Members Login
Username 
 
Password 
    Remember Me  
Post Info TOPIC: Laos bank controls inflation
Anonymous

Date:
Laos bank controls inflation
Permalink   


ທະນາຄານແຫ່ງຊາດລາວ ວາງມາດຕະການຄວບຄຸມ ເງິນເຟີ້

ທະນາຄານ ​ແຫ່ງ​ຊາດ​ລາວ​ຈະ​ດໍາ​ເນີນ​ມາດ​ຕະການ​ຄວບ​ຄຸມ​ອັດຕາ​ເງິນ​ເຟີ້ ​ດ້ວຍ​ການ​ຈຳກັດ​ການ​ເຕີບ​ໂຕ​ຂອງ​ເງິນໝຸນ​ວຽນ​ ໃນ​ລະບົບ​ເສດຖະກິດ​ຂອງລາວ ​ບໍ່​ໃຫ້​ຂະຫຍາຍຕົວ​ເກີນ​ກວ່າ 10% ​ໃນ​ຕະຫລອດ​ປີ​ນີ້ ​ແລະ​ໃນ​ຂະນະດຽວ​ກັນ ກໍ​ຈະ​ສົ່ງ​ເສີມ​ລະບົບ​ສິນ​ເຊື່ອ​ຂອງ​ທະນາ ຄານ ​ໃຫ້​ຂະຫຍາຍຕົວ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນຶ່ອງ.


ເຈົ້າໜ້າ ​ທີ່​ຂັ້ນ​ສູງ​ໃນ​ທະນາຄານ​ແຫ່ງ​ຊາດ​ລາວ​ ໄດ້​ໃຫ້ການ​ຢືນຢັນ​ວ່າ ທະນາຄານ​ແຫ່ງ​ຊາດ​ລາວ​ໄດ້​ກໍາໜົດ​ເປົ້າ ໝາຍ​ທີ່​ຈະ​ຄວບ​ຄຸມ​ອັດຕາ​ເງິນ​ເຟີ້​ໃນ​ຕະຫລອດ​ປີ 2010 ນີ້​ໃຫ້​ຢູ່​ໃນ​ລະ​ດັບ​ບໍ່​ເກີນ 5% ​ເມື່ອ​ທຽບກັບ​ປີ 2009 ທີ່​ຜ່ານ​ມາ ຊຶ່ງ​ການ​ທີ່​ຈະ​ເຮັດ​ໃຫ້​ສາມາດ​ບັນລຸ​ເປົ້າໝາຍ​ດັ່ງກ່າວ​ໄດ້​ນັ້ນ ກໍ​ຈໍາ​ເປັນ​ຢ່າງ​ຍິ່ງ ​ທີ່​ຈະ​ຕ້ອງ​ດໍາ​ເນີນ​ມາດ​ຕະການ​ຢ່າງ​ເຂັ້ມ​ງວດ ​ເຂົ້າ​ໃນ​ການ​ຈໍາກັດ​ການ​ເຕີບ​ໂຕ​ຂອງ​ປະລິມານ​ເງິນ​ທຶນ​ໝຸນ​ວຽນ ​ໃນ​ລະບົບ​ເສດຖະກິດຂອງ​ລາວ​ທັງ​ປະ​ເທດ​ ໃຫ້​ມີ​ການ​ຂະຫຍາຍຕົວ​ເພີ່ມ​ຂຶ້ນບໍ່​ເກີນ 10%.

ທັງ​ນີ້​ກໍ​ເນຶ່ອງຈາກ​ວ່າ ​ຖ້າ​ຫາກ​ປະລິມານ​ເງິນ​ທຶນ​ໝຸນ​ວຽນ​ໃນ​ລະບົບ​ເສດຖະກິດ​ຂອງ​ລາວ ​ມີ​ກາ​ນຂະ​ຫຍາ​ຍຕົວ​ສູງ​ເກີນ​ກວ່າ​ລະດັບ 10% ​ເມື່ອ​ທຽບ​ໃສ່​ກັບ​ປີ 2009 ທີ​ຜ່ານ​ມາ​ນັ້ນ ກໍ​ຈະ​ເຮັດ​ໃຫ້​ມີ​ປະລິມານ​ເງິນ​ທຶນ​ທີ່​ໝຸນ​ວຽນ​ ຢູ່​ໃນ​ລະບົບ​ເສດຖະກິດ​ຂອງ​ລາວ ​ຫລາຍ​​ເກີນ​ຄວາມສາມາດ ໃນການຜະລິດ​ສິນຄ້າ​ທີ່​ເປັນ​ຈິງ ​​ແລະ​ໃນ​ເມື່ອ​ວ່າມີ​ປະ​ລິມານ​ເງິນ​ທຶນ​ໝຸນ​ວຽນ​ ຫລາຍ​ກວ່າ​ ປະລິມານ​ສິນຄ້າ ກໍ​ຈະ​ສົ່ງ​ຜົນ​ກະທົບ​ເຮັດ​ໃຫ້​ສິນຄ້າ​ໃນ​ທ້ອງ​ຕະຫລາດ ​ມີລາຄາແພງ​ຂຶ້ນ ຊຶ່ງ​ກໍ​ຈະ​ເປັນສາ​ເຫດ​ສໍາຄັນ​ທີ່​ເຮັດ​ໃຫ້​ເກີດ​ບັນຫາ​ເງິນ​ເຟີ້​ສູງ​ ຂຶ້ນຈົນ​ບໍ່​ສາມາດ​ທີ່​ຈະ ​ຄວບ​ຄຸມ​ໄດ້​ນັ້ນເອງ.  ​ແຕ່​ຢ່າງ​ໃດກໍ​ຕາມ ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ທະນາຄານ​ແຫ່ງ​ຊາດ​ລາວກໍ​ ຍອມຮັບ​ວ່າ​ເປັນ​ການ​ຍາກ​ຫລາຍ ​ທີ່ທະນາຄານ​ແຫ່ງ​ຊາດ​ລາວ​ຈະ​ສາມາດ​ຄວບ​ຄຸມ​ການ​ຂະຫຍາຍ​ຕົວ​ຂອງ​ປະລິມານ​ ເງິນ​ທຶນ​ໝຸນ​ວຽນ​ດັ່ງກ່າວ​ນີ້​ໄດ້ ຕາມ​ເປົ້າໝາຍ​ທີ່​ວາງ​ເອົາ​ໄວ້ ​ເນຶ່ອງຈາກ​ວ່າ​ໃນ​ຕະຫລອດ​ປີ 2009 ທີ​ຜ່ານ​ມາ​ກໍ​ປາກົດ​ວ່າ​ ປະລິມານ​ເງິນ​ທຶນ​ໝຸນວຽນ​ໃນ​ລະບົບ​ເສ​ດຖະກິດ​ຂອງ​ລາວ​ໄດ້​ຂະ​ຫຍາ​ຍຕົວ​ເພີ່ມ ​ຂຶ້ນ​ເຖິງ 31% ​ເມື່ອ​ທຽບ​ໃສ່​ປີ 2008  ຊຶ່ງ​ສະຖານະ​ການ​ດັ່ງກ່າວນີ້ ນອກຈາກ​ຈະ​ເຮັດ​ໃຫ້​ລະບົບ​ເສ​ດຖະກິດ​ຂອງ​ລາວ​​ໃນ​ປີຜ່ານມາ​ ມີ​ປະ​ລິ​ມານ​ເງິນ​ທຶນ​ໝຸນ​ວຽນ ຄິດ​ເປັນ​ມູນ​ຄ່າ​ທັງ​ໝົດ​ເກືອບ 15,176 ຕື້​ກີບ ຫລື​ຫລາຍ​ກວ່າ 1,850 ລ້ານ​ໂດ​ລາ​ແລ້ວ ​ຍັງ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ເນຶ່ອງ ​ເຮັດ​ໃຫ້​ອັດຕາ​ເງິນ​ເຟີ້​ໃນ​ລາວ​ເພີ່ມ​ຂຶ້ນ​ເຖິງ 4.94% ​ໃນ​ຕະຫລອດ​ໄລຍະ 6 ​ເດືອນ​ທີ່​ຜ່ານມາ​ຂອງ​ປີ 2010 ອີກ​ດ້ວຍ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ກະ​ເສດ​ຕະກອນ​ລາວ​ສາມາດ​ຜະລິດ​ເຂົ້ານາ​ແຊງ​ໃນ​ປີ​ນີ້​ ໄດ້​ຕໍ່າ​ກວ່າ​ເ ປົ້າໝາຍ​ທີ່ວາງ​ໄວ້​ ​ເຖິງ 30% ຍ້ອນ​ບັນຫາ​ໄພ​ແຫ້ງ​ແລ້ງຢ່າງ​ໜັກ​ກັບ​ທັງ​ຍັງມີ​ຄວາມ​ສ່ຽງ​ຢ່າງ​ສູງ​ທີ່​ຈະ​ ຕ້ອງ​ປະ​ເຊີນ​ກັບ​ໄພ​ນໍ້າ​ຖ້ວມ ​ໃນ​ຊ່ວງ​ລະດູຝົນ​ປີ​ນີ້ ກໍ​ຍັງ​ຈະ​ນັບເປັນ​ອີກ​ສາ​ເຫດ​ນຶ່ງ​ທີ່​ຈະ​ເຮັດ​ໃຫ້​ລາວ​ຕ້ອງ​ປະສົບ​ກັບ​ໄພ​ ເງິນ​ເຟີ້​ສູງ​ຂຶ້ນ​ເນຶ່ຶອງ ຈາກ​ເຂົ້າ​ໃນ​ທ້ອງ​ຕະຫລາດ​ໃນ​ລາວ​ຈະ​ມີ​ລາຄາ​ແພງ​ຂຶ້ນອີກ​ຢ່າງ​ຫລີກ​ລ່ຽງບໍ່ ​ໄດ້​ນັ້ນ​​ເອງ.

ຢ່າ​ງ​ໃດ​ກໍ​ຕາມ ທາງ​ການ​ລາວ​ກໍ​​ເຊຶ່ອໝັ້ນ​ວ່າ​ຈະ​ສາມາດ​ປ້ອງ​ກັນ​ບັນຫາ​ເງິນ​ເຟີ້​ດັ່ງກ່າວ ​ໄດ້​ ດ້ວຍ​ການ​ສົ່ງ​ເສີມທະນາຄານ​ທັງ​ຂອງ​ລັດຖະບານ​ແລະ​ເອກ​ກະ​ຊົນ ​ໃຫ້ເພີ່ມ​ວົງ​ເງິນ​ສິນ​ເຊື່ອ​ແກ່​ໜ່ວຍ​ຜະລິດ​ສິນຄ້າ​ຢູ່​ໃນ​ລາວ​ໃຫ້​ ໄດ້ຫລາຍ​ຂຶ້ນ ດັ່ງ​ທີ່​ທ່ານ​ພູ​ເພັດ ຄໍາ​ພູນ​ວົງ ຜູ້​ວ່າການ​ທະນາຄານ​ແຫ່ງ​ຊາດ​ລາວ ໄດ້​ກ່າວ​ຢືນຢັນ​ວ່າ:

l-phouphet-khamphounvong-2.gif
Songrit
ທ່ານພູເພັດ ຄໍາພູນວົງ ຜູ້ວ່າການ ທະນາຄານແຫ່ງຊາດລາວ

“ລະບົບ​ທະນາຄານ​ຂອງ​ພວກ​ເຣົາມີ​ຄວາມ​ສາມາດ​ລະດົມ​ທຶນຮອນ​ໄດ້ ​ສູງ​ຂຶ້ນ ​ແລະ​ສາມາດ​ຕອບ​ສະໜອງ​ທຶນຮອນ​ ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ​​ໄດ້​ສູງ​ຂຶ້ນ ກັບ​ທັງ​ຍັງ​ມີ​ການ​ພັດທະນາ​ຢ່າງ​ຫລວງ ຫລາຍໃນ​ການ​ບໍລິການ ​ແລະ​ບັນດາ​ຫົວໜ່ວຍ​ທຸລະ​ກິດ​ກໍ​ສາມາດ​ເຂົ້າ​ເຖິງ​ບໍລິການ​ດ້ານ​ການ​ເງິນ​ ໄດ້​ ຢ່າງ​ສະດວກ​ສະບາຍ​ຫລາຍ​ຂຶ້ນ.”

ໃນ​ປັດຈຸບັນ​ນີ້ ຢູ່​ໃນ​ລາວ​ມີ​ທະນາຄານ​ຢູ່​ທັງ​ໝົດ 24 ທະນາຄານ ຊຶ່ງ​ແບ່ງອອກ​ເປັນ​ທະນາຄານ​ຂອງ​ລັດຖະບານ 4 ທະນາຄານ ກໍ​ຄື​ທະນາຄານ​ພັດທະນາ​ລາວ ທະນາຄານ​ນະ​ໂຍບາຍ ທະນາຄານ​ສົ່ງ​ເສີມກະສິກໍາ ​ແລະ​ທະນາຄານ​ການ​ຄ້າ​ຕ່າງປະ​ເທດ ສ່ວນ​ທີ່​ເຫລືອ​ກໍ​ເປັາສາຂາ​ທະນາຄານ​ຕ່າງ​ຊາດ​ຈໍານວນ 11 ​ແຫ່ງ ​ແລະ​ອີກ 9 ​ແຫ່ງ​ກໍ​ມີ​ທັງ​ທະນາຄານ​ເອກ​ກະ​ຊົນ ​ແລະ​ທະນາ ຄານ​ຮ່ວມ​ລົງທຶນ​ລະຫວ່າງ​ລັດຖະບານ ກັບ​ເອກ​ກະ​ຊົນ​ລາວ​ແລະ​ຕ່າງ​ຊາດ.

ແຕ່​ຢ່າງ​ໃດ​ກໍ​ຕາມ ກ່ອນ​ໜ້າ​ນີ້ ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາ​ຍົກລັດຖະມົນຕີ​  ຜູ້​ປະ​ຈໍາ​ຄະນະລັດ ຖະບານ​ລາວ ກໍ​ໄດ້​ຖະ​ແຫລ​ງຍອມຮັບ​ວ່າ ວົງ​ເງິນສິນ​ເຊື່ອ​ໃນ​ລາວ​ຍັງ​ບໍ່ ​ພຽງພໍ​ກັບ​ຄວາມ​ຕ້ອງການ​ທີ່​ເປັນ​ຈິງ ​ເຖິງ​ແມ່ນ​ວ່າ​ໃນ​ປີ​ທີ່​່ຜ່ານ​ມາ​ ລະບົບ​ທະນາຄານ​ຢູ່​ໃນ​ ລາວ​ຈະ​ສາມາດ​ຕອບ​ສະໜອງ​ເງິນ​ກູ້​ໃຫ້​ກັບ​ໜ່ວຍ​ການ​ຜະລິດຕ່າງໆ​ໄດ້​ ໃນ​ມູນ​ຄ່າ​ລວມ​ເຖິງ 11,000 ຕື້​ກີບ ຫລື​ຄິດ​ເປັນ 20% ຂອງ​ມູນ​ຄ່າ GDP ກໍ​ຕາມ ຫາກ​ແຕ່ກໍ​ຍັງ​ນັບວ່າ​ຕໍ່າ ​ກວ່າ​ລະ​ດັບ​ຄວາມ​ຕ້ອງການ​ທີ່​ເປັນ​ຈິງ ​ເກືອບ​ເຖິງ 4 ​ເທົ່າ​ຕົວ.



__________________
Anonymous

Date:
Permalink   

>>>>> "ແຕ່​ຢ່າງ​ໃດ​ກໍ​ຕາມ ກ່ອນ​ໜ້າ​ນີ້ ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາ​ຍົກລັດຖະມົນຕີ​  ຜູ້​ປະ​ຈໍາ​ຄະນະລັດ ຖະບານ​ລາວ ກໍ​ໄດ້​ຖະ​ແຫລ​ງຍອມຮັບ​ວ່າ ວົງ​ເງິນສິນ​ເຊື່ອ​ໃນ​ລາວ​ຍັງ​ບໍ່ ​ພຽງພໍ​ກັບ​ຄວາມ​ຕ້ອງການ​ທີ່​ເປັນ​ຈິງ ​ເຖິງ​ແມ່ນ​ວ່າ​ໃນ​ປີ​ທີ່​່ຜ່ານ​ມາ​ ລະບົບ​ທະນາຄານ​ຢູ່​ໃນ​ ລາວ​ຈະ​ສາມາດ​ຕອບ​ສະໜອງ​ເງິນ​ກູ້​ໃຫ້​ກັບ​ໜ່ວຍ​ການ​ຜະລິດຕ່າງໆ​ໄດ້​ ໃນ​ມູນ​ຄ່າ​ລວມ​ເຖິງ 11,000 ຕື້​ກີບ ຫລື​ຄິດ​ເປັນ 20% ຂອງ​ມູນ​ຄ່າ GDP ກໍ​ຕາມ ຫາກ​ແຕ່ກໍ​ຍັງ​ນັບວ່າ​ຕໍ່າ ​ກວ່າ​ລະ​ດັບ​ຄວາມ​ຕ້ອງການ​ທີ່​ເປັນ​ຈິງ ​ເກືອບ​ເຖິງ 4 ​ເທົ່າ​ຕົວ."


>>>>> Is that meant we need more banks or more financial capacity in each bank that we have?

Not really get...


__________________


Veteran Member

Status: Offline
Posts: 25
Date:
Permalink   

Head of this bicth: Mrs. Khankeo LAMANINGAO

__________________
Anonymous

Date:
Permalink   

George2012 wrote:

Head of this bicth: Mrs. Khankeo LAMANINGAO


 ໝໍນີ້ບ້າມາແຕ່ໃສ?



__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard