Members Login
Username 
 
Password 
    Remember Me  
Post Info TOPIC: Lao-Viet
Anonymous

Date:
Lao-Viet
Permalink   


ເຖິງ: ສະຫາຍ ຈູມມາລີ ໄຊຍະສອນ
- ສະຫາຍ ທອງສິງ ທຳມະວົງ
- ສະຫາຍ ບົວສອນ ບຸບຜາວັນ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 34 ປີ ໃນນາມພັກກອມມູນິດຫວຽດນາມ ລັດສະພາແຫ່ງຊາດ ລັດຖະບານ ປະຊາຊົນຫວຽດນາມ ແລະ ໃນນາມສ່ວນຕົວ ພວກຂ້າພະເຈົ້າຂໍສົ່ງຄຳອວຍພອນໄຊອັນປະເສີດຍິ່ງມາຍັງຄະນະບໍລິ ຫານງານສູນກາງພັກປະຊາຊົນປະຕິວັດລາວ ສະພາແຫ່ງຊາດ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນ ລາວບັນດາເຜົ່າອ້າຍນ້ອງທຸກຖ້ວນໜ້າ.

ພວກຂ້າພະເຈົ້າຮູ້ສຶກປິຊິມຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 34 ປີຜ່ານມາ ພາຍໃຕ້ການນຳພາອັນສະຫຼາດສ່ອງໄສຂອງພັກປະຊາຊົນປະຕິ ວັດລາວ ດ້ວຍຈິດໃຈຮັກຊາດອັນດູດດື່ມ ແລະ ມູນເຊື້ອແຫ່ງການປະຕິວັດອັນອົງອາດກ້າຫານປະຊາຊົນລາວບັນດາເຜົ່າອ້າຍນ້ອງ ສາມາດຍາດມາໄດ້ ໄຊຊະນະອັນຍິ່ງໃຫຍ່ຫຼາຍປະການໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ພິເສດນັບແຕ່ການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກປະຊາຊົນປະຕິວັດລາວ ສະພາບທາງດ້ານການເມືອງ-ສັງຄົມຢູ່ລາວ ລ້ວນມີສະຖຽນລະພາບ ວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບມີຄວາມໝັ້ນຄົງ ເສດຖະກິດສືບຕໍ່ຂະຫຍາຍຕົວ ບັນດາຂະແໜງການສຶກສາ ວັດທະນະທຳ-ສັງຄົມມີຄວາມກ້າວໜ້າຫຼາຍປະການຊີວິດການເປັນ ຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ອິດທິພົນ ແລະ ບົດບາດຂອງສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ນັບມື້ນັບໄດ້ຮັບການເຊີດຊູສູງຂຶ້ນໃນພາກພື້ນ ແລະ ໃນເວທີສາກົນ. 

ພວກຂ້າພະເຈົ້າຂໍສະແດງຄວາມຊົມຊື່ນຍິນດີເປັນຢ່າງຍິ່ງກັບບັນດາສະຫາຍ ຕໍ່ກັບບັນດາຜົນສຳເລັດອັນສຳຄັນນັ້ນ ແລະ ຂໍອວຍພອນຢ່າງຈິງໃຈໃຫ້ປະ ຊາຊົນລາວບັນດາເຜົ່າອ້າຍນ້ອງ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ອັນມີສະຫາຍເລຂາທິການໃຫຍ່ ຈູມມາລີ ໄຊ ຍະສອນ ເປັນຜູ້ນຳໜ້ານັ້ນ ຈົ່ງສືບຕໍ່ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກ່ວາເກົ່າ ໃນການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກ ປະຊາຊົນປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI ໄລຍະສົກປີ 2006-2010 ສ້າງສຳເລັດປະເທດລາວ ໃຫ້ມີຄວາມຮັ່ງ ມີ ປະຊາຊົນມີຊີວິດການເປັນຢູ່ທີ່ດີ ແລະ ມີຄວາມຜາສຸກ ສັງຄົມລາວມີປະຊາທິປະໄຕ ມີຄວາມສະເໜີພາບ ແລະ ມີຄວາມສີວິໄລ ຂໍອວຍພອນໃຫ້ບັນ ດາສະຫາຍ ຈັດຕັ້ງສຳເລັດ ແລະ ຍາດ ໄດ້ອັນດັບສູງສຸດໃນງານມະຫະກຳກີລາຊີເກມ ຄັ້ງທີ 25 ທີ່ ສປປ ລາວ ຈະເປັນເຈົ້າພາບຈັດໃນເດືອນທັນວາ 2009 ນີ້.

ພກຂ້າພະເຈົ້າ ກໍມີຄວາມປິຕິຊົມຊື່ນຢ່າງຍິ່ງທີ່ເຫັນວ່າ ໃນຊຸມປີຜ່ານມາ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງຊາດພວກເຮົາ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ພວກຂ້າພະເຈົ້າສຸດທີ່ພູມໃຈທີ່ເຫັນສາຍພົວພັນຮ່ວມມືທາງດ້ານ ເສດຖະກິດ ການຄ້າ ແລະ ການລົງທຶນລະຫວ່າງສອງຊາດໃນຊຸມປີມໍ່ໆມານີ້ມີຫຼາຍອັນພົ້ນເດັ່ນ ແລະ ກໍເປັນເງື່ອນໄຂສຳຄັນໃຫ້ການພັດທະນາສາຍພົວ ພັນອັນສະໜິດແໜ້ນລະຫວ່າງສອງຊາດໃນອະນາຄົດ ພິເສດບັນດາການພົບປະສັງສັນ ແລະ ການຈັດສຳມະນາວິທະຍາສາດກ່ຽວກັບສາຍພົວພັນພິເສດ ຫວຽດນາມ-ລາວ ໃນປີຜ່ານມາໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການສຶກສາອົບຮົມປະຊາຊົນ ແລະ ຄົນຮຸ້ນໜຸ່ມຂອງສອງຊາດພວກເຮົາຕໍ່ກັບສາຍ ພົວພັນພິເສດ ຄວາມຊື່ສັດບໍລິສຸດ ຊຶ່ງເປັນມູນມໍລະດົກອັນລ້ຳຄ່າທີ່ຫາອັນມາປຽບທຽບບໍ່ໄດ້ລະຫວ່າງສອງຊາດ ຫວຽດນາມ-ລາວ.

ປະຊາຊົນຫວຽດນາມ ມີຄວາມມຸ້ງຫວັງພ້ອມກັບປະຊາຊົນລາວອ້າຍນ້ອງ ໃນການຕັດສິນໃຈປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີ ມິດຕະພາບອັນພິເສດ ເປັນສົມບັດອັນລ້ຳຄ່າຫາອັນມາຽບທຽບບໍ່ໄດ້ ທີ່ພັກ ແລະ ປະຊາຊົນຂອງທັງສອງຊາດໄດ້ອອກເຫື່ອເທແຮງສ້າງຕັ້ງ ແລະ ເພີ່ມ ພູນຄູນສ້າງຕະຫຼອດໄລຍະ 34 ປີທີ່ຜ່ານມາ ສືບຕໍ່ຊຸກຍູ້ແຮງກ່ວາເກົ່າ ການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ເຮັດໃຫ້ສາຍພົວພັນນັ້ນຂະຫຍາຍຕົວຂຶ້ນສູ່ລະດັບສູງໃໝ່ ມີປະສິດທິຜົນຕົວຈິງ ຕອບສະໜອງຕາມຄວາມມຸ່ງມາດປາຖະາ ແລະ ຜົນ ປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ໃນໄລຍະແຫ່ງການເຊື່ອມເຂົ້າກັບສາກົນ ແລະ ປ່ຽນແປງໃໝ່ ພ້ອມກັນນັ້ນກໍເປັນການປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນການເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືໃນວົງຄະນາຍາດອາຊຽນເພື່ອສັນຕິພາບ ສະຖຽນລະພາບ ການຮ່ວມມື ແລະ ພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.

ອວຍພອນໃຫ້ບັນດາສະຫາຍຈົ່ງມີສຸຂະພາບພະລານາໄມເຂັ້ມແຂງ ປະສົບຜົນສຳເລັດອັນໃໝ່ໃຫຍ່ຫຼວງກ່ວາເກົ່າ ໃນໜ້າທີ່ອັນສູງສົ່ງຂອງຕົນ.

ຮ່າໂນ້ຍ, ວັນທີ 1 ທັນວາ 2009

ນົງ ດຶກ ແມັງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

ຫວຽນມິງຈຽດ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

ຫງວຽນ ເຕິນຢຸ້ງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

ຫງວຽນຝູຈ້ອງ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ



__________________
Anonymous

Date:
Permalink   

This article should be in another column.

__________________
Anonymous

Date:
Permalink   

Lao-Viet  LOVE  Viet-Lao

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard