Members Login
Username 
 
Password 
    Remember Me  
Post Info TOPIC: Will electricity be using in Laos or??
Anonymous

Date:
Will electricity be using in Laos or??
Permalink   


ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ
ແຂວງ​ໄຊ​ຍະ​ບູລີ​ຈະສຳ​ເລັດ​ໃນ​ປີ
2019

ວັນທີ 5 ກໍລະກົດ 2010 ທີ່ນະຄອນຫລວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈດ້ານລາຄາໄຟຟ້າໂຄງການໄຟຟ້າພະລັງນ້ຳໄຊຍະບູລີ ລະຫວ່າງ
ທ່ານ ປີວຕຣີ ວິດສະວະເວດ ກຳມະການຜູ້ຈັດການໃຫຍ່ ບໍລິສັດ ຊໍ ການຊ່າງ
(ມະຫາຊົນ) ຈຳກັດ ຜູ້ພັດທະນາໂຄງການເຂື່ອນໄຟຟ້ານ້ຳຕົກຢູ່ແຂວງໄຊຍະບູລີກັບ
ທ່ານ ສຸທັດ ປັດທະມະສີ ຣິວັດ ຜູ້ວ່າການໄຟຟ້າຝ່າຍຜະ ລິດແຫ່ງປະເທດໄທ
. ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກ
ລັດຖະມົນຕີ
, ຜູ້ປະຈຳການລັດຖະບານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ບັນທຶກຄວາມເຂົ້າໃຈດັ່ງກ່າວນີ້ກ່ຽວກັບການຂາຍພະລັງງານໄຟຟ້າ 1.220 ເມກາ ວັດໃຫ້ແກ່ EGAT ໃນອັດຕາຄ່າໄຟຟ້າຄິດສະເລ່ຍປະມານ 2,159 ບາດຕໍ່ຫນ່ວຍ
ຕະຫລອດໄລຍະເວລາສຳປະທານຕັ້ງແຕ່ວັນຈ່າຍໄຟຟ້າທາງທຸລະກິດ
(Commercail Operation Date) ໂຄງການ ຈະເຊື່ອມຕໍ່ກັບລະບົບໄຟຟ້າຂອງ EGAT
ທີ່ສະຖານີໄຟຟ້າເລີຍ 2 ດ້ວຍລະບົບສົ່ງ 500 ກິໂລໂວນ ຈາກໂຄງການເຖິງຊາຍແດນໄທໄລຍະທາງປະມານ 220 ກິໂລແມັດ ໂຄງການເຂື່ອນໄຟຟ້ານ້ຳຕົກໄຊຍະບູລີ
ຄາດວ່າຈະສາມາດຈ່າຍໄຟຟ້າທາງທຸລະກິດໄດ້ບໍ່ເກີນປີ
2019.

ໂຄງການເຂື່ອນໄຟຟ້າ ນ້ຳຕົກໄຊຍະບູລີຕັ້ງຢູ່ໃນລຳແມ່ນ້ຳຂອງພຍໃຕ້ການກຳກັບດູແລຂອງຄະນະກຳມະການແມ່ນ້ຳຂອງຕາມຄວາມ ຕົກລົງວ່າດ້ວຍຄວາມ
ຮ່ວມມື ເພື່ອການພັດທະນາລຸ່ມແມ່ນ້ຳຂອງຢ່າງຍືນຍົງລະຫວ່າງກຳປູເຈຍ
- ລາວ - ໄທ ແລະ ຫວຽດນາມ ແມ່ນເປັນໂຄງການຝາຍ ນ້ຳລົ້ນ (Run-of - river)
ຊຶ່ງບໍ່ຢຸດການໄຫລຂອງກະແສນ້ຳຕາມທຳມະຊາດ ຫລື ເກັບກັກນ້ຳໃນແມ່ນ້ຳຂອງສາຍຫລັກ ແຕ່​ຢ່າງໃດແຕ່ຈະຊ່ວຍຮັກສາປະລິມານການໄຫລຂອງກະແສນ້ຳ
ໃນແມ່ນ້ຳຂອງໃຫ້ເປັນໄປຢ່າງຕໍ່ເນື່ອງ ໂດຍສະເພາະຢາງຍິ່ງໃນລະດູແລ້ງອັນເປັນໄປຕາມຄວາມມຸ່ງຫມາຍໃນການພັດທະນາລຸ່ມແມ່ນ້ຳຂອງຢ່າງຍືນຍົງ
ນອກຈາກນີ້ໂຄງການນີ້ຈະມີການປະຕິບັດເຂັ້ມງວດຕາມຂໍ້ແນະນຳຂອງຄະນະກຳມະການແມ່ນ້ຳຂອງອີກດ້ວຍຊັ່ນການຈັດໃຫ້ມີປະຕູເຮືອຜ່ານ ແລະ ຂົວປາ
ເພື່ອຊ່ວຍອຳນວຍຄວາມສະດວກໃນການຂົນສົ່ງໃນແມ່ນ້ຳຂອງເຮັດໃຫ້ເຮືອຂະຫນາດບັນທຸກ
500 ໂຕນ ສາມາດຜ່ານໄດ້ສະດວກຊ່ວຍສົ່ງເສີມການຄ້າຂາຍ
ໃນລຸ່ມແມ່ນ້ຳຂອງຕອນລ່າງສ່ວນຂົວປາມີຄວາມກວ້າງປະມານ
10 ແມັດ ຈະຊ່ວຍໃຫ້ປາ ແລະ ສິ່ງມີຊີວິດໃນແມ່ນ້ຳສາມາດເຄື່ອນຍ້າຍໂດຍບໍ່ມີສິ່ງກີດຂວາງ
ທັງເປັນການຮັກສາລະບົບນິເວດໃນແມ່ນ້ຳຂອງອີກດ້ວຍ
.

__________________
Anonymous

Date:
Permalink   

ຖ້າຈະເວົ້າໄປແລ້ວ ຄົນລາວເຮົາຄວນຈະມີຊີວິດການເປັນຢູ່ທີ່ດີກ່ວາດັ່ງທຸກວັນນີ້. ທັງນີ້ກໍ່ເພາະວ່າ

ຄົນລາວເຮົາອ່ອນແອ ການສິໍກສາຕໍ່ານັບແຕ່ລັດຖະບານລົງມາ ຖີໍກຊາດອີໍ່ນດູໝິ່ນ ວ່າຄົນລາວ

ບໍ່ມີສິດປະຊາທິປະໄຕ ບໍ່ສາມາດອອກຄວາມຄິດເຫັນ ບໍ່ມີສິດເດີນຂະບວນ ຍ້ອນດັ່ງນີ້ເອງ ອົງກອນ

ຕ່າງໆຈິໍ່ງເອົາຈິງເອົາຈັງ ມາລະດົມໃຫ້ພວກທີ່ຢູ່ຕາມລໍານໍ້າຂອງປະທ້ວງລາວ ໃນການສ້າງເຂີໍ່ອນໃນ

ໃສ່ແມ່ນໍ້າຂອງ ເພາະເຂົາຮູ້ດີຢູ່ແລ້ວ ຖ້າລາວໄດ້ສ້າງເຂີໍ່ອນໃນແມ່ນໍ້າຂອງສໍາເລັດຕາມແຜນ ເວລາ

ນັ້ນຄົນລາວ ຈະເຫວີຽຄວາມສຸກໄດ້ຕາມຄວາມຝັນ ແລະຈະບໍ່ມີປະເທດໃດມາທຽບໄດ້.

ຂ້ອຽຄິດວ່າ: ລຸງຄໍາມີເອີຽ ມັນເຖິງເວລາແລ້ວຄົນລາວຈະຕ້ອງຕີໍ່ນຂິໍ້ນມາ ປະທ້ວງໂຕ້ຕອບພວກທີ່

ຕໍ່ຕ້ານລາວ ເພາະກະແສການຕໍ່ຕ້ານລາວນັບມີໍ້ນັບຮຸ່ນແຮງຂິໍ້ນເລີໍ້ອຽໆ ເພາະມັນມີ ພວກອະຄະຕິ,

ສຽດສີ, ບັງບຽດ,ດູໝິ່ນຊາດລາວ.

  ລຸງຄໍາມີເດ ວ່າຈັ່ງໃດ ?  ຂ້ອຽຄິດວ່າ ຖ້າລັດຖະບານລາວຍັງອ່ອນແອ ບໍ່ຈັດຕັ້ງອົງກອນທີ່ເຂັ້ມແຂງ

ໂດຽສະເພາະຂິໍ້ນມາ ຢີໍນຢັນຂັນແຂງ ຕອບໂຕ້ກັບພວກທີ່ຕໍ່ຕ້ານລາວແລ້ວ ຄົນລາວ ຊາດລາວ ກໍ່ຈະ

ຖີໍກຊາດອີໍ່ນດູໝິ່ນ ດູແຄນ ຢູ່ຕະລອດໄປ. ເພາະແຜນການສ້າງເຂີໍ່ອນໃນແມ່ນໍ້າຂອງ ຂອງລັດຖະ

ບານລາວມັນມາຖີໍກທາງແລ້ວ ນີ້ຄີໍຫົນທາງດຽວ ທີ່ຈະພາຊາດລາວໄດ້ໄປສູ່ຄວາມຢູ່ດີກິນດີ ມັ່ງມີຢ່າງ

ຢັ່ງຢີໍນ. ອາໃສແຕ່ບໍ່ແຮ່ ສັບພະຍາກອນ ທີ່ມີຢູ່ອີກບໍ່ດົນກໍ່ຈະສູນສິ້ນໄປແລ້ວ.

 ສຸດທ້າຽນີ້ ຂ້ອຽຂໍໃຫ້ຄົນລາວທຸກຄົນໃຫ້ຫັນມາເປັນຄົນລາວ ເລີໍອດລາວ ທຸກຄົນທີ່ອາໄສຢູ່ລາວແລະ

ນອກລາວ ລ້ວນແຕ່ເປັນລາວ ຢ່າໄປນິຍົມຊາດອີໍ່ນ ເກີດມາເປັນລາວ ຜີວິນຍານກໍ່ຍັງເປັນລາວ ບໍ່ມີ

ຊາດໃດຈະມາຮັກລາວ ເທົ່າລາວຮັກລາວ. ຂໍໃຫ້ລາວທຸກຄົນສະບາຽດີ.

   ຈາກຂ້ອຽ ຫລານລຸງຄໍາມີ



__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard