Members Login
Username 
 
Password 
    Remember Me  
Post Info TOPIC: we are so proud of a bronze from track and field


Guru

Status: Offline
Posts: 2386
Date:
we are so proud of a bronze from track and field
Permalink   


i know why they won a bronze in this sport, because there were three countries sent to compete in this event.  but as the article below, they are so proud ..anyway it's good to see our athlete have an improvement  at international competition .




ສຳລັບນັກກີລາແລ່ນ -ລານຂອງລາວເຮົານັ້ນ ຖ້າທຽບໃສ່ບັນດາປະເທດ ໃນອາຊຽນດ້ວຍກັນ ກໍເຫັນວ່າຍັງອ່ອນນ້ອຍກ່ວາ ແຕ່ກໍມີຜົນງານຄ່ອຍໆເດັ່ນຂຶ້ນ ໃນເວທີສາກົນ ຊຶ່ງສະແດງອອກໃຫ້ເຫັນ ຢູ່ງານມະຫະກຳກີລາຊີເກມ ຄັ້ງທີ 25 ນັກກີລາແລ່ນ-ລານທິມຊາດລາວ ສາມາດທຳລາຍສະຖິຕິໄດ້ເຖິງ 10 ລາຍການ.

ທ່ານ ສາຍທອງ ແກ້ວດວງດີ ປະທານສະຫະພັນກີລາແລ່ນ-ລານ ແຫ່ງຊາດລາວ ໄດ້ໃຫ້ສຳພາດວ່າ: ນັກກີລາແລ່ນ-ລານທິມຊາດລາວເຮົາ ຊຸດປັດຈຸບັນ ກໍຄືຊຸດທີ່ສົ່ງເຂົ້າຮ່ວມແຂ່ງຂັນ ໃນງານມະຫະກຳກີລາຊີເກມ ຄັ້ງທີ 25 ຜ່ານມານີ້ ຖືວ່າໄດ້ຮັບການພັດທະນາຂຶ້ນຫຼາຍຂັ້ນ ເພາະໄດ້ຄ່ອຍໆເລີ່ມປັ້ນ ເລີ່ມສ້າງກັນມາ ແຕ່ງານມະຫະກຳກີລາຊີເກມ ຄັ້ງທີ 22 ປີ 2003 ທີ່ຫວຽດນາມ ຊີເກມ ຄັ້ງທີ 23 ປີ 2005 ທີ່ຟີລິບປິນ ຊີເກມ ຄັ້ງທີ 24 ປີ 2007 ທີ່ປະເທດໄທ ເມື່ອຮູ້ວ່າ ສປປ ລາວ ຈະເປັນເຈົ້າພາບຊີເກມ ຄັ້ງທີ 25 ໃນປີ 2009 ສະເພາະຊີເກມ 2009 ນັ້ນ ນັກກີລາແລ່ນ-ລານທິມຊາດລາວ ແມ່ນໄດ້ສົ່ງເຂົ້າຮ່ວມທັງໝົດ 41 ຄົນ ສາມາດຍາດມາໄດ້ 1 ຫຼຽນທອງ ຊຶ່ງເປັນຫຼຽນປະຫວັດສາດ ຂອງກີລາແລ່ນ-ລານ ໂດຍໄດ້ມາຈາກຜົນງານຂອງ ທ້າວ ເກດສະດາ ເພົາສະຫວັດ+ທ້າວ ພູທະວີພອນ ພົມໄຊຍາ+ທ້າວ ສາລີ ເຄືອບມະວົງ+ທ້າວ ເຄນໝັ້ນ ຈັນມະວົງ ໃນລາຍການແລ່ນຜັດປ່ຽນໄມ້ ສ່ວນລາຍການອື່ນໆ ກໍສາມາດທຳລາຍສະຖິຕິ ໄດ້ໝົດທຸກຄົນ ທັງຍິງ ແລະ ຊາຍ ເຊັ່ນຕົວຢ່າງ ລາຍການຊັດຫຼາວ ເມື່ອກ່ອນຊັດໄດ້ 35 ແມັດ ແຕ່ມາຄັ້ງນີ້ ຊັດໄດ້ 43-44 ແມັດ ຖືວ່າໃກ້ຄຽງກັບຫຼາຍໆປະເທດ ທີ່ຍາດໄດ້ຫຼຽນທອງ ສະເພາະຜູ້ທີ່ໄດ້ຫຼຽນຄຳ ແມ່ນຊັດໄດ້ເຖິງ 47 ແມັດ ແລະ ປະເທດອື່ນໆ ກໍທຳລາຍສະຖິຕິໄດ້ສູງກ່ວາເກົ່າ ຈົນໄດ້ຮັບຄຳຍ້ອງຍໍຊົມເຊີຍ ຈາກສະຫະພັນແລ່ນ-ລານຂອງໂລກ ວ່ານັກກີລາແລ່ນ-ລານ ໃນກຸ່ມອາຊຽນນີ້ ໂດດເດັ່ນຂຶ້ນຫຼາຍ.

ທ່ານ ສາຍທອງ ແກ້ວດວງດີ ກ່າວອີກວ່າ: ນອກຈາກກີລາແລ້ວ ໃນຮູບແບບການຈັດແຂ່ງຂັນນັ້ນ ກໍຖືວ່າເຮັດໄດ້ດີຫຼາຍ ເພາະໄດ້ຫ້າງຫາກະກຽມ ມາດົນສົມຄວນ ແລະ ບັນດາປະເທດເພື່ອນມິດ ກໍໄດ້ໃຫ້ການຊ່ວຍເຫຼືອເປັນຢ່າງດີ ໂດຍສະເພາະ ແມ່ນມື້ຈັດແຂ່ງຂັນແຕ່ລະລາຍການນັ້ນ ແມ່ນເຊື້ອເຊີນເອົາກຳມະການຕັດສິນ ມາຈາກສະຫະພັນແລ່ນ-ລານໂລກ ສະຫະພັນແລ່ນ-ລານອາຊີ ແລະ ອາຊຽນ ເຂົ້າມາຕັດສິນເອງ ໃນນີ້ຍັງມີ ກຳມະການຕັດສິນຂອງລາວເຮົາ ຮ່ວມຢູ່ນຳ ປະມານ 200 ຄົນ ເມື່ອກຳມະການຕັດສິນລະດັບໂລກ ມາຕັດສິນແລ້ວ ເຫັນວ່ານັກກີລາແຕ່ລະປະເທດ ໄດ້ມີຄວາມພໍໃຈ ໂດຍບໍ່ມີການປະທ້ວງ ການຕໍ່ວ່າໃດໆໝົດ ສ່ວນກຳມະການຂອງລາວເຮົາ ພຽງແຕ່ເປັນຜູ້ຊ່ວຍ ຍັງບໍ່ໄດ້ຮັບສິດຕັດສິນຊີ້ຂາດໄດ້.

ເມື່ອສະຫະພັນແລ່ນ -ລານໂລກ ເຫັນຄວາມບຸກບືນຂອງສະຫະພັນແລ່ນ-ລານແຫ່ງຊາດລາວ ກໍໄດ້ຕັດສິນໃຈ ຈະໃຫ້ການຊ່ວຍເຫຼືອ ສ້າງຄູເຝິກ ສ້າງນັກກີລາປາຍແຫຼມ ເພື່ອເຂົ້າຮ່ວມຊີເກມ ຄັ້ງທີ 26 ທີ່ອິນໂດເນເຊຍ ແລະ ເຂົ້າຮ່ວມງານກີລາໂອແລັມປິກ ໃຫ້ໄດ້ໃນຕໍ່ໜ້າ.

 



__________________


animated-graphics247.gif



Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard