Members Login
Username 
 
Password 
    Remember Me  
Post Info TOPIC: Do you know how many ways of greeting in Laos ? Check >>


Guru

Status: Offline
Posts: 1451
Date:
Do you know how many ways of greeting in Laos ? Check >>
Permalink   



ຢູ່ປະເທດເຮົາ ມາລະຍາດ ໃນ ການສະແດງຄວາມເຄົາລົບມີຢູ່ສອງ ວິທີ ຄື:ການຍໍມືໄຫວ້ ແລະ ການສຳ ພັດມື ດັ່ງນີ້:



1. ການຍໍມືໄຫວ້ (ນົບ):

ເວລາພົບພໍ້ກັນ ຕາມປະເພນີ ພຸດ ສ່ວນຫລາຍແມ່ນຍໍມືໄຫວ້ເຊິ່ງ ກັນ ແລະ ກັນ ພ້ອມທັງ ເວົ້າວ່າ: ສະບາຍດີ ນັບວ່າເປັນມາລະຍາດ ທີ່ຄວນເອົາໃຈ ໃສ່ອົບຮົມບົ່ມສອນລູກຫລານ ເລີ່ມ ແຕ່ຍັງຢູ່ໃນໄວເດັກໃຫ້ລຶ້ງເຄີຍ ແລະ ປະຕິບັດໃຫ້ຖືກຕ້ອງຕາມກາລະໂອກາດຕ່າງໆ. * ການສະແດງຄວາມເຄົາລົບ ຕໍ່ພະສົງອົງຄະເຈົ້າ:ການຂາບໄຫວ້ພະສົງ ຫລື ພະພຸດທະ ຮູບ ຕາມປະເພນີລາວເຮົາ ຜູ້ເປັນ ຊາວພຸດຍິງ ຫລື ຊາຍ ຕາມປະເພນີ ນິຍົມແມ່ນການ ຍໍມືໄຫວ້ (ນົບ) ຢູ່ໃນ ວັດເຮົາ ຕ້ອງນັ່ງພັບແພບລົງພື້ນພະ ນົມມື 10 ນິ້ວ ເປັນດອກບົວ ຈູມຍົກ ຂຶ້ນໃຫ້ປາຍໂປ້ມືຈຸຄິ້ວ ແລ້ວຂາບລົງ ໃຫ້ຝາມືສອງເບື້ອງແປະລົງພື້ນພ້ອມ ກົ້ມຫົວ ໃຫ້ຫນ້າຜາກຈຸກັບຫລັງມື ສາມເທື່ອກ່ອນຈະກັບກໍປະຕິບັດເຊັ່ນ ດຽວກັນ.ກໍລະນີພົບພະສົງ ຢູ່ນອກວັດສຳ ລັບແມ່ຍິງຄວນໂຢະລົງກ່ອນຈິ່ງຍໍມື ໄຫວ້ ສຳລັບຜູ້ຊາຍພຽງແຕ່ກົ້ມ ຫົວລົງ ແລ້ວຍໍມືໄຫວ້ ແຕ່ບໍ່ຄວນທັງໄຫວ້ທັງ ຍ່າງ ພະສົງຈະຮັບໄຫວ້ ດ້ວຍຄຳເວົ້າທີ່ວ່າ: “ຈະ ເລີນພອນ”.
* ການສະແດງຄວາມເຄົາລົບ ຕໍ່ພໍ່ແມ່ຍາດຕິພີ່ນ້ອງອາວຸໂສ:ເວລາຜູ້ໃຫຍ່ນັ່ງຢູ່ກັບພື້ນລູກ ຫລານຄວນຄານເຂົ້າໄປໃກ້ແລ້ວ ຈິ່ງ ກາບລົງພື້ນຫນຶ່ງເທື່ອ ຫລື ກາບໃສ່ ຫົວເຂົ່າເພິ່ນ ຜູ້ຮັບໄຫວ້ຈະສົ່ງພອນ ໃຫ້ວ່າ: “ຢູ່ດີມີແຮງ ເດີຫລານເດີ ຫລື ໃຫຍ່ສູງເດີຫລານ, ຫລື ໄຫວ້ພະ ເດີ”. ເວລາເພິ່ນນັ່ງຕັ່ງ ຫລື ຢືນຢູ່ໃຫ້ ເອົາມືສອງເບື້ອງ ນົບເຂົ້າກັນແລ້ວຍໍຂຶ້ນ ພຽງຕາແລ້ວໂຢະລົງຕ່ຳໄປຕາມ ກາລະເທສະກ່ອນຈະລາເມືອກໍຄວນ ະຕິບັດເຊັ່ນດຽວກັນ. * ການສະແດງຄວາມເຄົາລົບທັກຖາມປາໄສຕາມສະຖານທີ່ຕ່າງໆ:ໃນງານສັງຄົມໃດຫນຶ່ງ ເວລາມີ ຄົນເຕົ້າໂຮມກັນ ຫລາຍຮຸ່ນຫລາຍ ໄວ ຫລາຍຊາດຕຳແຫນ່ງເວົ້າທົ່ວໄປ ແລ້ວ ຜູ້ນ້ອຍຜູ້ອາຍຸອ່ອນ ເຖິງຈະມີ ຊັ້ນຕ່ຳແຫນ່ງສູງ,ກໍຄວນຍໍມືໄຫວ້ຜູ້ທີ່ອະວຸໂສກ່ອນຢ່າງຮຽບ ຮ້ອຍ (ກົ້ມລົງ ຫນ້ອຍຫນຶ່ງຜູ້ທີ່ຮັບໄຫວ້ ກໍຕ້ອງຍໍມື ຕອບບໍ່ຄວນເມີນເສີຍ). ວິທີຍໍມືໄຫວ້ ທົ່ວໄປ ສຳລັບຜູ້ ຊາຍ ໃຫ້ຍໍມືສູງຂຶ້ນພຽງດັງ ພ້ອມ ກົ້ມຫົວລົງ ຫນ້ອຍຫນຶ່ງເພື່ອໄຫວ້ຜູ້ ອະວຸໂສ ກ່ອນຖ້າແມ່ນທົ່ວໄປບໍ່ຕ້ອງກົ້ມຫົວ ລົງກໍໄດ້. ສຳລັບຜູ້ຍິງໃຫ້ຍໍຂຶ້ນພຽງດັງ ທັງ ກົ້ມຫົວ ແລະ ໂຢະລົງຫນ້ອຍຫນຶ່ງແລ້ວແຕ່ຖານະຂອງຜູ້ທີ່ກຳລັງໄຫວ້, ຜູ້ຖືກໄຫວ້ ຄວນ ຍໍມືໄຫວ້ຄືນໃຫ້ສູງ ຂຶ້ນພຽງເອິກເທົ່ານັ້ນ ກໍລະນີເປັນກັນ ເອງ ອາດເດ່ມືສຳພັດ ຫລື ເດ່ມື ຈັບບ່າ ຈັບຫລັງກໍໄດ້ (ສຳລັບຄົນລຶ້ງເຄີຍ ຫລື ລູກຫລານ).

2. ການສຳພັດມື :ຖືເປັນມາລະຍາດທີ່ສັງຄົມລາວ ປະຕິບັດກັນອີກວິທີຫນຶ່ງ ເປັນວັດ ທະ ນະ ທຳທີ່ຢືມມາຈາກປະເທດຕາ ເວັນຕົກ ແລະ ສັງຄົມທົ່ວໄປໄດ້ນຳມາໃຊ້ໃນເວທີສາກົນ ວິທີສຳພັດມື ແມ່ນ: ໃຊ້ມືຂວ້າ ຈັບມືຂວ້າ ບີບເບົາໆ ບໍ່ດົນ ມືຊ້າຍວາງລົງຕິດຕົວ ແລະ ເບິ່ງ ຫນ້າກັນທຸກໆເທື່ອຜູ້ຊາຍຕ້ອງລຸກຂຶ້ນ ສຳພັດມືທຸກເທື່ອ ກົງກັນຂ້າມກັບການ ໄຫວ້ ການສຳພັດມືນີ້ ຕ້ອງແມ່ນຜູ້ອະ ວຸໂສຍື່ນ ມືໄປກ່ອນຜູ້ນ້ອຍຈິ່ງຍື່ນມືໄປ ພ້ອມທັງກົ້ມຫົວລົງ ເລັກນ້ອຍ ຖ້ານັ່ງ ຢູ່ກໍຕ້ອງລຸກຂຶ້ນ.ຕາມຫລັກການສາ ກົນແລ້ວຜູ້ຍິງຕ້ອງເປັນຜູ້ຍື່ນມືໃຫ້ຜູ້ ຊາຍກ່ອນ ຝ່າຍຊາຍຈິ່ງຍື່ນມືໄປສຳ ພັດມືແມ່ຍິງໄດ້ດ້ວຍກິລິຍາສຸພາບ ຖ້າ ເປັນຜູ້ຍິງທີ່ ອະວຸໂສ ຕ້ອງກົ້ມຫົວລົງ ຫນ້ອຍຫນຶ່ງ. ຖ້າແມ່ຍິງນັ່ງຢູ່ ແມ່ຍິງບໍ່ ຄວນລຸກຂຶ້ນ ພໍແຕ່ຍື່ນ ມືຖາມສະບາຍ ດີ, ເຮັດຕົວຊື່ກົງ ຜູ້ຍິງຈະລຸກຂຶ້ນຄຳນັບຖາມສະບາຍດີ ກໍຕ້ອງເມື່ອມີຜູ້ຍິງ ອະວຸໂສກວ່າ ແລະ ຜູ້ຊາຍທີ່ມີຕຳ ແຫນ່ງສູງ ແລະ ຜູ້ຊົງຄຸນນະວຸດທິ ເທົ່ານັ້ນ.

source: ecom


__________________
samakomlaoiconsz6.gif Make yourself visible, signup at samakomlao webboard. HERE
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard