Members Login
Username 
 
Password 
    Remember Me  
Post Info TOPIC: wish you have nice teeth


Guru

Status: Offline
Posts: 2386
Date:
wish you have nice teeth
Permalink   


ມອບ - ຮັບອຸປະກອນການແພດ
ແກ່ໂຮງຫມໍມະໂຫສົດ

ໂຮງຫມໍມະໂຫສົດໄດ້ຮັບການຊ່ວຍເຫລືອອຸປະກອນປິ່ນປົວແຂ້ວທັນສະໄຫມຈາກສະຖາບັນແຂ້ວ, ຄາງ, ຫນ້າ ແຫ່ງ ສສ ຫວຽດນາມ ໃນວັນທີ 17 ມິຖຸນາ 2009 ນີ້ ໂດຍການເປັນກຽດຮັບຂອງທ່ານ ດຣ. ປອນເມກດາລາລອຍ ລັດຖະມົນຕີວ່າການກະຊວງສາທາລະນະສຸກແລະ ທ່ານ ຕ້າມິງເຈົາ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສສ ຫວຽດນາມ ປະຈຳລາວ ໃຫ້ກຽດກ່າວມອບ. ມີທ່ານຮອງສາສະດາຈານ ດຣ.ຄຳຮຸ່ງ ພົມມະວົງສາ ຫົວຫນ້າພະແນກແຂ້ວ, ທ່ານ ສຈ. ຈິງດິ່ງຮາຍ ຫົວຫນ້າສະຖາບັນແຂ້ວຄາງຫນ້າ ແຫ່ງຊາດ ສສ ຫວຽດນາມ ພ້ອມດ້ວຍພະນັກງານຂອງທັງ 2 ຝ່າຍເຂົ້າຮ່ວມ.ອີງໃສ່ສັນຍາຮ່ວມມືກັນທີ່ໄດ້ເຊັນກັນລະຫວ່າງກະຊວງສາທາລະນະສຸກແຫ່ງ ສປປ ລາວ ແລະ ກະຊວງສາທາລະນະສຸກແຫ່ງ ສສ ຫວຽດນາມ ໃນວັນທີ 19/3/2008 ເຊິ່ງເປັນບາດກ້າວການຮ່ວມມືລາວຫວຽດນາມ ໄດ້ຖືກຍົກຂຶ້ນສູ່ລະດັບສູງກວ່າເກົ່າ. ໃນເວລາດຽວກັນໂຮງຫມໍມະໂຫສົດກໍ່ໄດ້ເຊັນສັນຍາຮ່ວມມືກັບສະຖາບັນແຂ້ວຄາງຫນ້າ ເພື່ອກໍ່ສ້າງພະນັກງານດ້ານການປິ່ນປົວແຂ້ວ ແລະ ຜ່າຕັດແຂ້ວຜົ້ງປາກ.ນອກຈາກນັ້ນ, ອີງໃສ່ສັນຍາຮ່ວມມືດັ່ງກ່າວທາງສະຖາບັນແຂ້ວຄາງຫນ້າ ໄດ້ກໍ່ສ້າງພະນັກງານຂອງໂຮງຫມໍມະໂຫສົດສຳເລັດໄປແລ້ວ 4 ຄົນ, ຕໍ່ໄປທາງສະຖາບັນດັ່ງກ່າວຈະຮັບເອົາທ່ານຫມໍປິ່ນປົວແຂ້ວໄປຝຶກດ້ານການປິ່ນປົວ ແລະ ຜ່າຕັດແຂ້ວ, ຜົ້ງປາກຈຳນວນ 4 ຄົນຕໍ່ປີ ຊຶ່ງທາງສະຖາບັນດັ່ງກ່າວຂອງຫວຽດນາມໄດ້ໃຊ້ງົບປະມານ 700ລ້ານດົງໃນການຝຶກອົບຮົມ. ສ່ວນມູນຄ່າຂອງອຸປະກອນບົ່ງມະຕິແລະ ປິ່ນປົວແຂ້ວທີ່ທັນສະໄຫມຄົບຊຸດຄັ້ງນີ້ມູນຄ່າ 569.480.000 ດົງຫວຽດນາມ ໂດຍມີທັງຫມົດ 108 ລາຍການ.(ໂດຍ: ສ.ສິມມາລາວົງ)



__________________


animated-graphics247.gif



Anonymous

Date:
Permalink   

To Khonthakek,

If you want to share your news in Lao langauge, post them at Lao language board der. Khobchai

Webmaster

__________________


Guru

Status: Offline
Posts: 2386
Date:
Permalink   

haha, i thought it was Lao language board here!! sorry to distur ur brain, first of all I selcom visit your other web board, I just visit on this forum only , no


-- Edited by khonthakek on Wednesday 24th of June 2009 04:05:33 AM

__________________


animated-graphics247.gif



Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard