ຳນັບທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວເຮົາ
ທັງສອງຝ່າຍໄດ້ຮ່ວມປຶກສາຫາລືນຳກັນ ຫຼາຍໆບັນຫາທີ່ເປັນທ່າແຮງໃຫ້ແກ່ການຮ່ວມມືກັນພັດທະນາເສດຖະກິດ-ສັງ
ຄົມຂອງປະເທດເຮົາ ເຊັ່ນ: ການຮ່ວມມືທາງດ້ານການເງິນ ການແລກປ່ຽນດ້ານການເຝິກອົບຮົມບຸກຄະລາກອນ ລະ
ຫວ່າງກັນ ແລະ ອື່ນໆ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໂດຍການນຳໃຊ້ທ່າແຮງແຫ່ງການປະສານ
ສົມທົບຂອງອົງກອນລັດຖະບານ ແລະ ທ່າແຮງໃນການໃຫ້ທຶນຂອງທະນາຄານພັດທະນາແຫ່ງຊາດຈີນ ນັບແຕ່ນັ້ນເປັນ
ຕົ້ນມາ ດ້ວຍຄວາມຮັບຜິດຊອບທີ່ເປັນພັນທະຂອງຝ່າຍ ສປປ ລາວ ພວກເຮົາ ໃນເວທີສາກົນ ເວົ້າລວມ ເວົ້າສະເພາະ
ແມ່ນຢູ່ໃນຂົງເຂດອາຊຽນ ລັດຖະບານຈຶ່ງໄດ້ດຳເນີນການພົວພັນ ແລະ ເຈລະຈາກັບທະນາຄານພັດທະນາແຫ່ງຊາດຈີນ
ເພື່ອຂໍໃຫ້ທະນາຄານດັ່ງກ່າວເຂົ້າມາລົງທຶນກໍ່ສ້າງສະຫນາມກິລາ ຊຶ່ງ ສປປ ລາວ ພວກເຮົາໄດ້ຮັບກຽດໃຫ້ເປັນເຈົ້າພາບ
ຈັດງານມະຫະກຳກິລາຊີເກມ ຄັ້ງທີ 25 ທີ່ນະຄອນຫຼວງວຽງຈັນ ໃນທ້າຍປີ 2009 ທີ່ຈະມາເຖິງນີ້.
              ຕໍ່ກັບຄວາມຮັບຜິດຊອບດັ່ງກ່າວ ແລະ ບົນພື້ນຖານການຫັນແນວທາງນະໂຍບາຍຂອງພັກເຂົ້າສູ່ວຽກງານຕົວ
ຈິງ ໃນວັນທີ 19 ພະຈິກ 2006 ຄະນະກຳມະການແຜນການ ແລະ ການລົງທຶນ ຊຶ່ງໄດ້ຮັບມອບຫມາຍຈາກລັດຖະບານ
ແຫ່ງ ສປປ ລາວ ຈຶ່ງໄດ້ຮ່ວມເຊັນຂອບສັນຍາວ່າດ້ວຍການໃຫ້ທຶນ ເພື່ອສ້າງສະຫນາມກິລາຊີເກມ 2009 ຂອງລາວ ແລະ
ເພື່ອການພັດທະນາແບບກວມລວມກັບທະນາຄານພັດທະນາແຫ່ງຊາດຈີນ ເນື້ອໃນສຳຄັນຂອງຂອບສັນຍາດັ່ງກ່າວ ໄດ້
ສະແດງອອກເຖິງຄວາມມຸ່້ງຫວັງໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດພວກເຮົາໃຫ້ກ້າວຂຶ້ນຕາມທ່ວງ
ທ່າອັນໃຫມ່ ແລະ ຈັງຫວະການຂະຫຍາຍຕົວທາງດ້ານເສດຖະກິດຂອງໂລກ ບົນຫລັກການການຮ່ວມມືສາກົນທາງດ້ານ
ການເງິນທີ່ມີລັກສະນະບຸກເບີກ ແລະ ມີຜົນປະໂຫຍດຮ່ວມກັນ ໃນນີ້ ລັດຖະບານເຮົາໄດ້ຖືເອົາໂຄງການກໍ່ສ້າງສະຫນາມ
ກິລາຊີເກມ 2009 ເປັນໂຄງການທີ່ຕິດພັນກັບໂຄງການສ້າງຕົວເມືອງໃຫມ່ (ບຶງທາດຫຼວງ) ຢູ່ນະຄອນຫຼວງວຽງຈັນ ໃຫ້ມີ
ຄວາມສວຍສົດງົດງາມ ມີຄວາມເປັນລະບຽບ ແລະ ມີຄວາມສະຫງົບຮຽບຮ້ອຍ ມີການບໍລິການທີ່ມີຄຸນນະພາບຍິ່ງຂຶ້ນ ຕິດ
ພັນກັບການເຊີດຊູນ້ຳໃຈຮັກຊາດ ມີຄວາມຈົ່ງຮັກພັກດີຕໍ່ພັກ ແລະ ລັດ ຮັບໃຊ້ປະຊາຊົນ ໂດຍລັດຖະບານ ຕົກລົງສະໜອງ
ເນື້ອທີ່ດິນຈຳນວນ 1.125 ເຮັກຕາ ໃຫ້ແກ່ບໍລິສັດຮ່ວມທຶນລາວ-ຈີນ ເພື່ອສ້າງຕົວເມືອງໃຫມ່ຢູ່ນະຄອນຫຼວງວຽງຈັນ ໃນ
ນັ້ນ ຈຳນວນ 125 ເຮັກຕາ ແມ່ນນຳໃຊ້ເຂົ້າໃນການກໍ່ສ້າງສະຫນາມກິລາຊີເກມ ສ່ວນ 1.000 ເຮັກຕາທີ່ເຫລືອນັ້ນ ແມ່ນ
ນຳໃຊ້ເຂົ້າໃນການພັດທະນາແບບກວມລວມ ຫຼື ສ້າງຕົວເມືອງໃໝ່ ເຊິ່ງພວກເຮົາພວມກະກຽມຢູ່ໃນຂະນະນີ້ ສຳລັບກຳ
ມະສິດຄອບຄອງທີ່ດິນທີ່ກ່າວມານັ້ນ ແມ່ນຍັງເປັນຂອງລັດຖະບານ ແຫ່ງ ສປປ ລາວ ສ່ວນບໍລິສັດຮ່ວມທຶນ ລາວ-ຈີນ ຫຼື
ອົງກອນບໍລິຫານງານຮ່ວມ ຕາມທີ່ກຳນົດໄວ້ໃນຂອບສັນຍານັ້ນ ໄດ້ຮັບສິດໃນການນຳໃຊ້ໃນໄລຍະ 50 ປີ ແລະ ສາມາດຕໍ່
ໄດ້ຕາມການຕົກລົງຂອງລັດຖະບານ ສປປ ລາວ.
              ນອກຈາກນີ້ ເພື່ອເປັນການຮອງຮັບ ແລະ ຮັບປະກັນໃຫ້ແກ່ໂຄງການສ້າງຕົວເມືອງໃໝ່ ທະນາຄານພັດທະນາ
ແຫ່ງຊາດຈີນ ຍັງມີຄວາມຮັບຜິດຊອບເປັນຜູ້ຈັດຕັ້ງ ຫຼື ຊອກຫາວິສາຫະກິດທີ່ມີກຳລັງຄວາມສາມາດ ແລະ ມີປະສົບການ
ເຂົ້າຮ່ວມຕົວກັນ ເພື່ອສ້າງຕັ້ງເປັນບໍລິສັດລົງທຶນ ເພື່ອການພັດທະນາຂອງຝ່າຍຈີນ ພ້ອມທັງເປັນຜູ້ສະຫນອງທຶນໃຫ້ໂຄງ
ການດັ່ງກ່າວ ຊຶ່ງບໍລິສັດລົງທຶນເພື່ອການພັດທະນາຂອງຝ່າຍຈີນ ຈະເປັນຜູ້ກູ້ຢືມເງິນທຶນຈາກທະນາຄານພັດທະນາ
ແຫ່ງຊາດຈີນ ແລະ ຮັບພາລະໃນການທົດແທນຄືນທັງຫມົດ ໂດຍຝ່າຍລັດຖະບານແຫ່ງ ສປປ ລາວພວກເຮົາບໍ່ມີພັນທະ
ໃດໆຕໍ່ກັບການກູ້ຢືມເງິນທຶນດັ່ງກ່າວ ບໍລິສັດລົງທຶນເພື່ອການພັດທະນາຂອງຝ່າຍຈີນ ຈະຮ່ວມກັບວິສາຫະກິດຂອງຝ່າຍ
ລາວ ທີ່ລັດຖະບານຂອງພວກເຮົາໄດ້ກຳນົດໃຫ້ເຂົ້າຮ່ວມບໍລິຫານໂຄງການນີ້ ເພື່ອປະກອບເປັນອົງການບໍລິຫານງານ
ຮ່ວມ ຫຼື ບໍລິສັດຮ່ວມທຶນ ລາວ-ຈີນ ໃນໄລຍະການຮ່ວມບໍລິຫານ ແລະ ພັດທະນາໂຄງການນັ້ນ ຝ່າຍລາວ ເຮົາສາມາດ
ສະເຫນີຊື້ຫຸ້ນຈາກຝ່າຍຈີນ ໄດ້ (ນອກເຫນືອຈາກຈຳນວນຫຸ້ນທີ່ຝ່າຍຈີນ ມອບໃຫ້) ໂດຍວິສາຫະກິດຂອງຝ່າຍຈີນ ຍິນດີ
ໂອນຫຸ້ນດັ່ງກ່າວໃຫ້ແກ່ຝ່າຍລາວ ເທື່ອລະກ້າວ ໂດຍອີງຕາມຄວາມຄືບຫນ້າຂອງໂຄງການ.

__________________
Anonymous

Date:
Permalink   

ໄລຍະຜ່ານມາ ໄດ້ມີຫຼາຍທ່ານບໍ່ເຂົ້າໃຈແຈ້ງກ່ຽວກັບໂຄງການພັດທະນາແບບກວມລວມ ຫຼື ໂຄງການສ້າງຕົວເມືອງໃຫມ່ (ບຶງທາດຫຼວງ) ອັນໄດ້ມີການໂຈດຂານປາກຕໍ່ປາກ ຂາດຂໍ້ມູນຄວາມເປັນຈິງທາງດ້ານຫຼັກການ ກົດໝາຍແລະ ສັດຈະທຳ ສະນັ້ນ ຈຶ່ງກໍ່ໃຫ້ເກີດກຸ່ມຄົນບໍ່ຫວັງດີສວຍໃຊ້ສ້າງຄວາມປັ່ນປ່ວນ ແລະ ກະແສຂ່າວລືໄປຢ່າງກວ້າງຂວາງ ສິ່ງສຳຄັນແມ່ນເຮັດໃຫ້ປະຊາຊົນຈຳນວນຫນຶ່ງທີ່ຄາດວ່າຈະໄດ້ຮັບຜົນກະທົບ ໄດ້ມີແນວຄິດສັບສົນລັ່ງເລ ຂາດຄວາມເຊື່ອຫມັ້ນຕໍ່ແນວທາງຂອງພັກ.              ສະນັ້ນ ເພື່ອຢາກໃຫ້ມີຄວາມເຂົ້າໃຈຢ່າງເປັນເອກະພາບ ຈຶ່ງສະເໜີໃຫ້ຊາບກ່ຽວກັບປະຫວັດຄວາມເປັນມາແລະ ຄວາມໝາຍຄວາມສຳຄັນຂອງໂຄງການ ເຊິ່ງຂໍ້ມູນດັ່ງກ່າວໄດ້ຮັບຈາກສຳນັກງານນາຍົກລັດຖະມົນຕີ ໃນວັນທີ 20ກຸມພາ 2008 ດັ່ງລາຍລະອຽດລຸ່ມນີ້:              ໂຄງການພັດທະນາແບບກວມລວມ ຫຼື ໂຄງການສ້າງຕົວເມືອງໃໝ່ (ບຶງທາດຫຼວງ) ຢູ່ນະຄອນຫຼວງວຽຈັນແມ່ນໂຄງການໜຶ່ງຂອງລັດຖະບານເຮົາ ທີ່ຕິດພັນກັບໂຄງການກໍ່ສ້າງສະໜາມກິລາຊີເກມ 2009 ຂອງລາວ ໂດຍໄດ້ເລີ່ມມາແຕ່ເດືອນສິງຫາ 2006 ຜ່ານມາ ແລະ ນອນຢູ່ໃນໄລຍະການມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ຂອງທ່ານຜູ້ວ່າການທະນາຄານແຫ່ງຊາດຈີນ ເວລານັ້ນທ່ານໄດ້ຖືໂອກາດເຂົ້າຢ້ຽມຢາມຂ່ຳນັບທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວເຮົາທັງສອງຝ່າຍໄດ້ຮ່ວມປຶກສາຫາລືນຳກັນ ຫຼາຍໆບັນຫາທີ່ເປັນທ່າແຮງໃຫ້ແກ່ການຮ່ວມມືກັນພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ເຊັ່ນ: ການຮ່ວມມືທາງດ້ານການເງິນ ການແລກປ່ຽນດ້ານການເຝິກອົບຮົມບຸກຄະລາກອນ ລະຫວ່າງກັນ ແລະ ອື່ນໆ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໂດຍການນຳໃຊ້ທ່າແຮງແຫ່ງການປະສານສົມທົບຂອງອົງກອນລັດຖະບານ ແລະ ທ່າແຮງໃນການໃຫ້ທຶນຂອງທະນາຄານພັດທະນາແຫ່ງຊາດຈີນ ນັບແຕ່ນັ້ນເປັນຕົ້ນມາ ດ້ວຍຄວາມຮັບຜິດຊອບທີ່ເປັນພັນທະຂອງຝ່າຍ ສປປ ລາວ ພວກເຮົາ ໃນເວທີສາກົນ ເວົ້າລວມ ເວົ້າສະເພາະແມ່ນຢູ່ໃນຂົງເຂດອາຊຽນ ລັດຖະບານຈຶ່ງໄດ້ດຳເນີນການພົວພັນ ແລະ ເຈລະຈາກັບທະນາຄານພັດທະນາແຫ່ງຊາດຈີນເພື່ອຂໍໃຫ້ທະນາຄານດັ່ງກ່າວເຂົ້າມາລົງທຶນກໍ່ສ້າງສະຫນາມກິລາ ຊຶ່ງ ສປປ ລາວ ພວກເຮົາໄດ້ຮັບກຽດໃຫ້ເປັນເຈົ້າພາບຈັດງານມະຫະກຳກິລາຊີເກມ ຄັ້ງທີ 25 ທີ່ນະຄອນຫຼວງວຽງຈັນ ໃນທ້າຍປີ 2009 ທີ່ຈະມາເຖິງນີ້.              ຕໍ່ກັບຄວາມຮັບຜິດຊອບດັ່ງກ່າວ ແລະ ບົນພື້ນຖານການຫັນແນວທາງນະໂຍບາຍຂອງພັກເຂົ້າສູ່ວຽກງານຕົວຈິງ ໃນວັນທີ 19 ພະຈິກ 2006 ຄະນະກຳມະການແຜນການ ແລະ ການລົງທຶນ ຊຶ່ງໄດ້ຮັບມອບຫມາຍຈາກລັດຖະບານແຫ່ງ ສປປ ລາວ ຈຶ່ງໄດ້ຮ່ວມເຊັນຂອບສັນຍາວ່າດ້ວຍການໃຫ້ທຶນ ເພື່ອສ້າງສະຫນາມກິລາຊີເກມ 2009 ຂອງລາວ ແລະເພື່ອການພັດທະນາແບບກວມລວມກັບທະນາຄານພັດທະນາແຫ່ງຊາດຈີນ ເນື້ອໃນສຳຄັນຂອງຂອບສັນຍາດັ່ງກ່າວ ໄດ້ສະແດງອອກເຖິງຄວາມມຸ່້ງຫວັງໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດພວກເຮົາໃຫ້ກ້າວຂຶ້ນຕາມທ່ວງທ່າອັນໃຫມ່ ແລະ ຈັງຫວະການຂະຫຍາຍຕົວທາງດ້ານເສດຖະກິດຂອງໂລກ ບົນຫລັກການການຮ່ວມມືສາກົນທາງດ້ານການເງິນທີ່ມີລັກສະນະບຸກເບີກ ແລະ ມີຜົນປະໂຫຍດຮ່ວມກັນ ໃນນີ້ ລັດຖະບານເຮົາໄດ້ຖືເອົາໂຄງການກໍ່ສ້າງສະຫນາມກິລາຊີເກມ 2009 ເປັນໂຄງການທີ່ຕິດພັນກັບໂຄງການສ້າງຕົວເມືອງໃຫມ່ (ບຶງທາດຫຼວງ) ຢູ່ນະຄອນຫຼວງວຽງຈັນ ໃຫ້ມີຄວາມສວຍສົດງົດງາມ ມີຄວາມເປັນລະບຽບ ແລະ ມີຄວາມສະຫງົບຮຽບຮ້ອຍ ມີການບໍລິການທີ່ມີຄຸນນະພາບຍິ່ງຂຶ້ນ ຕິດພັນກັບການເຊີດຊູນ້ຳໃຈຮັກຊາດ ມີຄວາມຈົ່ງຮັກພັກດີຕໍ່ພັກ ແລະ ລັດ ຮັບໃຊ້ປະຊາຊົນ ໂດຍລັດຖະບານ ຕົກລົງສະໜອງເນື້ອທີ່ດິນຈຳນວນ 1.125 ເຮັກຕາ ໃຫ້ແກ່ບໍລິສັດຮ່ວມທຶນລາວ-ຈີນ ເພື່ອສ້າງຕົວເມືອງໃຫມ່ຢູ່ນະຄອນຫຼວງວຽງຈັນ ໃນນັ້ນ ຈຳນວນ 125 ເຮັກຕາ ແມ່ນນຳໃຊ້ເຂົ້າໃນການກໍ່ສ້າງສະຫນາມກິລາຊີເກມ ສ່ວນ 1.000 ເຮັກຕາທີ່ເຫລືອນັ້ນ ແມ່ນນຳໃຊ້ເຂົ້າໃນການພັດທະນາແບບກວມລວມ ຫຼື ສ້າງຕົວເມືອງໃໝ່ ເຊິ່ງພວກເຮົາພວມກະກຽມຢູ່ໃນຂະນະນີ້ ສຳລັບກຳມະສິດຄອບຄອງທີ່ດິນທີ່ກ່າວມານັ້ນ ແມ່ນຍັງເປັນຂອງລັດຖະບານ ແຫ່ງ ສປປ ລາວ ສ່ວນບໍລິສັດຮ່ວມທຶນ ລາວ-ຈີນ ຫຼືອົງກອນບໍລິຫານງານຮ່ວມ ຕາມທີ່ກຳນົດໄວ້ໃນຂອບສັນຍານັ້ນ ໄດ້ຮັບສິດໃນການນຳໃຊ້ໃນໄລຍະ 50 ປີ ແລະ ສາມາດຕໍ່ໄດ້ຕາມການຕົກລົງຂອງລັດຖະບານ ສປປ ລາວ.              ນອກຈາກນີ້ ເພື່ອເປັນການຮອງຮັບ ແລະ ຮັບປະກັນໃຫ້ແກ່ໂຄງການສ້າງຕົວເມືອງໃໝ່ ທະນາຄານພັດທະນາແຫ່ງຊາດຈີນ ຍັງມີຄວາມຮັບຜິດຊອບເປັນຜູ້ຈັດຕັ້ງ ຫຼື ຊອກຫາວິສາຫະກິດທີ່ມີກຳລັງຄວາມສາມາດ ແລະ ມີປະສົບການເຂົ້າຮ່ວມຕົວກັນ ເພື່ອສ້າງຕັ້ງເປັນບໍລິສັດລົງທຶນ ເພື່ອການພັດທະນາຂອງຝ່າຍຈີນ ພ້ອມທັງເປັນຜູ້ສະຫນອງທຶນໃຫ້ໂຄງການດັ່ງກ່າວ ຊຶ່ງບໍລິສັດລົງທຶນເພື່ອການພັດທະນາຂອງຝ່າຍຈີນ ຈະເປັນຜູ້ກູ້ຢືມເງິນທຶນຈາກທະນາຄານພັດທະນາແຫ່ງຊາດຈີນ ແລະ ຮັບພາລະໃນການທົດແທນຄືນທັງຫມົດ ໂດຍຝ່າຍລັດຖະບານແຫ່ງ ສປປ ລາວພວກເຮົາບໍ່ມີພັນທະໃດໆຕໍ່ກັບການກູ້ຢືມເງິນທຶນດັ່ງກ່າວ ບໍລິສັດລົງທຶນເພື່ອການພັດທະນາຂອງຝ່າຍຈີນ ຈະຮ່ວມກັບວິສາຫະກິດຂອງຝ່າຍລາວ ທີ່ລັດຖະບານຂອງພວກເຮົາໄດ້ກຳນົດໃຫ້ເຂົ້າຮ່ວມບໍລິຫານໂຄງການນີ້ ເພື່ອປະກອບເປັນອົງການບໍລິຫານງານຮ່ວມ ຫຼື ບໍລິສັດຮ່ວມທຶນ ລາວ-ຈີນ ໃນໄລຍະການຮ່ວມບໍລິຫານ ແລະ ພັດທະນາໂຄງການນັ້ນ ຝ່າຍລາວ ເຮົາສາມາດສະເຫນີຊື້ຫຸ້ນຈາກຝ່າຍຈີນ ໄດ້ (ນອກເຫນືອຈາກຈຳນວນຫຸ້ນທີ່ຝ່າຍຈີນ ມອບໃຫ້) ໂດຍວິສາຫະກິດຂອງຝ່າຍຈີນ ຍິນດີໂອນຫຸ້ນດັ່ງກ່າວໃຫ້ແກ່ຝ່າຍລາວ ເທື່ອລະກ້າວ ໂດຍອີງຕາມຄວາມຄືບຫນ້າຂອງໂຄງການ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard