Members Login
Username 
 
Password 
    Remember Me  
Post Info TOPIC: Lao national TV will be broadcasted in 22 countries worldwide !! wow
Anonymous

Date:
Lao national TV will be broadcasted in 22 countries worldwide !! wow
Permalink   


ຈະສ້າງຕັ້ງສະຖານີໂທລະພາບ ໂມວີລາວ ດ້ວຍເຄື່ອງສົ່ງ UHF



ສະຖານີໂທລະພາບແຫ່ງຊາດລາວ ຈະຮ່ວມກັບບໍລິສັດເອັມຕີເຕເລວີເຊີນລາວຈຳກັດ ສ້າງຕັ້ງສະຖານີໂທລະພາບໂມວີລາວ (MVL) ຊຶ່ງຈະກະຈາຍດ້ວຍລະບົບເຄື່ອງສົ່ງ UHF. ພິທີເຊັນສັນຍາການຮ່ວມມືສ້າງຕັ້ງສະຖານີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 28 ທັນວາ 2006, ທີ່ຫໍວັດທະນະທຳແຫ່ງຊາດ ລະຫວ່າງ ທ່ານ ດຣ. ບຸນຈອມ ວົງເພັດ ວ່າການຫົວໜ້າອຳນວຍການສະຖານີໂທລະພາບແຫ່ງຊາດລາວ ແລະ ທ່ານ ນາງ ອາລີນາ ມະຫາວົງ ປະທານບໍລິສັດ ເອັມວີເຕເລວີຊັນ ລາວຈຳກັດ. ໂດຍມີ ທ່ານ ສາດສະດາຈານ ດຣ. ບໍ່ແສງຄຳ ວົງດາລາ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ ແລະ ວັດທະນະທຳ, ທ່ານ ຄຳພັນ ສິດທິດຳພາ ເລຂາຄະນະບໍລິຫານງານສູນກາງ ຊປປ ລາວ ພ້ອມດ້ວຍບັນດາຫົວໜ້າກົມອ້ອມຂ້າງກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ເຂົ້າຮ່ວມເປັນສັກຂີພິຍານນຳ.ການສ້າງຕັ້ງສະຖານີດັ່ງກ່າວແມ່ນການລົງທຶນຂອງບໍລິສັດ ເອກະຊົນພາຍໃນຮ່ວມກັບສະຖານີໂທລະພາບແຫ່ງຊາດ ດ້ວຍມູນຄ່າ 2 ລ້ານກ່ວາໂດລາ ສະຫະລັດ. ໃນນັ້ນ, ບໍລິສັດ ເອັມວີເຕເລວີຊັນ  ລາວ ຈຳກັດ (MV Television Laos Co.,LTD) ຖືຫຸ້ນ 84% ສະຖານີໂທລະພາບແຫ່ງຊາດລາວ ຖືຫຸ້ນ 16% ໃນກຳນົດ 30 ປີ ຊຶ່ງມີໄລຍະທົດລອງ 3 ປີ ຈາກນັ້ນທັງສອງຝ່າຍຄື: ສະຖານີໂທລະພາບແຫ່ງຊາດ ແລະ ບໍລິສັດ ຈະໄດ້ຮ່ວມກັນຕີລາຄາປະເມີນຜົນເຖິງຄວາມເປັນໄປໄດ້ໃນການສືບຕໍ່ກິດຈະການ, ຕາມສັນຍາເບື້ອງຕົ້ນ, ນັບແຕ່ປີທີ 3 ເຖິງປີທີ 10 ທາງບໍລິສັດຈະຊ່ວຍຮັບຜິດຊອບຈ່າຍຄ່າເຊົ່າດາວທຽມໃຫ້ໂທລະພາບ 50% ຂອງມູນຄ່າເຊົ່າທັງໝົດ, ຫລັງຈາກປີທີ 10 ຂຶ້ນໄປແມ່ນບໍລິສັດຮັບຜິດຊອບຈ່າຍໃຫ້ 100% ຂອງມູນຄ່າເຊົ່າດາວທຽມ.ລາຍການທີ່ຈະນຳມາອອກອາກາດທາງສະຖານີມີ: ຮູບເງົາ, ລະຄອນສັ້ນ ຫລື ລະຄອນຊຸດ, ລາຍການເພື່ອພັດທະນາໄວໜຸ່ມ (ເກມ, ສາລະບັນເທີງ), ລາຍການກິລາ, ທ່ອງທ່ຽວ, ເພງ, ສິລະປະ, ລາຍການກະສິກຳ ແລະ ສັງຄົມ. ສ່ວນລາຍການຂ່າວແມ່ນຈະຖ່າຍທອດສົດຈາກສະຖານີໂທລະພາບແຫ່ງຊາດລາວ ຊຶ່ງລາຍການທັງໝົດແມ່ນຈະກະຈາຍທາງພາກພື້ນດິນ ແລະ ສົ່ງຜ່ານດາວທຽມໄປທົ່ວປະເທດ ແລະ ພາກພື້ນ.ໂຄງການຮ່ວມມືສ້າງຕັ້ງສະຖານີເຄື່ອງສົ່ງ UHF  ແລະ ໂທລະພາບດາວທຽມ ແມ່ນເພື່ອແນໃສ່ການພັດທະນາ ສື່ທາງໂທລະພາບໃຫ້ແກ່ປະຊາຊົນລາວບັນດາເຜົ່າ ແລະ ຊາວໂລກໄດ້ຮັບຮູ້ຂໍ້ມູນຂ່າວສານອັນທັນເຫດການ ທັງເປັນການສົ່ງເສີມວັດທະນະທຳທ່ອງທ່ຽວລາວອອກໃຫ້ຊາວໂລກໄດ້ຮັບຮູ້.ໂຄງການດັ່ງກ່າວ ຈະໄດ້ເລີ່ມດຳເນີນການພາຍຫລັງການເຊັນສັນຍາໂດຍຄາດໝາຍວ່າຈະສຳເລັດຜົນສົມບູນໃນໄລຍະ 18 ເດືອນ. ພາຍຫລັງທີ່ໄດ້ສຳເລັດການສ້າງຕັ້ງ, ສະຖານີ MVL ໃນລະບົບ UHF ຈະສາມາດສົ່ງສັນຍານເຄືອຂ່າຍໄປເຖິງ 22 ປະເທດທົ່ວໂລກ.


Source: pasaxon



__________________
Anonymous

Date:
Permalink   

A signing ceremony to establish the Movie Laos Television between Lao National Television Station and MV television Laos Co., LTD was held on 28 December at the National Cultural Hall in Vientiane.

The agreement signed by Dr Bounchoum Vongphet, Acting Director General of the Lao National Television Station and Ms Alina Mahavong, President of the MV television Laos Co., LTD is aim to entertain people with movie program, short stories, program for youth development, sport, music and agricultural and social development program.


For the news program, It will also receive the transmission news from the National Television . The MVL Television Laos project with the total investment of US$2 million is invested about 84% by MV television Laos Co., LTD and 16% by Lao National Television. The project with 30 year concession will be 3 years for pilot operation and then the both sides will jointly estimate the operation.


According to the agreement, from the third to the 10th year, the MVL Television Laos will response 50% of satellite rental fee and it then will pay 100% for satellite rental fee.

The project will take 18 months for construction and about 22 countries are able to receive its signal.


source: kpl.net.la



__________________


Senior Member

Status: Offline
Posts: 351
Date:
Permalink   

Thai TV invade Laos so much .It's time to gain back.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard