Members Login
Username 
 
Password 
    Remember Me  
Post Info TOPIC: we are ready for 25th seagames ( Lao only)


Guru

Status: Offline
Posts: 2386
Date:
we are ready for 25th seagames ( Lao only)
Permalink   


ຜ່ານການກະກຽມມາຮອດປັດຈຸບັນນີ້ ສປປ ລາວ ໄດ້ມີຄວາມພ້ອມຫຼາຍດ້ານແລ້ວ ໃນການກະກຽມຄວາມພ້ອມ
ເປັນເຈົ້າພາບຈັດງານມະຫະກຳກີລາຊີເກມ ຄັ້ງທີ 25 ຢູ່ນະຄອນຫຼວງວຽງຈັນ ທ້າຍປີ 2009.
ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ປະທານຈັດງານມະຫະ
ກຳກີລາຊີເກມ ຄັ້ງທີ 25 ໄດ້ອອກມາຖະແຫຼງຂ່າວຕໍ່ບັນດາທູຕານຸທູດ ແລະ ອົງກາຈັດຕັ້ງສາກົນຕ່າງໆຢູ່ພາຍໃນປະເທດ
ທີ່ໂຮງແຮມດອນຈັນພາເລດ ວັນທີ 14 ກັນຍາຜ່ານມາວ່າ:
ດັ່ງທີ່ບັນດາທ່ານໄດ້ຮັບຊາບແລ້ວວ່າ ປີນີ້ເປັນປີຄົບຮອບ 50 ປີແຫ່ງການສ້າງຕັ້ງກີລາຊີເກມ ເຖິງວ່າປະເທດ
ລາວ ເປັນໜຶ່ງໃນບັນດາປະເທດຜູ້ກໍ່ຕັ້ງກີລານີ້ກໍຕາມ ແຕ່ປະເທດລາວ ບໍ່ເຄີຍໄດ້ເປັນເຈົ້າພາບຈັດງານມະຫະກຳກີລານີ້ຈັກ
ເທື່ອ ດັ່ງນັ້ນ ປະຊາຊົນລາວ ຈຶ່ງມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຮັບກຽດ ແລະ ຄວາມໄວ້ວາງໃຈຈາກບັນດາປະເທດ
ສະມາຊິກກີລາຊີເກມ ໃຫ້ ສປປ ລາວ ເປັນເຈົ້າພາບໃນຄັ້ງນີ້ ຂ້າພະເຈົ້າຂໍແຈ້ງໃຫ້ບັນດາທ່ານຊາບວ່າ ອີງຕາມເງື່ອນໄຂຕົວ
ຈິງຂອງ ສປປ ລາວ ແລະ ການຕົກລົງເຫັນດີຢ່າງເປັນເອກະສັນຂອງຄະນະມົນຕີຊີເກມ ງານມະຫະກຳກີລາຊີເກມຄັ້ງນີ້
ຈະດຳເນີນແຕ່ວັນທີ 9 ເຖິງວັນທີ 18 ທັນວາ 2009 ທີ່ນະຄອນຫຼວງວຽງຈັນ ເຊິ່ງຈະມີການແຂ່ງຂັນກີລາ 25 ປະເພດ ແລະ
38 ລາຍການ.
ເພື່ອເຮັດຫຼ້ອນຄວາມຮັບຜິດຊອບຂອງຕົນ ດ້ານໜຶ່ງລັດຖະບານ ສປປ ລາວ ໄດ້ສຸມທຸກຄວາມພະຍາຍາມເຂົ້າ
ໃສ່ການກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນ ທັງລະດົມກຳລັງແຮງຢູ່ພາຍໃນປະເທດເຂົ້າຮ່ວມ ແຕ່ອີກດ້ານໜຶ່ງ ພວກຂ້າພະ
ເຈົ້າກໍມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ບັນດາປະເທດ ແລະ ບັນດາບໍລິສັດຈາກພາກພື້ນແຫ່ງນີ້ ໂດຍສະເພາະຈາກ
ປະເທດສະມາຊິກອາຊຽນ ແລະ ອາຊີຕາເວັນອອກສຽງເໜືອ ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອຢ່າງແຂງ
ແຮງແກ່ ສປປ ລາວ ໃນດ້ານຕ່າງໆດ້ວຍຫຼາຍຮູບການ ທີ່ກ່ຽວຂ້ອງເຖິງການຈັດງານມະຫະກຳກີລາຄັ້ງນີ້.
ຂ້າພະເຈົ້າຂໍແຈ້ງໃຫ້ບັນດາທ່ານຮັບຊາບກ່ຽວກັບຄວາມຄືບໜ້າໃນດ້ານຕ່າງໆທີ່ກ່ຽວຂ້ອງເຖິງການຈັດງານມະ
ຫະກຳກີລາຊີເກມ ຄັ້ງທີ 25 ເຊິ່ງລາຍລະອຽດມີດັ່ງຕໍ່ໄປນີ້:
- ອັນທີ່ໜຶ່ງ ການກໍ່ສ້າງພື້ນຖານໂຄງລ່າງ ການສ້ອມແປງສະຖານທີ່ແຂ່ງຂັນກີລາຕ່າງໆ:
- ກ່ອນອື່ນໝົດແມ່ນໂຄງການກໍ່ສ້າງສະໜາມກີລາແຫ່ງຊາດໃໝ່ (ຫຼັກ 16) ໄດ້ສຳເລັດແລ້ວ 100%  ຊຶ່ງ
ເປັນສະໜາມຄົບຊຸດ ທີ່ປະກອບດ້ວຍ:
- ສະໜາມໃຫຍ່ສາມາດບັນຈຸຜູ້ຊົມໄດ້ 20.000 ບ່ອນນັ່ງ.
- ເດີ່ນໃນຮົ່ມ 2 ເດີ່ນ ສະໜາມກີລາເທັນນິດ ສະລອຍນ້ຳ ສະໜາມຍິງປືນ ແລະ ຍິງທະນູ.
ໂຄງການນີ້ແມ່ນບໍລິສັດວິສະວະກຳກໍ່ສ້າງຢູນານ (ປະເທດຈີນ) ເປັນຜູ້ຮັບເໝົາກໍ່ສ້າງທັງໝົດ ປັດຈຸບັນຄະນະ
ກຳມະການກຳລັງກວດກາມາດຖານເຕັກນິກກ່ຽວກັບລະບົບອາຄານ ໄຟຟ້າ ນ້ຳປະປາ ແລະ ສະພາບສະໜາມແຂ່ງຂັນ
ໂດຍຈະໄດ້ມີພິທີມອບ-ຮັບສະໜາມກີລາແຫ່ງນີ້ ໃນວັນທີ 22/9/2009 ພວກຂ້າພະເຈົ້າມີແຜນຈະໃຊ້ສະໜາມດັ່ງກ່າວເຂົ້າ
ໃນການຈັດງານພິທີເປີດ-ປິດມະຫະກຳກີລາຊີເກມ ຄັ້ງທີ 25 ແລະ ການແຂ່ງຂັນບານເຕະຊາຍ ຮອບຊີງຊະນະເລີດ.
- ອັນທີສອງ ແມ່ນໂຄງການສ້ອມແປງສະໜາມກີລາເຈົ້າອານຸວົງ (ສະໜາມກີລາແຫ່ງຊາດເກົ່າ) ໂຄງການນີ້
ໄດ້ສຳເລັດແລ້ວ 100% ຊຶ່ງຄາດວ່າຈະມີການມອບຮັບສະໜາມແຫ່ງດັ່ງກ່າວ ລະຫວ່າງບໍລິສັດຮັບເໝົາກໍ່ສ້າງ ກັບຄະນະ
ກຳມະການກີລາແຫ່ງຊາດລາວ ໃນເດືອນກັນຍາ 2009 ນີ້ ສະໜາມດັ່ງກ່າວຈະນຳໃຊ້ເຂົ້າໃນການຈັດການແຂ່ງຂັນປະ
ເພດບານເຕະຊາຍ ຮອບຄັດເລືອກ.
- ອັນທີສາມ ແມ່ນໂຄງການປັບປຸງ ກໍ່ສ້າງ-ສ້ອມແປງບັນດາເສັ້ນທາງໃນນະຄອນຫຼວງວຽງຈັນ ເພື່ອຮັບໃຊ້ງານ
ມະຫະກຳກີລາຊີເກມ ໃຫ້ມີຄວາມສະດວກສະບາຍ ຊຶ່ງວຽກງານດັ່ງກ່າວແມ່ນໄດ້ສຳເລັດໄປແລ້ວ 91%.
ສ່ວນໂຄງການກໍ່ສ້າງອື່ນໆທີ່ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດນັ້ນ ມີບາງອັນແມ່ນໄດ້ກໍ່ສ້າງສຳເລັດແລ້ວ
ແລະ ມີບາງອັນຈະໃຫ້ສຳເລັດໃນເດືອນຕຸລານີ້ຢ່າງແນ່ນອນ ເຊິ່ງໃນນັ້ນມີ:
1. ໂຄງການກໍ່ສ້າງສູນເຝິກກີລາແຫ່ງຊາດ (ສີເກີດ) ໂດຍທຶນຊ່ວຍເຫຼືອລ້າຂອງລັດຖະບານ ສ.ສ ຫວຽດນາມ
ສຳເລັດ 100% ແລະ ໄດ້ຈັດພິທີມອບ-ຮັບຢ່າງເປັນທາງການແລ້ວ ປັດຈຸບັນພວມເກັບຕົວນັກກີລາທີມຊາດເຂົ້າເຝິກແອບຢູ່
ໃນສູນດັ່ງກ່າວ.
2. ໂຄງການກໍ່ສ້າງເດີ່ນຮົ່ມ 2 ເດີ່ນ ຢູ່ເຂດມະຫາວິທະຍາໄລແຫ່ງຊາດ ແມ່ນສຳເລັດ 100% ແລ້ວ ໂດຍໄດ້ຮັບ
ການຊ່ວຍເຫຼືອຈາກໂອແລມປິກອາຊີ ແລະ ສາກົນ ແລະ ບໍລິສັດບູຢອງຂອງ ສ.ເກົາຫຼີ ແລະ ຈະໃຊ້ເປັນສະຖານທີ່ຈັດການ
ແຂ່ງຂັນກີລາຕໍ່ສູ້ປ້ອງກັນຕົວ ນອກຈາກນັ້ນໃນບໍລິເວນດັ່ງກ່າວກໍຍັງມີເດີ່ນເປຕັງ ອີກດ້ວຍ.
3. ໂຄງການກໍ່ສ້າງສູນບູໂດ ໂດຍທຶນຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ມາເຖິງປັດຈຸບັນວຽກງານກໍ່ສ້າງໄດ້
85% ຄາດວ່າເດືອນຕຸລາ ຈະໃຫ້ສຳເລັດ 100% ຢູ່ໃນສູນແຫ່ງນີ້ ຈະຈັດການແຂ່ງຂັນ 2 ປະເພດກີລາ ຄື: ຢູໂດ ແລະ ກາ
ຣາເຕໂດ.
4. ໂຄງການກໍ່ສ້າງເດີ່ນຮົ່ມບຶງຂະຫຍອງ ໂດຍທຶນຊ່ວຍເຫຼືອລ້າຂອງລັດຖະບານໄທ ມາເຖິງປັດຈຸບັນ ວຽກງານ
ກໍ່ສ້າງໄດ້ 70% ຄາດວ່າເດືອນຕຸລາ ຈະໃຫ້ສຳເລັດ 100% ໃນເດີ່ນນີ້ຈະຈັດແຂ່ງຂັນ 2 ປະເພດກີລາຄື: ຕີມວຍ ແລະ ເຕະ
ດອກຂົນໄກ່.
5. ໂຄງການກໍ່ສ້າງເດີ່ນຮົ່ມຄົບວົງຈອນ ໂດຍທຶນຊ່ວຍລ້າຂອງລັດຖະບານບຣູໄນ ດາລູຊາລາມ ຄາດວ່າ ຈະກໍ່
ສ້າງໃຫ້ສຳເລັດ 100% ໃນເດືອນພະຈິກ ທີ່ຈະມາເຖິງນີ້.
- ແຜນການໃນຕໍ່ໜ້າແມ່ນຈະສືບຕໍ່ເຊີນສະຫະພັນອາຊີມາກວດກາ ແລະ ຮັບຮອງຄວາມພ້ອມດ້ານມາດ
ຖານເຕັກນິກ ແລະ ອື່ນໆຂອງແຕ່ລະສະໜາມແຂ່ງຂັນ.
ຜ່ານການສັງເກດຕີລາຄາຄວາມຄືບໜ້າຂອງໜ້າວຽກຕ່າງໆແລ້ວ ພວກຂ້າພະເຈົ້າສາມາດປະກາດໄດ້ວ່າ ມາ
ຮອດເວລານີ້ ພວກຂ້າພະເຈົ້າມີຄວາມພ້ອມແລ້ວຢ່າງສົມບູນ ທີ່ຈະເປັນເຈົ້າພາບຈັດງານມະຫະກຳກີລາຊີເກມ ຄັ້ງທີ 25
ນີ້ ໃຫ້ໄດ້ຮັບຜົນຢ່າງມີໄຊ ໃຫ້ສົມກັບຄວາມໄວ້ວາງໃຈຈາກວົງຄະນາຍາດອາຊຽນ ແລະ ຕີມໍ ແລັສເຕ.
ໃນໂອກາດອັນສະຫງ່າລາສີນີ້ ຂ້າພະເຈົ້າຂໍຕາງໜ້າໃຫ້ລັດຖະບານ ກໍຄືຄະນະກຳມະການຈັດງານ ສະແດງ
ຄວາມຂອບອົກຂອບໃຈຢ່າງຈິງໃຈມາຍັງບັນດາປະເທດເພື່ອນມິດ ແລະ ບັນດາບໍລິສັດ ກໍຄືບຸກຄົນ ນິຕິບຸກຄົນຂອງພາຍໃນ
ແລະ ຕ່າງປະເທດ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນມີຄ່າແກ່ພວກຂ້າພະເຈົ້າ ໃນການເປັນເຈົ້າພາບຈັດ
ງານຊີເກມຄັ້ງນີ້.

__________________


animated-graphics247.gif



Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard